ໜັງສັ້ນແນະນຳ

ຄອບຄົວບໍ່ເຂົ້າໃຈ ຄວນລົມແນວໃດບໍ່ໃຫ້ຜິດກັນ? | ບັນຫາຄອບຄົວ


     ບັນຫາຄອບຄົວ:  ທຸກຄົນຄົງປະຕິເສດບໍ່ໄດ້ ວ່າເຄີຍມີບັນຫາກັບຄອບຄົວ, ເວລາມີເລື່ອງຫຼື ມີແນວຈະປຶກສາ ແລະ ບອກຄອບຄົວ  ຊ້ຳພັດຢ້ານຍິ່ງຈະຜິດກັນໄປໃຫ່ຍ,​ ຫຼື ຄອບຄົວບໍ່ຍອມຮັບ.  ໃນບົດຄວາມນີ້ເວົ້າເຖິງການລົມກັບພໍ່ແມ່,  ອ້າຍເອື້ອຍນ້ອງ,  ຍາດຕິພີ່ນ້ອງ ແລະ ຄົນໃນຄອບຄົວ,  ມື້ນີ້ເຮົາມາຫາວິທີລົມກັບຄອບຄົວກັນດີກວ່າວ່າຈະລົມປະມານໃດ ເພື່ອໃຫ້ຄອບຄົວເຂົ້າໃຈ ແລະ ບໍ່ຜິດກັບເຮົາ.


ບັນຫາຄອບຄົວ, ຄອບຄົວບໍ່ເຂົ້າໃຈ, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ, ສາລະໜ້າຮູ້, ບົດຄວາມຈາກເພຈທີ່ປຶກສາ


1. ກ່ອນຈະເລີ່ມລົມ ຕ້ອງຄິດກ່ອນວ່າຕ້ອງການຄຳຕອບຫຍັງຈາກການລົມ ?

ບໍ່ແມ່ນວ່າຈະຢູ່ຊື່ໆກໍ່ຢາກເຂົ້າໄປລົມເລີຍ, ເຮົາຕ້ອງຖາມໂຕເອງວ່າການທີ່ຕັດສິນໃຈໃນການລົມຄັ້ງນີ້ແມ່ນຕ້ອງການຫຍັງ, ແລະ ຫ້າມເອົາເລື່ອງຫຼາຍໆເລື່ອງໄປລົມບາດດຽວ ເພາະມັນອາດຈະສ່ຽງຍິ່ງເຮັດໃຫ້ຜິດກັນໄປອີກ.


2.  ຢ່າໄຊ້ອາລົມ,  ລົມກັນ ບໍ່ແມ່ນຜິດກັນ.

ຢ່າໃຊ້ອາລົມ,​ ຕ້ອງຄິດໃນໃຈວ່າ ລົມກັນ ບໍ່ແມ່ນມາຜິດກັນ ຄວນເປີດໂອກາດໃຫ້ອີກຝ່າຍເວົ້າ, ແລ້ວ ເຮົາຈຶ່ງເວົ້າ, ບໍ່ແມ່ນຈະເວົ້າໆ ຢ່າງດຽວ ໂດຍບໍ່ຟັງຄົນອື່ນ ແລະ ຕົກລົງກັບເງື່ອນໄຂທີ່ຄອບຄົວ ແລະ ໂຕເຮົາຮັບໄດ້.


3. ໃຊ້ຖ້ອຍຄຳດີດີ
ພະຍາຍາມຫຼີກລ່ຽງຄຳເວົ້າທີ່ເຮັດໃຫ້ຄົນໃນເຮືອນບໍ່ພໍໃຈ ເຊັ່ນ: ພວກເຂົາບໍ່ໃຫ້ໂອກາດໂຕເອງ,  ພວກເຂົາບໍ່ເຂົ້າໃຈ, ບໍ່ມີໃຜເຂົ້າໃຈ....  ຄຳເວົ້າເຫຼົ່ານີ້ຄວນຫຼີກລ່ຽງ.  ຄວນຄ່ອຍເວົາຄ່ອຍວ່າ ຈະເປັນການດີສຸດ.



ກົດຕິດຕາມຊ່ອງຂອງພວກເຮົາທາງຢູທູບໄດ້ທີ່  youtube.com/spvmedia



4.  ເປີດໃຈ ທຳຄວາມເຂົ້າໃຈກັບຄວາມຄິດຂອງຄອບຄົວ.
ບາງຄົນອາດຈະມີແຕ່ຍຶດຕິກັບແນວຄິດຂອງຕົນເອງ, ໂດຍບໍ່ເປີດໃຈ,  ກ່ອນທີ່ຈະຖຽງຫຍັງ ຄວນຟັງເຫດຟັງຜົນຂອງຄອບຄົວກ່ອນ ວ່າຄອບຄົວຄິດເຫັນແນວໃດ ມີເຫດຜົນແນວໃດ ຄວນຄິດຫາເຫດຜົນໃຫ້ລະອຽດກ່ອນ, ຖ້າຍັງຄິດບໍ່ອອກໃນຂະນະທີ່ສົນທະນາ ກໍ່ອາດຈະເກັບເອົາມາພິຈາລະນາອີກຄັ້ງກ່ອນຕັດສິນໃຈເຮັດຫຍັງລົງໄປ.


5. ພໍ່ແມ່ ບໍ່ເຄີຍຄິດທຳຮ້າຍລູກຕົນເອງ.
ກໍລະນີນີ້ຄືເຮົາມີເລື່ອງທີ່ຄ້າງໃນໃຈ ແລະ ພໍ່ແມ່ຫ້າມ,  ບາງຄົນຈະເຂົ້າໃຈວ່າພໍ່ແມ່ຢາກກັກຂັງ ຫຼື ທຳຮ້າຍລູກໂຕເອງ, ແຕ່ຂໍບອກເລີຍ ພໍ່ແມ່ທຸກຄົນຍ່ອມຢາກໃຫ້ລູກຕົນເອງເປັນຄົນດີສະເໝີ, ສະນັ້ນ,​ ເຮົາຄວນຄິດໃນແງ່ບວກຂອງຈຸດນີ້ເອົາໄວ້ ກ່ອນຈະເວົ້າຫຍັງຮຸນແຮງເກີນໄປ.


ບົດຄວາມນີ້ສຳລັບເຜີຍແຜ່ທີ່ເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈເທົ່ານັ້ນ.


No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates