ຂື້ນຊື່ເລື່ອງຜູ້ຍິງແລ້ວ ກະມີຫຼາຍປະເພດ ຫຼາຍບຸກຂະລິກທີ່ແຕກຕ່າງກັນ, ແລະ ແຕ່ລະຄົນກະນິໃສແຕກຕ່າງກັນ, ຕໍ່ໄປນີ້ຄື 7 ນິໃສຂອງຜູ້ຍິງມີສະເໜ່ ທີ່ໃຜໆເຫັນແລ້ວກໍ່ຢາກຈະເຂົ້າຫາທັນທີ.
1. ຍິ້ມເກັ່ງ.
ຜູ້ຍິງມີສະເໜ່ມັກຈະຍີ້ມເກັ່ງ, ການຍີ້ມຖືວ່າເປັນປະຕູບານທຳອິດທີ່ເຮັດໃຫ້ຫຼາຍຄົນຢາກເປີດເຂົ້າໄປຄົ້ນຫາ. ຄົນທີ່ຍີ້ມເກັ່ງບໍ່ຈຳເປັນຕ້ອງງາມ ເຟີເຟັກສົມບູນແບບ, ທຸກຄົນສາມາດມີສະເໜ່ໄດ້ ຖ້າມີຮອຍຍີ້ມງາມໆດຶງດູດຄົນທີ່ມາເຫັນ.
2. ມີຄວາມໝັ້ນໃຈ.
ຖ້າເປັນຄົນທີ່ບໍ່ມີຄວາມໝັ້ນໃຈ, ເຮັດຫຍັງກໍ່ ເກິໆກະໆ ຈະເຮັດໃຫ້ເບິ່ງແລ້ວບໍ່ຄັກ, ຖ້າຫາກຜູ້ຍິງຄົນໃດທີ່ມີຄວາມໝັ້ນໃຈ ບໍ່ກັງວົນກັບຈຸດດ້ອຍຂອງໂຕເອງ, ແລະ ເສີມສ້າງບຸກຂະລິກໃຫ້ເດັ່ນ ຈະເຮັດໃຫ້ມີສະເໜ່, ແຕ່ກະຢ່າເຮັດຫຼາຍເກີນໄປດຽວຈະເບິ່ງບໍ່ດີບໍ່ງາມ.
3. ເປັນໂຕຂອງໂຕເອງ.
ຢ່າໄປແອັບ, ຢ່າໄປວາງໂຕ ເປັນຜູ້ດີມີຕະກູນຄືດາລາ, ເພາະສິ່ງໃດທີ່ບໍ່ແມ່ນໂຕຈິງຂອງເຮົາ ມັນຈະເບິ່ງຜິດທຳມະຊາດ, ຖ້າເຈົ້າເປັນໂຕຂອງໂຕເອງຕັ້ງແຕ່ທຳອິດ ແລ້ວເຈິຄົນທີີ່ຮັບໄດ້ ຖືວ່າເຂົາຮັກເຈົ້າແທ້, ຖ້າເຈົ້າໄປຝືນກາຍເປັນຄົນອື່ນ ມັນຈະເຮັດໃຫ້ຄົນທີ່ເຂົ້າມາກໍ່ຈະເປັນຄົນອື່ນຄືກັນ, ເຮັດໃຫ້ເຂົ້າກັນບໍ່ໄດ້ ຫຼື ໄປບໍ່ສຸດເສັ້ນທາງເດີນ. ເພາະເຈົ້າບໍ່ສາມາດຕົວະໂຕເອງໄດ້ໄປຕະຫຼອດ.
ອ່ານແລ້ວຢ່າລືມກົດໄລກົດແຊ ເປັນກຳລັງໃຈໃຫ້ເພຈເຮົາແນ່ເດີ້ ທີ່ເພຈ ທີ່ປຶກສາ, ບັນຫາຊີວິດ, ຄອບຄົວ ແລະ ຫົວໃຈ
4. ຮູ້ຈັກຄວບຄຸມຄວາມຮູ້ສຶກ.
ຜູ້ຍິງທີ່ມີສະເໜ່, ມັກຈະຄວບຄຸມອາລົມໂຕເອງໄດ້, ເຖິງແມ່ນວ່າຈະມີເລື່ອງໃຫ້ຫງຸດຫງິດ ຫຼື ໂມໂຫ ຫຼາຍປານໃດກະຢ່າ, ບໍ່ຄວນສະແດງອອກມາ, ບໍ່ຄວນຮ້ອງໃຫ້ຟຸມຟາຍ, ບໍ່ຄວນໂພສ ລະບາຍຫຍັງແບບເສຍໆຫາຍໆ, ເຈິຜູ້ຊາຍຫຼໍ່ ກະຫ້າມອອກອາການ..
5. ຫ້າມນິນທາຄົນອື່ນ.
ຜູ້ຍິງທີ່ລົມເກັ່ງ ແຕ່ບໍ່ນິນທາຄົນອື່ນ ເປັນສິ່ງທີ່ຫຼາຍຄົນປາດຖະໜາ, ແມ່ນຢູ່ວ່າຜູ້ຍິງມັກຈັບກຸ່ມເມົ້າກັນ, ແຕ່ກໍ່ຄວນມີລີມິດ ໃນການລົມ, ຫ້າມນິນທາຄົນອື່ນເດັດຂາດ.
6. ຮູ້ຈັກວາງໂຕ.
ຕ້ອງຮູ້ຈັກກາລະເທສະ, ຄືເວລາຢູ່ກັບໝູ່, ຢູ່ກັບແຟນ, ຢູ່ກັບຜູ້ໃຫ່ຍ, ຄວນຮູ້ວາງໂຕໃຫ້ເໝາະສົມ.
7. ຫຼິ້ນ Social media ໃຫ້ຖືກກະລະເທສະ.
ບໍ່ແມ່ນວ່າມີຫຍັງກະຈະໂພສມົ້ວ, ໂພສດ່າຜູ້ນັ້ນຜູ້ນີ້, ມີຫຍັງກະລະບາຍລົງ, ເຈັບທ້ອງ ຖອກທ້ອງກະລະບາຍລົງ, ການເຮັດແບບນີ້ຈະຍິ່ງຫຼຸດສະເໜ່ໂຕເອງລົງລ້າໆ.
ທັງໝົດນັ້ນເປັນພຽງສ່ວນໜຶ່ງທີ່ແອັດມິນລວບລວມມາຝາກກັນ, ທີ່ສຳຄັນສຸດ ເຮັດໂຕໃຫ້ເປັນຄົນດີ ແລະ ເປັນໂຕຂອງໂຕເອງ ສະເໜ່ກະຈະເກີດກັບໂຕເຮົາເອງ, ໄວ້ເຈິກັນໃໝ່ສະບັບໜ້າ. ສະບາຍດີ.
ຮ່ວມເປັນກຳລັງໃຈໃຫ້ພວກເຮົາໃນການຂຽນບົດຄວາມດີດີອອກມາ ໂດຍການກົດໄລ ກົດແຊ ແລະ ຕິດຕາມພວກເຮົາໄດ້ຕາມຊ່ອງທາງຕ່າງໆໄດ້ທີ່ ເພຈທີ່ປຶກສາ, ເພສ SPV media
No comments:
Post a Comment