ໄປບໍ່ - PAI BOR | EP6: ນິວຊີແລນ ແຫ່ງເມືອງລາວ? ພູຫົວຊ້າງ
ໄປບໍ່ - PAI BOR | EP6: ພູຫົວຊ້າງ ໃຜຍັງບໍ່ໄປ ຖືວ່າພາດ ພູຫົວຊ້າງ ເປັນອີກບ່ອນທີ່ ກຳລັງໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວຫຼາຍຄົນ ສະຖານທີ່ຕັ້ງຢູ່ ເມືອງອະນູວົງ ແຂວງ ໄຊສົມບູນ
PAI-BORCONTENTS
ໄປບໍ່ - PAI BOR | EP6: ພູຫົວຊ້າງ ໃຜຍັງບໍ່ໄປ ຖືວ່າພາດ ພູຫົວຊ້າງ ເປັນອີກບ່ອນທີ່ ກຳລັງໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວຫຼາຍຄົນ, ໂດຍສະເພາະຄົນທີ່ມັກເລື່ອງວິວຂອງພູຫົວໂລ້ນ ທີ່ສວຍງາມ, ບອກເລີຍວ່າ ເປັນບ່ອນທີ່ໄປແລ້ວຄູ້ມສຸດຄຸ້ມ ກັບລາຄາຂື້ນພຽງຫຼັກໝື່ນ ແຕ່ໄດ້ວິວລະດັບລ້ານ ສາມາດເບິ່ງບັນຍາກາດເຕັມໆໄດ້ໃນວີດີໂອນີ້.
ກົດຕິດຕາມ ລາຍລະອຽດການອັບເດດ ແລະ ການເຄື່ອນໃຫວໄດ້ທີ່ Facebook page: ໄປບໍ່ - PAI BOR ?
ລາຍການໄປບໍ່ ? ຂອງພວກເຮົາ ຈະເນັ້ນແນະນຳໄປສະຖານທີ່ ທີ່ຄົນເຂົ້າເຖິງງ່າຍ, ການໄປ-ມາສະດວກສະບາຍ ສາມາດໄປໄດ້ທຸກເພດທຸກໄວ ທັງເດັກນ້ອຍໄປຈົນຮອດຜູ້ເຖົ້າ, ຄິດຫຍັງບໍ່ອອກ ມາເບິ່ງເຮົາໄດ້ ເຮົາມີສະຖານທີ່ຫຼາຍໆບ່ອນທີ່ຈະແນະນຳ ແລະ ອັບເດດໃໝ່ໆໃຫ້ຮູ້ ວ່າປະຈຸບັນສະຖານທີ່ນັ້ນໆ ພັດທະນາໄປຮອດໃສແລ້ວ ສາມາດກົດຕິດຕາມ ເພື່ອເປັນກຳລັງໃຈ ໃຫ້ແກ່ພວກເຮົາໃດ້ເຮັດຄິບດີດີອອກມາໃຫ້ເບິ່ງໄດ້.