ໜັງສັ້ນແນະນຳ

Bill Gates ອອກມາຍອມຮັບວ່າ ການທີ່ປ່ອຍໃຫ້ google ເຮັດ android ອອກມານັ້ນ ເປັນຄວາມຜິດພາດຄັ້ງໃຫ່ຍໃນຊີວິດ









Bill Gates ເຈົ້າຂອງ  Microsoft ໄວ 63 ປີ ອອກມາເປີດເຜີຍລະຫວ່າງສຳພາດ ງານສຳມະນາທີ່ຈັດໂດຍບໍລິສັດ ຫຼັກຊັບ Village Global ໂດຍໃນຫົວຂໍ້ສົນທະນາຕອນໜຶ່ງບິວເກດ ກ່າວວ່າ:


"ຄວາມຜິດພາດຄັ້ງໃຫ່ຍທີ່ສຸດໃນຊີວິດຂອງຂ້ອຍແມ່ນ ການທີ່ຂ້ອຍບໍລິຫານບໍລິສັດ ໄມໂຄຣຊອບ ຜິດພາດ ຍ້ອນພວກເຮົາບໍ່ໄດ້ພັດທະນາລະບົບປະຕິບັດການຂອງໂທລະສັບມືຖືອອກມາ  ມັນຈຶ່ງເປັນຊ່ອງຫວ່າງໃຫ້ google ຍາດໂອກາດນັ້ນໄປ ເຮັດໃຫ້ Android ເກີດຂື້ນມາຈົນເຖິງທຸກມື້ນີ້ "


Bill Gates ຍັງໄດ້ອະທີິບາຍເພີ່ມເຕີມອີກວ່າ:  ໃນໂລກໄອທີນັ້ນ ມັນເປັນຕະຫຼາດທີ່ຜູ້ຊະນະຈະໄດ້ທຸກຢ່າງໄປທັງໝົດ (winner-take-all) ມີພື້ນທີ່ເຫຼືອສຳລັບ 1 ພຶ້ນທີ່ໃນລະບົບປະຕິບັດການໂທລະສັບທົ່ວໂລກທີ່ບໍ່ແມ່ນຂອງ apple  ແລະ ທາງ Microsoft ເອງກໍ່ມີໂອກາດຈະສ້າງມັນຂື້ນມາໄດ້,​ ແຕ່ພວກເຂົາດັນບໍ່ຄວ້າໂອກາດນັ້ນໄວ້, ເຮັດໃຫ້ເສຍໂອກາດໃຫ້ກັບທາງ google ໄປ,  ຖ້າເຂົາຄວ້າໂອກາດຕອນນັ້ນ ກໍ່ຈະສ້າງລາຍໄດ້ມະຫາສານກວ່າ 4 ແສນລ້ານໂດລາ ແລະ ອາດຈະເຮັດໃຫ້ android ບໍ່ມີໂອກາດໄດ້ເກີດກະເປັນໄດ້.



ສຸດທ່້າຍແລ້ວ,  ບິວເກດກໍ່ຍັງຢືນຢັນວ່າ ສະຖານະຂອງ ໄມໂຄຣຊອບ ກໍ່ຍັງແຂງແກ່ນຢູ່, ຖ້າຫາກບໍ່ຜິດພາດຕອນນັ້ນ ມາຮອດຕອນນີ້ຍິ່ງຈະກາຍເປັນບໍລິສັດທີ່ໃຫ່ຍກວ່ານີ້ໄປອີກ.

ສາມາດເບິ່ງລາຍການສຳພາດໄດ້ໃນຄຣິລຸ່ມນີ້.





No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates