ໜັງສັ້ນແນະນຳ

ເລື່ອງເລົ່າຈາກທາງບ້ານ ຕອນ: ຫຼົງຮັກຜູ້ຍິງຄົນໜຶ່ງສຸດທ້າຍ ລາວມາບອກວ່າ....


ເລື່ອງເລົ່າຈາກທາງບ້ານ ບົດຄວາມຈາກເພຈ: ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ


ເລື່ອງເລົ່າຈາກທາງບ້ານ  ເລື່ອງສັ້ນ  ທີ່ປຶກສາບັນຫາຊີວິດ lao story


ຊີວິດຂ້ອຍ ເຄີຍຜ່ານມາຫຼາຍເລື່ອງຄວາມຮັກ, ເຈິຄວາມຮັກມາທຸກຮູບແບບແຕ່ບໍ່ເຄີຍສົມຫວັງກັບຄວາມຮັກເລີຍ.
ຕໍ່ໄປນີ້ຄືເລຶ່ອງລາວ ແລະ ປະສົບການຄັ້ງໜຶ່ງໃນຊີວິດຂ້ອຍ ທີ່ຂ້ອຍຢາກຈະເລົ່າໃຫ້ທຸກຄົນໄດ້ຟັງ.

ຂ້ອຍເປັນເດັກຮຽນ, ບໍ່ມັກປາກ,​ ເປັນຄົນຂີ້ອາຍ ແລະ ກະບໍ່ກ້າທີ່ຈະລົມຈະເວົ້ານຳໃຜກ່ອນ,​ ນອກຈາກສະໜິດແທ້ໆ ຈຶ່ງຈະເຫັນອີກບຸກຂະລິກໜຶ່ງຂອງຂ້ອຍ.

ຫຼັງຮຽນຈົບຂ້ອຍກໍ່ໄດ້ມາເຮັດວຽກນະສະຖານທີ່ແຫ່ງໜຶ່ງ, ກະປົກກະຕິທຳມະດາ,​ ຈົນກຳລັງຈະເຂົ້າປີສອງ ຂ້ອຍກໍ່ໄດ້ເຈິຜູ້ຍິງຄົນໜຶ່ງທີ່ເຂົ້າມາເຮັດວຽກໃໝ່, ເຂົາເປັນຄົນທີ່ເບິ່ງແລ້ວບໍ່ມີພິດໄພ, ເປັນຄົນສະບາຍສະບາຍ, ມັກຍິ້ມ, ແລະ ນິໃສດີ. ຂ້ອຍມັກຈະຍ່າງກາຍບ່ອນທີ່ລາວນັ່ງເຮັດວຽກລະລັກແນມເບິງລາວເປັນປະຈຳ ແຕ່ລາວບໍ່ຮູ້ດອກເພາະຂ້ອຍລັກເບິ່ງ.

ດ້ວຍຄວາມທີ່ຫຼົງແອບປື້ມລາວ, ຈົນຂ້ອຍຫຼົງໄປເຊັບເບີລາວໄວ້ໂທລະສັບ ເພື່ອລັກຈອບເບິ່ງລາວອອນລາຍ, ມີຕອນໜຶ່ງຂ້ອຍຕັດສິນໃຈໂທຫາລາວຫວັງວ່າຈະທຳທ່າຖາມວຽກ. ແຕ່ແລ້ວລາວກໍ່ບໍ່ຮັບ ແລະ ບໍ່ມີໂທກັບອີກ..​ຂ້ອຍກະເລີຍເຊົາບໍ່ຄິດໂທໄປອີກ.

ຂ້ອຍກະລັກແນມຂອງຂ້ອຍແບບນີ້ໄປທຸກໆມື້, ຫຼັງເລີກວຽກ ຫຼື ເລີກກິນເຂົ້າຂ້ອຍກໍ່ຈະຍ່າງກາຍແລ້ວລັກສົ່ງສາຍຕາໄປແນມເບິ່ງລາວເປັນປະຈຳ ບາງຄັ້ງຂ້ອຍກໍ່ຮູ້ວ່າລາວແນມມາ. ເມຶ່ອເຮັດວຽກໄປຈັກໄລຍະ ລາວກະເລີ່ມມີວຽກນັ້ນວຽກນີ້ມາພົວພັນກັບຂ້ອຍ ອັນໄດ້ເຮັດໃຫ້ເຮົາຮູ້ຈັກກັນ ໃນນາມເພຶ່ອນຮ່ວມງານ,​ ແລ້ວເຫັນກັນກະທັກທາຍກັນໄປໃນແຕ່ລະມື້.

ແລ້ວຂ້ອຍກໍ່ມາຮູ້ວ່າລາວມີແຟນແລ້ວ, ແຕ່ຂ້ອຍກະບໍ່ໄດ້ຫວັງທີ່ຈະໄປລົມຫຍັງກັບລາວ, ເພາະຄຳວ່າແອບປື້ມ ນັ້ນມັນກະເປັນການຫຼົງມັກໃຜຄົນໜຶ່ງໂດຍບໍ່ໄດ້ຕັ້ງໃຈ ກໍ່ບໍ່ເຮັດຫຍັງຜິດ ບໍ່ໄດ້ໄປສ້າງໃຫ້ຄວາມສຳພັນເຂົາສອງຄົນມີບັນຫາກັນເລີຍ.

ຈົນມາຮອດມື້ຶ້ໜຶ່ງ, ລາວຕັດສິນໃຈລາອອກຈາກວຽກບ່ອນທີ່ຂ້ອຍຢູ່, ຂ້ອຍໄດ້ຍິນຂ່າວຈົນຕົກໃຈ, ມື້ສຸດທ້າຍທີ່ລາວຈະອອກ ລາວມາຊວນຂ້ອຍໄປກິນເຂົ້າສວຍນຳ, ຂ້ອຍດີໃຈຫຼາຍ ພວກເຮົາລົມກັນຫຼາຍເລຶ່ອງເຕີບໃນຂະນະທີ່ນັ່ງກິນເຂົ້ານຳກັນ. ຂ້ອຍໄດ້ຮູ້ຈັກລາວໃນຫຼາຍໆດ້ານຂື້ນ ຂ້ອຍໄດ້ແຕ່ຄິດວ່າເປັນຫຍັງເຮົາຄືບໍ່ພາກັນກິນເຂົ້ານຳກັນແຕ່ດົນໆ....

ມື້ນັ້ນກ່ອນໝົດໂມງເຮັດວຽກລາວກໍ່ເຂົ້າມາຄອບຂ້ອຍອີກວ່າ ໄປກ່ອນເດີ້... ຂ້ອຍຮູ້ສຶກຄືຈັ່ງມີຫຍັງຂາດຫາຍໄປຈາກຊີວິດຂ້ອຍເລີຍ,​ ສາຍຕາໄດ້ແນ່ແນມເບິ່ງທາງຫຼັງຂອງລາວຈົນລາວຫາຍໄປ,​ ຕ່ອນຂາໄກ່ທີ່ລາວເອົາໃຫ້ ຍັງຢູ່ໜ້າໂຕະຂອງຂ້ອຍ.. ຍິ່ງຄິດກໍ່ຍິ່ງຫົດຫູ່ໃຈ
ແລະ ເສຍໃຈທີ່ມື້ຕໍ່ໄປຈະບໍ່ເຈິລາວແລ້ວ.. ຢາກໃຫ້ລາວຢູ່ນຳດົນໆ,​ຢາກເຫັນລາວທຸກມື້, ຢາກກິນເຂົ້ານຳກັນ,​ຢາກຢຸດເວລາຕອນກິນເຂົ້ານັ້ນໄວ້ດົນໆ.

ຈຸດທີ່ເຮັດໃຫ້ຂ້ອຍຕົກສະເງີ້ທີ່ສຸດຄືມື້ດຽວກັນ ຮອດຕອນແລງປະມານ 9 ໂມງ, ມີ Whatsapp ເຂົ້າມາໃນໂທລະສັບ,​ຂ້ອຍເປີດເບິ່ງ ແລະ ດີໃຈສຸດໆ ລາວແຊັດມາຫາຂ້ອຍ,​ ລາວບອກວ່າ ອ້າຍ, ທີ່ນ້ອງແຊັດມານີ້ແມ່ນເພຶ່ອຈະບອກບາງເລຶ່ອງສູ່ຟັງ, ນ້ອງເກັບມັນໄວ້ດົນແລ້ວ,​ຢາກບອກອ້າຍຫຼາຍເທຶ່ອຢູ່, ແຕ່ບໍ່ກ້າ, ນ້ອງເລີຍເກັບໄວ້ບອກອ້າຍຕອນມື້ສຸດທ້າຍທີ່ນ້ອງອອກຈາກບ່ອນເຮັດວຽກນີ້ໄປ... ເພື່ອຈະບໍ່ໄດ້ເຈິ ບໍ່ໄດ້ຮູ້ຈັກ ແລະ ລືມອ້າຍໄປໄດ້ເລີຍ...

ຂ້ອຍຕົກໃຈ ແລ້ວຮີບຟ້າວຕອບໄປວ່າມີຫຍັງເລົ່າສູ່ອ້າຍຟັງດຸ. ແລ້ວລາວກະເລົ່າຕໍ່ວ່າ: ນ້ອງເອງມີແຟນແລ້ວ ຄົບກັນມາ 5 ປີ, ແຕ່ນ້ອງຮູ້ວ່ານ້ອງເປັນຄົນບໍ່ດີ, ເພາະນ້ອງມີແຟນແລ້ວ ແຕ່ກະຍັງໄປຫຼົງແອບປື້ມອ້າຍ, ນ້ອງປື້ມອ້າຍຕັ້ງແຕ່ທຳອິດທີ່ນ້ອງເຂົ້າມາວຽກ,​ ອ້າຍເປັນຄົນນິໃສດີ, ບໍ່ມັກປາກ, ເປັນຄົນສຸຂຸມ,​ສຸພາບຮຽບຮ້ອຍ..​ນ້ອງມັກຜູ້ຊາຍແນວນີ້, ແຕ່ນ້ອງມີແຟນແລ້ວ ເລີຍໄດ້ແຕ່ແອບປື້ມອ້າຍ,​ ນ້ອງຂໍໂທດຫຼາຍໆ ່ທີ່ຫຼົງໄປແອບປື້ມອ້າຍແບບນີ້.. ນ້ອງມີຄວາມສຸກທຸກຄັ້ງທີ່ໄດ້ເຫັນໜ້າອ້າຍ, ດີໃຈທີ່ໄດ້ຍິນສຽງອ້າຍ,​ ແລະ ມື້ນີ້ທີ່ໄດ້ກິນເຂົ້ານຳກັບນ້ອງມີຄວາມສຸກສຸດໆ ດີໃຈຈົນເກືອບເກັບອາການບໍ່ຢູ່... ຈັ່ງໃດກະຂອບໃຈກັບເລຶ່ອງທຸກຢ່າງເດີ້..​ລາກ່ອນ ໄວ້ເຈິກັນໃໝ່ຖ້າມີໂອກາດ....

ຂ້ອຍໄດ້ອ່ານຂໍ້ຄວາມແລ້ວເຖິງກັບນ້ຳຕາຊືມ, ຂ້ອຍໂຄດດີໃຈ ທີ່ຄົນທີ່ຂ້ອຍຫຼົງມັກມາຕະຫຼອດນັ້ນມາເວົ້າວ່າ ແອບຫຼົງມັກຂ້ອຍຄືກັນ, ແຕ່ຕອນນີ້ມັນສວຍເກີນໄປແລ້ວ ເພາະລາວໄດ້ອອກວຽກໄປຢູ່ຫ້ອງການດຽວກັນກັບແຟນລາວ, ນັບແຕ່ມື້ນັ້ນລາວກໍ່ບໍ່ໄດ້ແຊັດຫຍັງມາອີກເລີຍ.. ຂ້ອຍກະທັງມີຄວາມຮູ້ສຶກດີໃຈ ແລະ ກະເສຍໃຈທີ່ບໍ່ມີລາວໃຫ້ແຍງແລ້ວ.. ແຕ່ຂ້ອຍກະບໍ່ເຄີຍຄິດທີ່ຈະຫວັງໄປສ້າງຄວາມແຕກແຍກໃຫ້ລາວ. ໃນຄວາມຮູ້ສຶກຄົນທີ່ແອບປື້ມ ຂ້ອຍຄິດວ່າຄົງຈະເປັນທຸກຄົນທີ່ບໍ່ຕ້ອງການຫຍັງຫຼາຍ ຂໍພຽງແຕ່ໄດ້ເຫັນໄດ້ເວົ້ານຳກະດີໃຈແລ້ວ, ເຖິງໃນໃຈເລິກໆຊິຫວັງໃຫ້ເຂົາເລີກກັນຢູ່ຮະຮະ.

ຈາກນັ້ນອີກ 2-3 ເດືອນຂ້ອຍກໍ່ເຂົ້່າໄປເຫັນຮູບລາວແຕ່ງງານ, ໂດຍທີ່ລາວບໍ່ຍອມບອກຂ້ອຍເລີຍ, ເພາະລາວກໍ່ຄືຈະລຳບາກໃຈຄືກັນທີ່ຈະບອກ.. ແຕ່ກະບໍ່ເປັນຫຍັງ ເຫັນລາວມີຄວາມສຸກຂ້ອຍກະດີໃຈແລ້ວ. ເພາະຂ້ອຍກັບລາວຕົກລົງເປັນອ້າຍນ້ອງກັນຮຽບຮ້ອຍແລ້ວ. ເຫັນນ້ອງເປັນຝັ່ງເປັນຝາ ເປັນຫຍັງເຮົາຊິບໍ່ມີຄວາມສຸກເນາະ ?

ທັງໝົດເປັນກະສົບການຄັ້ງໜຶ່ງໃນຊິວິດຄວາມຮັກຂອງຂ້ອຍ, ຂ້ອຍຢາກບອກໃຫ້ທຸກຄົນໄດ້ຮູ້ວ່າ ຖ້າຄິດຈະຮັກໃຜ,​ ແອບຮັກໃຜ,​ ຄວນຈະບອກເຂົາໄປກ່ອນຈະບໍ່ມີໂອກາດໄດ້ບອກ,​ ເພາະຖ້າມັນສວາຍເກີນໄປກໍ່ຈະເປັນດັ່ງຢູ່ໃນກໍລະນີແບບດຽວກັບຂ້ອຍເລີຍ ທີ່ບໍ່ສາມາດກັບໄປແກ້ໄຂອະດີດຫຍັງໄດ້ອີກ...

--------------------------------------------------------------------------------

ສົນໃຈແບ່ງປັນ ປະສົບການຊີວິດ ແລະ ຄວາມຮັກຂອງເຈົ້າ ຂຽນ ແລະ ສົ່ງມາໄດ້ທີ່ ອິນບ໋ອກ ເພສ ທີ່ປຶກສາບັນຫາຊີວິດ,ຄອບຄົວ ແລະ ຫົວໃຈ. ແອັດມິນຂໍເປັນສ່ວນໜຶ່ງທີ່ເຮັດໃຫ້ທຸກຄົນທີ່ກຳລັງພົບບັນຫາໃຫ້ຫາທາງອອກຊ່ວຍກັນ, ແລະ ເຮັດໃຫ້ທຸກຄົນໄດ້ລະບາຍສິ່ງທີ່ຄ້າງຄາໃນໃຈໄດ້ເຕັມທີ່ ພວກເຮົາຈະເບິ່ງຕາມຄວາມເໝາະສົມຂອງເລື່ອງ ແລະ ຈະຂໍຕັດບາງຄຳເວົ້້າທີ່ສຽດສີ ແລະ ຮຸນແຮງເກີນໄປເຮັດໃຫ້ອີກຝ່າຍເສຍຫາຍນັ້ນອອກ. ສະນັ້ນຂໍໃຫ້ທຸກຄົນຄອມເມັ້ນໃນທາງທີ່ສຸພາບ ແລະ ໃນທາງສ້າງສັນ, ເປັນການຫາທາງອອກ ແລະ ໃຫ້ກຳລັງໃຈແກ່ເຈົ້າຂອງເລື່ອງທີ່ສົ່ງມານີ້ດ້ວຍ. ຂໍຂອບໃຈ




No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates