ເປີດໂຕກັນໄປເປັນທີ່ຮຽບຮ້ອຍກັບສະມາດໂຟນຕະກູນ HUAWEI Y series ທີ່ອັດແໜ້ນສະເປັກມາໃຫ້ ພ້ອມລາຄາສຸດຄຸ້ມ
HUAWEI Y9 Prime 2019 ມີໜ້າຈໍ HUAWEI Ultra FullView Display ຂະໜາດ 6,59 ນິ້ວແບບເຕັມຈໍ ບໍ່ມີຕິ່ງ, ບໍ່ມີນ໋ອດ ຫຼື ເຈາະຮູ ມາກວນໃຈ ໂດຍໜ້າຈໍມີເທັກໂນໂລຢີ TUV Rheinland ທີ່ຕັດແສງທີ່ເປັນອັນຕະລາຍຕໍ່ສາຍຕາ ເຮັດໃຫ້ ຖະໜອມສາຍຕາໃຊ້ງານໄດ້ສະດວກສະບາຍໃນບ່ອນມືດດີຂື້ນ.
HUAWEI Y9 Prime 2019 ຖືໄດ້ວ່າເປັນລຸ້ນທຳອິດຂອງຫົວເວີ່ຍທີ່ເຮັດກ້ອງປ໋ອບອັບອອກມາ ໂດຍກ້ອງໜ້າເປັນກ້ອງປ໋ອບອັບ ຂະໜາດ 16 ລ້ານ ພິກເຊວ ມີຮູຮັບແສງ F=2/2 ສາມາດຖ່າຍກາງຄືນໄດ້ດີຂື້ນ ແລະ ມີ 3D Portrait lighting ສາມາດປັບແຕ່ງແສງໄດ້ຕາມໃຈ.
HUAWEI Y9 Prime 2019 ມີກ້ອງຫຼັງ 3 ໂຕຄວາມລະອຽດ 16MP(main) + 2MP(bokeh) + 8MP(Ultra wide) ທີ່ມາພ້ອມ AI ສາມາດດັກຈັບໄດ້ເຖິງ 22 ປະເພດ. ແລະ ຍັງມີ Super Night Mode ທີ່ສາມາດຖ່າຍກາງຄືນໄດ້ສະບາຍ.
HUAWEI Y9 Prime 2019 ຍັງມາພ້ອມກັບ Ram 4GB, ROM 128 GB ແລະ ແບັດເຕີຣີຂະໜາດ 4000 mAh ທີ່ຮອງຮັບຄວາມບັນເທິງເຕັມຮູບແບບ ແລະ ຫຼິ້ນເກມໄດ້ຢ່າງສະບາຍ.
ສະເປັກທັງໝົດຂອງ HUAWEI Y9 Prime 2019 ມີດັ່ງນີ້:
- ໜ້າຈໍ: TFT LCD ຂະໜາດ 6,59 ນິ້ວ ຄວາມລະອຽດ 2340 x 1080
- CPU: Kirin 710F
- RAM: 4GB
- ຄວາມຈຸ: 128Gb
- OS : Android 9 Pie + EMUI 9
- ກ້ອງ: ກ້ອງຫຼັງມີ 3 ໂຕ: 16MP(main) + 2MP(bokeh) + 8MP(Ultra wide) ມີ AI, ກ້ອງໜ້າແບບປ໋ອບອັບ 16MP fixedfocus.
- ແບັດເຕີຣີ: 4000 mAh
- ການເຊື່ອມຕໍ່: WiFi 802.11 a/b/g/n/ac, BT 4.2, USB-C
- ເຊັນເຊີ້:
- Fingerprint sensor
- Ambient light sensor
- Digital compass
- Gravity sensor
- Gyroscope sensor
- ມີ 3 ສີໃຫ້ເລືອກ:
- - ສີດຳ (Midnight Black)
- - ສີຟ້າໄພລິນ (Sapphire Blue)
- - ສີຂຽວມໍລະກົດ (Sapphire Blue)
ສຳລັບລັບລາຄາ ແລະ ວັນເວລາຈຳໜ່າຍນັ້ນທາງສູນລາວປະກາດອອກມາວ່າລາຄາ 2,190,000 ກີບ ຈອງມື້ນີ້ມີຂອງແຖມ ແລະ ສ່ວນຫຼຸດຢ່າງຫຼວງຫຼາຍ
No comments:
Post a Comment