ໜັງສັ້ນແນະນຳ

ເລື່ອງລາວຈາກທາງບ້ານ ຕອນ: ປະສົບການຂອງຂ້ອຍກັບງານແຕ່ງຂອງຄົນຮັກເກົ່າ





ເລື່ອງເລົ່າຈາກທາງບ້ານ  ເລື່ອງສັ້ນ  ທີ່ປຶກສາບັນຫາຊີວິດ lao story




ຂ້ອຍເປັນຄົນທີ່ຜ່ານເລື່ອງລາວຂອງຄວາມຮັກມາຫຼາຍ, ລະກະເຄີຍຜິດຫວັງຫຼາຍຄັ້ງ. ຄັ້ງນີ້ບໍ່ແມ່ນຄັ້ງທຳອິດທີ່ ຄົນຮັກເກົ່າຕົນເອງນັ້ນເອົາບັດເຊີນດອງມາໃຫ້. ປົກກະຕິຂ້ອຍເປັນຄົນທີ່ບໍ່ເຄີຍໄປງານແຕ່ງຄົນຮັກເກົ່າໂຕເອງເລີຍແມ້ແຕ່ຄັ້ງດຽວ.

ແຕ່ກໍລະນີນີ້ກັບແຕກຕ່າງ, ເພາະທີ່ເຮົາເລີກລາກັນໄປຍ້ອນຄວາມຜິດຂອງຂ້ອຍນຳ ທີ່ເຮັດໃຫ້ລາວເສຍໃຈໃນວັນນັ້ນ, ຈົນເຮັດໃຫ້ລາວຕ້ອງມາລົມຄົນນີ້ ຈົນເຖິງທຸກວັນນີ້. ເຮັດໃຫ້ຄວາມສຳພັນຂອງຂ້ອຍກັບລາວເປັນພຽງອ້າຍນ້ອງກັນ.. ຂ້ອຍເລີຍຕັດສິນໄປງານແຕ່ງເພຶ່ອຈະສະແດງຄວາມຍິນດີກັບລາວ

ຂໍເລົ່າເລື່ອງແບບຄ່າວໆໃຫ້ຟັງກ່ອນ.. ເລື່ອງລາວກໍ່ມີຢູ່ວ່າ: ຂ້ອຍກັບຜູ້ຍິງຄົນນີ້ລົມກັນໄດ້ດົນເຕີບ, ຂ້ອຍຮູ້ຈັກກັບລາວຕັ້ງແຕ່ລາວຍັງຢູ່ມັດທະຍົມພູ້ນລະ ຕັ້ງແຕ່ສະໃໝຫຼິນ Hi5 ມາຕໍ່ທີ່ຫຼິນຂໍ້ຄວາມ 1000 ສະບັບຮະຮະ.. ເຮົາສອງຄົນໄປກັນໄດ້ດີ, ແຕ່ແລ້ວມາຮອດຊ່ວງໜຶ່ງ ມີເລື່ອງເຂົ້າມາເຮັດໃຫ້ເຂົາເສຍໃຈ ຈົນເຂົາເຊົາລົມກັບເຮົາໄປ ແລ້ວ ໄລຍະເວລານັ້ນກໍ່ມີຜູ້ຊາຍຄົນນີ້ເຂົ້າມາພໍດີ, ເຮັດໃຫ້ຄວາມສຳພັນຂອງເຮົາຕ້ອງຈົບລົງໂດຍສົມບູນ.

ລາວມາຂໍຂ້ອຍວ່າເປັນນ້ອງສາວ, ທຳອິດຂ້ອຍກະຮັບບໍ່ໄດ້, ແຕ່ສຸດທ້າຍກະຈຳເປັນ ດີກວ່າຈະຕັດຂາດຄວາມສຳພັນໄປເລີຍ.

ແລະ ແລ້ວມື້ທີ່ຂ້ອຍບໍ່ຄາດຝັນກະເກີດຂື້ນ, ລາວເອົາບັດເຊີນມາໃຫ້ ແລະ ບອກວ່າໄປເດີ້ ງານແຕ່ງນ້ອງທັງທີ, ບໍ່ໄປນິຄຽດໂລດ.ຂ້ອຍເລີຍຮັບປາກວ່າຈະໄປ ແຕ່ໃນໃຈເລິກໆຍັງລັງເລ ວ່າຄວນໄປດີບໍ່?

ສຸດທ້າຍ ຂ້ອຍຕັດສິນໃຈໄປ, ເພາະຈັ່ງໃດກະເປັນອ້າຍນ້ອງກັນມາ 2-3 ປີລະ, ໄປສະແດງຄວາມຍິນດີກັບນ້ອງສາວຕົນຈະເປັນຫຍັງ.



                         ເລື່ອງເລົ່າຈາກທາງບ້ານ  ເລື່ອງສັ້ນ  ທີ່ປຶກສາບັນຫາຊີວິດ lao story

ບັນຍາກາດມື້ງານ ມື້ນັ້ນອາກາດຂ້ອນຂ້າງຈະເຢັນ ເພາະມີລົມໜາວພັດຜ່ານ, ໃນງານຂ້ອຍບໍ່ຮູ້ຈັກໃຜເລີຍນອກຈາກເຈົ້າພາບ, ລະກະໝູ່ພຽງ 1-2 ຄົນ. ຕອນຂັບລົດມາຮອດງານກະທຳມະດາ ແຕ່ພໍຮອດຕອນທີ່ກຳລັງຈະຍ່າງຂື້ນງານ ຂ້ອຍຮູ້ສຶກຕື່ນເຕັ້ນ, ຫົວໃຈເຕັ້ນແຮງຂື້ນ, ຕີນມື ເລີ່ມເຢັນ.. ຂ້ອຍຄິດເຫັນພາບຢູ່ໃນຫົວ ເຫັນສີໜ້າຂ້ອງຂ້ອຍແລະລາວຕອນເຫັນໜ້າກັນ ວ່າເປັນແນວໃດ. ໃຈໜຶ່ງກໍ່ຢາກສົ່ງບັດ ແລ້ວຍ່າງອອກມາ, ໃຈໜຶ່ງກໍ່ຢາກຈະກັບຕອນນີ້ເລີຍ, ແລ້ວບອກລາວວ່າຄາວຽກ ມື້ໜ້າຄ່ອຍມາສົ່ງບັດເຊີນ.. ຂ້ອຍຢືນຄິດຢູ່ຂັ້ນໃດໜ້າງານດົນເຕີບ, ເມື່ອແຂກເລີ່ມຫຼັ່ງໄຫຼເຂົ້າມາຫຼາຍຕໍ່ຫຼາຍຄົນ, ຢ້ານບໍ່ມີບ່ອນນັ່ງເລີຍຕັດສິນໃຈຍ່າງຂື້ນໄປ.

ຫົວໃຈເລີ່ມເຕັ້ນແຮງຂື້ນເລື້ອຍໆ, ຂ້ອຍຍ່າງຂື້ນໄປເຫັນພໍ່ແມ່ ຍາດຕິພີ່ນ້ອງລາວກຳລັງຢືນລຽນແຖວນົບ... ທັນໃດນັ້ນລາວແນມມາເບິ່ງຂ້ອຍລະຍິ້ມໃສ່, ຂ້ອຍກໍ່ງຶກຫົວຍິ້ມຕອບ. ລາວເອີ້ນມາຖ່າຍຮູບນຳ, ຂ້ອຍກໍ່ເວົ້າອອກໄປວ່າ ຍິນດີນຳ, ລາວບອກວ່າຂອບໃຈເດີ້ອ້າຍ ທີ່ມາ. ຕອນທີ່ຊ່າງພາບກຳລັງຖ່າຍຮູບ ຢູ່ດີດີໃນຫົວກໍ່ຢາກຄິດຢາກບອກໃຫ້ເຈົ້າບ່າວຖອຍໄປກ່ອນ ໃຫ້ແຕ່ເຮົາຖ່າຍສອງຄົນໄດ້ບໍ່? ຮະຮະ, ລະມີມາລົມໜຶ່ງວູບຂຶ້ນມາວ່າ ເຮົາຢາກປ່ຽນໄປຢືນຈຸດເຈົ້າບ່າວນັ້ນຄົງຈະດີເນາະ.

ຈາກນັ້ນ,ຂ້ອຍກໍ່ໄປນັ່ງເປັນແຂກຄືກັບຄົນທົ່ວໄປ, ມີໝູ່ທີ່ຮູ້ຈັກມານັ່ງນຳ, ຂ້ອຍກະຮູ້ສຶກດີຂື້ນ, ພະຍາຍາມລົມໝູ່ ແລະ ມັນກະເປັນແບບເລື່ອງທຳມະດາຄ້າຍໆເຮົາໄປດອງຂອງຄົນທົ່ວໄປ ມັນກະບໍ່ເຫັນຈະມີຫຍັງແຕກຕ່າງ.

ຫຼັງຈາກກິນເຂົ້າແລ້ວ, ອີ່ຕາໂຄສົກກໍ່ປະກາດໃຫ້ເຈົ້າບ່າວເຈົ້າສາວ ອອກໄປຟ້ອນລຳວົງຮອບປະຖົມມະເລີກ, ຄວາມຮູ້ສຶກຫົດຫູ່ມັນເລີ່ມມາອີກຄັ້ງ, ຂ້ອຍແນມໄປເຫັນເຂົາຟ້ອນລຳວົງ ແລະ ກະຍິ້ມໄປໃນໃຈກະຮູ້ສຶກໃຈຫາຍແບບແປກໆ, ແຕ່ອີກໃຈກະຍິນດີແລ້ວ ເຫັນແວວຕາຂອງຄົນຮັກເກົ່າຕົນເອງນັ້ນມີຄວາມສຸກດີ ໃນໃຈກໍ່ຍິນດີໄປນຳ.

ຂ້ອຍກະຍັງທົນຢູ່ໃນງານຕໍ່ໄປ, ເຖິງແມ່ນວ່າຫຼາຍຄົນກະເລີ່ມກັບ, ແຕ່ຂ້ອຍກະຍັງທົດລອງຢູ່ ວ່າມັນຈະເປັນຈັ່ງໃດ, ຕອນນີ້ຮູ້ສຶກທຳມະດາ ບໍ່ເຫັນຈະມີຫຍັງແຕກຕ່າງ (ຍັງເກັ່ງຢູ່ເວີ້ຍ)



                       ເລື່ອງເລົ່າຈາກທາງບ້ານ  SPV media, SPVmedia, ທີ່ປຶກສາ

ເມື່ອລຳວົງ, ແລະການເຕັ້ນຫຼາຍໆຮອບຜ່ານໄປ, ອີ່ຕາໂຄສົກກໍ່ມາປະກາດອີກຮອບ, ເທື່ອນີ້ເປັນການເຊີນເຈົ້າບ່າວເຈົ້າສາວ ຂື້ນມາໂຊໂລ ເພັງຊື້ງໆຢູ່ກາງເວທີໃຫ້ແຂກເຫັນ. ສຽງດົນຕຣີ ເລີ່ມບັນເລງເພັງເປັນຈັງຫວະຊ້າໆ, ເຈົ້າບ່າວ ເຈົ້າສາວເອົາແຂນໂອບແອວກັນ,ມືໜຶ່ງຈັບກັນໂຢກໄປຕາມຈັງຫວະສຽງເພງ, ສາຍຕາຈ້ອງແນມກັນແລ້ວຍິ້ມໄປຕາມຈັງຫວະ, ບົດເພງເລີ່ມຕົ້ນໂຊໂລ້ໄປຢ່າງຊ້າໆ
ພໍຮອດທ່ອນທີ່ວ່າ: " ... ຂໍໃຫ້ທ່ານທັງສອງຈົ່ງຄອງຮັກ ໃຫ້ຍືນຍາວໝັ້ນ... ຂໍໃຫ້ທ່ານທັງສອງຢ່າແປຜັນ.. ຈົນວັນແກ່ເຖົ້າລົງໄປ... " ບວກກັບພາບເຈົ້າບ່າວເຈົ້າສາວທີ່ຢູ່ຕໍ່ໜ້າຂ້ອຍ ຢູ່ດີໆນ້ຳຕາຂ້ອຍກໍ່ບຸໝົ້ນອອກມາຄ້າງຢູ່ທີ່ເບົ້າຕາ, ຄວາມຮູ້ສຶກຕອນນີ້ມັນວູບລົງແບບບອກບໍ່ຖືກ, ຂ້ອຍຢາກຈະໄປຢືນທີ່ຈຸດໆນັ້ນ, ຈຸດທີ່ເຈົ້າບ່າວກຳລັງເກາະແອວເຈົ້າສາວໂຊໂລເພງ, ຢາກຈະສົບຕາ, ຢາກຈະເຫັນຮອຍຍິ້ມ,ຢາກຈະຈັບມື, ຢາກຈະກອດລາວອີກຄັ້ງ... ແຕ່ມັນເປັນໄປບໍ່ໄດ້ແລ້ວ, ທຸກຢ່າງມັນມາໄກເກີນຈະກັບມາແກ້ໄຂຫຍັງໄດ້ແລ້ວ..

ຂ້ອຍລຸກອອກໄປເຂົ້າຫ້ອງນ້ຳເພື່ອບໍ່ຢາກໃຫ້ໝູ່ເຫັນອາການ, ແລະ ກໍ່ບໍ່ຢາກທົນເຫັນພາບນັ້ນອີກ, ຫຼັງຈາກເພັງສຸດລົງ ຂ້ອຍກໍ່ຍ່າງອອກມາແລ້ວຄອບໝູ່ກັບບ້ານໂດຍທີ່ບໍ່ນັ່ງຕໍ່ອີກ. ຈາກນັ້ນຂ້ອຍກໍ່ຍ່າງຜ່ານງານອອກໄປໂດຍທີ່ບໍ່ງວກກັບຫຼັງອີກເລີຍ. ນີ້ຂ້ອຍກຳລັງເຮັດຫຍັງລົງໄປ? ນີ້ຂ້ອຍກຳລັງເປັນຫຍັງ ? ແທນທີ່ຂ້ອຍຈະມາດີໃຈໃນງານຂອງລາວ ແຕ່ເປັນຫຍັງຄືມາເປັນແນວນີ້?

ຈາກປະສົບການໃນຄັ້ງນີ້ ສອນໃຫ້ຂ້ອຍຮູ້ວ່າ: ບາງຄັ້ງເຖິງເຮົາຈະຄິດວ່າທຳໃຈໄດ້ແລ້ວ, ບໍ່ໄດ້ຄິດຫຍັງກັບເຂົາແລ້ວ, ແຕ່ຖ້າໃຈບໍ່ແຂງພໍ ຫຼືບໍ່ລືມເລຶ່ອງໃນອະດີດລົງໄດ້ ເຮົາກໍ່ບໍ່ຄວນຕົວະໂຕເອງ ແລະ ຝືນຄວາມຮູ້ສຶກໄປເລີຍ, ການທີ່ລາວເຊີນໄປງານກະຍ້ອນລາວວ່າລາວພຽງແຕ່ບອກໃຫ້ທົ່ວເຖິງ ແລະ ກະເຊີນຕາມມາລະຍາດ ເພື່ອບໍ່ຢາກໃຫ້ຄວາມສຳພັນຂາດຫາຍໄປ. ແຕ່ຖ້າເຮົາຍັງທຳໃຈບໍ່ໄດ້ ກໍ່ບໍ່ຄວນໄປຈະດີກວ່າ..

--------------------------------------------------------------------------------
ສົນໃຈແບ່ງປັນ ປະສົບການຊີວິດ ແລະ ຄວາມຮັກຂອງເຈົ້າ ຂຽນ ແລະ ສົ່ງມາໄດ້ທີ່ ອິນບ໋ອກ ເພສ ທີ່ປຶກສາບັນຫາຊີວິດ,ຄອບຄົວ ແລະ ຫົວໃຈ. ແອັດມິນຂໍເປັນສ່ວນໜຶ່ງທີ່ເຮັດໃຫ້ທຸກຄົນທີ່ກຳລັງພົບບັນຫາໃຫ້ຫາທາງອອກຊ່ວຍກັນ, ແລະ ເຮັດໃຫ້ທຸກຄົນໄດ້ລະບາຍສິ່ງທີ່ຄ້າງຄາໃນໃຈໄດ້ເຕັມທີ່ ພວກເຮົາຈະເບິ່ງຕາມຄວາມເໝາະສົມຂອງເລື່ອງ ແລະ ຈະຂໍຕັດບາງຄຳເວົ້້າທີ່ສຽດສີ ແລະ ຮຸນແຮງເກີນໄປເຮັດໃຫ້ອີກຝ່າຍເສຍຫາຍນັ້ນອອກ. ສະນັ້ນຂໍໃຫ້ທຸກຄົນຄອມເມັ້ນໃນທາງທີ່ສຸພາບ ແລະ ໃນທາງສ້າງສັນ, ເປັນການຫາທາງອອກ ແລະ ໃຫ້ກຳລັງໃຈແກ່ເຈົ້າຂອງເລື່ອງທີ່ສົ່ງມານີ້ດ້ວຍ. ຂໍຂອບໃຈ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates