ເຊື່ອວ່າຫຼາຍຄົນຕ້ອງມີຄວາມຮັກຢ່າງແນ່ນອນ, ເມື່ອເຂົ້າສູ່ໄວໝຸ່ມໄວສາວ ທຸກຄົນຕ້ອງໄດ້ພົບກັບຄວາມຮັກ, ບາງຄົນກໍ່ສົມຫວັງ, ບາງຄົນຜິດຫວັງ ປົນເປກັນໄປ. ແຕ່ກ່ອນຈະສົມຫວັງ ຫຼື ຜິດຫັວງນັ້ນ, ເຮົາລອງມາເບິ່ງກັນວ່າ ປະຈຸບັນຄວາມຮັກທີ່ເຮົາມີຢູ່ເປັນຄວາມຮັກປະເພດໃດ ?
1. ຄວາມຮັກ ແບບ "ຫຼົງໄຫຼ".
ຫຼາຍຄົນຄົງຈະເຄີຍເຈິ ບາງຄົນອາດຈະຮູ້ ແລະ ບໍ່ຮູ້ໂຕ, ເວລາທີ່ເຮົາໄປເຈິໃຜຈັກຄົນ ແລ້ວເຮົາຮູ້ສຶກມັກທັນທີ, ທຸກວັນຢາກເຫັນໜ້າ, ຢາກສົບຕາ, ຢາກຢູ່ໄກ້ໆ ຕະຫຼອດເວລາ, ເວລາເຂົາເວົ້າຫຍັງກໍ່ຍອມໝົດ, ອາດຈະຍ້ອນຮູບຮ່າງໜ້າຕາ ແລະ ບຸກຂະລິກ ເຮັດໃຫ້ເຮົາຕົກໃນພະວັງຂອງຄວາມຮັກ ໂດຍບໍ່ທັນໄດ້ມີຄວາມສຳພັນຫຍັງຫຼາຍ ອັນນີ້ເອີ້ນວ່າຄວາມຮັກແບບຫຼົງໄຫຼ.
2. ຄວາມຮັກແບບ "ຄວາມມັກ"
ເວລາທີ່ເຮົາກຳລັງລົມໃຜຈັກຄົນ, ອາດຈະມີຄວາມຄ້າຍໆກັນ, ມັກສິ່ງຄ້າຍໆກັນ, ໄປໃສມັກໄປນຳກັນ, ຫຼື ເຮັດຫຍັງຄ້າຍໆກັນ. ມັກສະໜິດກັນ ຮູ້ສຶກດີນຳກັນ, ແຕ່ຄວາມສຳພັນບໍ່ໄດ້ເລິກເຊິ່ງ, ແລະ ບໍ່ໄດ້ເຖິງຂັ້ນເປັນແຟນ, ສ່ວນໃຫ່ຍຄວາມຮັກປະເພດນີ້ຢູ່ໃນຂັ້ນເລີ່ມຕົ້ນ, ແລະ ກໍ່ມີຫຼາຍຄູ່ທີ່ຕາຍໄປກັບຄວາມສຳພັນໃນຮູບແບບໝູ່.
3. ຄວາມຮັກແບບ "ພາບລວງຕາ"
ຫຼາຍຄົນຄືຈະງົງໆ ວ່າຮັກເປັນແບບພາບລວງຕາຄືແບບໃດ, ໃນທີ່ນີ້ໝາຍເຖິງ ຄວາມຮັກທີ່ມີຄວາມຫຼົງໄຫຼຫຼາຍ ແລະ ແບບຜູກມັດ ລວມໄວ້ນຳກັນ, ໝາຍເຖິງຄູ່ຮັກທີ່ເຈິກັນບໍ່ຮອດເທົ່າໃດກໍ່ປະກາດໃຫ້ໂລກຮູ້ວ່າເປັນແຟນກັນ, ບາງຄູ່ກໍ່ຄົບກັນບໍ່ຮອດປີກໍ່ແຕ່ງງານກັນ (ອາດຈະຍ້ອນເຫດຜົນຫຼາຍໆຢ່າງ) ແຕ່ນັກຈິດວິທະຍາບອກວ່າ ຄູ່ຮັກແບບນີ້ອາດຈະຢູ່ນຳກັນດົນຖ້າສຶກສາໃຈກັນໄປເທື່ອລະໜ້ອຍຫຼັງເປີດຄວາມສຳພັນ, ແຕ່ຫຼາຍຄັ້ງບາງຄູ່ກະຢູ່ກັນໄປແບບທຳມະດາ ໃນໃຈເລິກໆບໍ່ຮູ້ຊ້ຳວ່າຄົນທີ່ຢູ່ນຳນັ້ນເປັນຄູ່ຊີວິດຕົນບໍ່.
ຖ້າທ່ານ ກຳລັງມີບັນຫາ ຄິດຫຍັງບໍ່ອອກ ສາມາດສົ່ງ ຫຼື ອ່ານບົດຄວາມດີດີໄດ້ໃນເພຈ ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
4. ຄວາມຮັກແບບ "ຫວ່າງເປົ່າ"
ເປັນປະເພດຄວາມຮັກທີ່ບໍ່ມີຄວາມຮູ້ສຶກຫຼົງໄຫຼ, ບໍ່ມີຄວາມໂຣແມນຕິກເລີຍ ອາດຈະຄົບກັນມາດົນແລ້ວໝົດຄວາມຮູ້ສຶກຕໍ່ກັນ, ຫຼື ຄົບກັນ/ແຕ່ງກັນ ຍ້ອນໜ້າທີ່ຫຼື ຂໍ້ຜູກມັດ ເຊັ່ນ: ເຈົ້າໜີ້, ໜີ້ຊີວິດ, ຄອບຄົວບັງຄັບ, ໜ້າທີ່ການງານບັງຄັບ...
5. ຄວາມຮັກແບບ "ໂຣແມນຕິກ"
ຟັງເບິ່ງແລ້ວຄືຈະເປັນຄວາມຮັກດັ່ງຫຼາຍຄົນຕ້ອງການ, ແຕ່ບໍ່ຄ່ອຍແມ່ນເລີຍ, ຄວາມຮັກແບບໂຣແມນຕິກໃນທີ່ນີ້ແມ່ນໝາຍເຖິງ ຄວາມຮັກທີ່ຫຼົງໄຫຼ ແລະ ຄວາມສະໜິດສະໝົມ.. ແຕ່ ບໍ່ມີຂໍ້ຜູກມັດ, ສ່ວນໃຫ່ຍຄູ່ຮັກດັ່ງກ່າວ ມັກຈະໂຟກັສ ແຕ່ເລື່ອງປະຈຸບັນເຊັ່ນ: ເອົາເງິນມາໃຊ້ຈ່າຍໃນການທ່ອງທ່ຽວຫຼິ້ນ, ໄປເດດໄປຫຼິ້ນບ່ອນນັ້ນບ່ອນນີ້, ໄປເບິ່ງໜັງ ໄປເລາະ, ໄປເຊີໄພ້ຈັດວັນເກີດ ແລະ ເຮັດແນວສິ້ນເປືອງຕ່າງໆ ໂດຍບໍ່ໄດ້ວາງແຜນອະນາຄົດເລີຍ ວ່າຈະເອົາເງິນໄປເຮັດຫຍັງ, ສ້າງອະນາຄົດແນວໃດ. ຮອດເວລາຖາມຫາເລື່ອງອະນາຄົດກະບໍ່ພ້ອມຈັກເທື່ອ.
6. ຄວາມຮັກແບບ "ເຫັນໃຈເຊິ່ງກັນແລະກັນ"
ເປັນຄວາມຮັກທີ່ມີທັງຄວາມສະໜິດສະໜົມ ແລະ ຂໍ້ຜູກມັດ, ແຕ່ຂາດຄວາມສຳພັນແບບເລິກເຊິ່ງ (ແບບຊູ້ສາວ). ຄວາມຮັກແບບນີ້ຈະເປັນໃນຮູບແບບໝູ່ຮັກ, ໝູ່ສະໜິດ ຫຼື ຄົນໃນຄອບຄົວກັນ ຫຼາຍກວ່າ, ຫຼື ໃນຮູບແບບຄວາມຮັກທີ່ຄຸ້ນເຄີຍຮູ້ໃຈກັນມາດົນນານ.7. ຄວາມຮັກແບບ "ຮັກແທ້"
ເປັນຄວາມຮັກທີ່ທຸກຄົນຕ້ອງການ, ຄວາມຮັກປະເພດນີ້ເປັນຄວາມຮັກທີ່ລວມທຸກໆຮູບແບບເຂົ້າກັນ, ເປັນຄວາມຮັກທີ່ຫາຍາກ, ໂດຍທີ່ເຮົາໄດ້ສ້າງ ແລະ ຜ່ານມັນມານຳກັນໃນຫຼາຍໆດ້ານ. ຖືວ່າເປັນຄວາມຮັກແທ້. ຄວາມຮັກແບບນີ້ຈະເຮັດໃຫ້ຄູ່ຮັກຮັກກັນໄດ້ດົນ ແລະ ມີຄວາມສຸກເພີ່ມຂື້ນຕະຫຼອດເວລາ.
ຮ່ວມເປັນກຳລັງໃຈໃຫ້ພວກເຮົາສ້າງບົດຄວາມດີດີອອກມາໃຫ້ເຮົາໄດ້ໂດຍການກົດຕິດຕາມເພຈພວກເຮົາດ້ວຍ
ອ່ານບົດຄວາມອື່ນໆໄດ້ທີ່ www.spvmedia.com
ຂໍ້ມູນແຫຼ່ງທີ່ມາຈາກ: psychologytoday
No comments:
Post a Comment