ໜັງສັ້ນແນະນຳ

ເປີດໂຕ ແທບເລັດ Huawei MediaPad M6 ມາພ້ອມ CPU ລະດັບທ໋ອບ Kirin 980 ໃນລາຄາສະບາຍກະເປົາ



ນອກຈາກທີ່ຫົວເວີ່ຍໄດ້ເປີດໂຕ ສະມາດໂຟນລຸ້ນ nova 5 ໄປແລ້ວ,  ກໍ່ໄດ້ເປີດໂຕເທັບເລັດລຸ້ນໃໝ່ສະເປັກລະດັບສູງຄື: Huawei MediaPad M6 ທີ່ມາພ້ອມຊິບລຸ່ນ Kirin 980 ກັບໜ້າຈໍຄວາມລະອຽດ 2K ທັງສອງລຸ່ນໃນຂະໜາດໜ້າຈໍ 10.8 ນິ້ວ ແລະ 8.4 ນິ້ວ ຢ່າງເປັນທາງການ.

ສາລະເລື່ອງໄອທີ,  Huawei MediaPad M6, ຫົວເວີ່ຍ ລາວ

ໜ້າຈໍ

Huawei MediaPad M6  ທັງສອງລຸ້ນມາພ້ອມໜ້າຈໍ LCD ຄວາມລະອຽດ 2560X1600  ມີຂອບໜ້າຈໍບາງ

ສາລະເລື່ອງໄອທີ,  Huawei MediaPad M6, ຫົວເວີ່ຍ ລາວ


CPU kirin 980

Huawei MediaPad M6  ເອີ້ນໄດ້ວ່າເປັນແທັບເລັດລະດັບທ໋ອບແທ້ໆ ເພາະວ່າທັງສອງໄຊ້ ຊີພີຢູ່ ລຸ້ນທ໋ອບ ລຸ້ນດຽວທີ່ໃຊ້ກັບຫົວເວີຍ P30 series, ເລື່ອງການໄຊ້ງານຫາຍຫ່ວງ ການເຮັດວຽກ,​ເບິ່ງໜັງຟັງເພັງ ລວມກັບການຫຼິ້ນເກມກຣາບຟິກໂຫດໆໄດ້ສະບາຍ ສະບາຍ.

ສາລະເລື່ອງໄອທີ,  Huawei MediaPad M6, ຫົວເວີ່ຍ ລາວ


ແບັດເຕີຣີ
ທັງສອງມາພ້ອມກັບແບັດເຕີຣີ ຂະໜາດໃຫ່ຍ, ໂດຍລຸ້ນ 10.8 ນິ້ວຈະມີຂະໜາດແບັດ 7500 mAh ແລະ ລຸ້ນ 8.4 ນິ້ວ ນັ້ນມີຂະໜາດ 6100 mAh ໃຊ້ງານດົນແນ່ນອນ, ແລະ ສາມາດສາກໄຟຄວາມໄວ 18W ນຳອີກ

ສາລະເລື່ອງໄອທີ,  Huawei MediaPad M6, ຫົວເວີ່ຍ ລາວ


GPU Turbo 3.0 
ສຳລັບນັກຫຼິ້ນເກມ,  ຫົວເວີຍຍັງອັດເທັກໂນໂລຢີ່ GPU Turbo 3.0 ມາໃຫ້ທັງສອງລຸ້ນ, ສາມາດຫຼິ້ນເກມໂຫດໆແບບບໍ່ກະຕຸກ, ແລະ ເຮັັດໃຫ້ເຟຣມເລດ ບໍ່ມີຕົກ.
ສາລະເລື່ອງໄອທີ,  Huawei MediaPad M6, ຫົວເວີ່ຍ ລາວ


ເຕັມອີ່ມກັບລຳໂພງ 4 ໂຕຈູນສຽງໂດຍ HARMAN KARDON
Huawei MediaPad M6  ທັງສອງລຸ້ນຍັງມາພ້ອມກັບລຳໂພງເຖິງ 4 ໂຕ ທີ່ປັບແຕ່ງໂດຍແບຣນລະດັບໂລກຢ່າງ HARMAN KARDON ເຮັດໃຫ້ການເບິ່ງໜັງຟັງເພງສຽງແໜ້ນ ມີມິຕິຢ່າງແນ່ນອນ.

ສາລະເລື່ອງໄອທີ,  Huawei MediaPad M6, ຫົວເວີ່ຍ ລາວ, SPV media

ຮອງຮັບບິກຂຽນ  M pen ແລະ ເຄດ ຄີບອດ

Huawei MediaPad M6 ຕາມແຫຼ່ງຂ່າວລຸ້ນ 10.8 ນິ້ວຈະຮອງຮັບການໃຊ້ງານບິກ M pen ທີ່ສາມາດຮອງຮັບແຮງກົດໄດ້ 2048 ລະດັບ,​ສາມາດຂີດຂຽນຢູ່ໜ້າຈໍໄດ້ໄກ້ຄຽງກັບບິກແທ້ທີ່ຂຽນຢູ່ເຈ້ຍ.  ນອກຈາກນັ້ນຍັງຮອງຮັບເຄດຄີບອດ ມາສຸບໃສ່ເລີຍ ເພື່ອສະດວກໃນການພິມເອກະສານ. ສ່ວນລຸ້ນ 8.4 ນິ້ວນັ້ນ ທາງຫົວເວີ່ຍບໍ່ໄດ້ເວົ້າເຖິງວ່າຮອງຮັບບິກຂຽນໄດ້ຫຼືບໍ່ ທັງນີ້ທັງນັ້ນຕ້ອງລໍຖ້າຕິດຕາມເຄື່ອງແທ້ວ່າສາມາດຮອງຮັບໄດ້ບໍ່.

ສາລະເລື່ອງໄອທີ,  Huawei MediaPad M6, ຫົວເວີ່ຍ ລາວ, SPV media


ສະເປັກທັງໝົດຂອງ Huawei MediaPad M6 ມີດັ່ງນີ້:


  • ໜ້າຈໍ IPS LCD ຂະໜາດ 10.8 ນິ້ວ ແລະ 8.4 ນິ້% ຄວາມລະອຽດ 2 K
  • ລະບົບປະຕິບັດການ android 9 Pie  ມາພ້ອມ  EMUI 9.1.1
  • CPU: Kirin 980 
  • GPU: Mali G76 ພ້ອມ Game Turbo 3.0
  • RAM: 4Gb  LPDDR4X
  • ຄວາມຈຸ: 64Gb/128Gb ຮອງຮັບ micro SD card ສູງສຸດ 512 Gb
  • ກ້ອງຫຼັງ: 13 MP auto focus
  • ກ້ອງໜ້າ: 8MP fixed focus
  • battery: 6,100 mAh ສຳລັບລຸ້ນ 8,4 ນິ້ວ ແລະ   7,500 mAh ສຳລັບລຸ້ນ 10,8 ນິ້ວ. ທັງສອງຮອງຮັບເທັກໂນໂລຢີສາກໄວ   18W.
  • ການເຊື່ອມຕໍ່:  Wifi  IEEE 802.11a/b/g/n/ac 2.4 GHz, 5GHz. Bluetooth 5.0. USB type C, ຫູຟັງ 3,5 mm
  • ເຊັນເຊີ້: Ambient light detection, gyroscope, gravity acceleration, compass, hall sensor.
  • ສີວາງຈຳໜ່າຍ: ສີຄຳ ແລະ ສີເທົາ

ລາຄາເປີດໂຕ ແລະ ວັນວາງຈຳໜ່າຍ
  •  Huawei MediaPad M6  ລຸ້ນ 10,8 ນິ້ວ: 
- ຄວາມຈຸ 4/64Gb wifi ລາຄາ 2,299 ຢວນຕົກເປັນເງິນກີບປະມານ 2,894,000 ກີບ/ລຸ້ນໃສ່ຊິມໄດ້ປະມານ 2,699 ຢວນ ຫຼື  3,397,500 ກີບ
- ຄວາມຈຸ  4/128GB wifi ເປີດໂຕລາຄາ 2,699 ຢວນ ຫຼື  3,397,500 ກີບ/ລຸ້ນໃສ່ຊິມໄດ້ປະມານ 3,499 ຢວນ ຫຼື  4,404,000 ກີບ

  •  Huawei MediaPad M6  ລຸ້ນ 8,4 ນິ້ວ:
- ຄວາມຈຸ 4/64GB wifi ລາຄາ 1,999 ຢວນ ຫຼື  2,516,000 ກີບ/ລຸ້ນໃສ່ຊິມ 2,399 ຢວນ ຫຼື 3,019,000 ກີບ
- ຄວາມຈຸ 4/128GB wifi ລາຄາ 2,399 ຢວນ ຫຼື 3,019,000 ກີບ/ລຸ້ນໃສ່ຊິມ 2,699 ຢວນ ຫຼື   3,397,500 ກີບ

ທັງສອງລຸນເລີ່ມຂາຍໃນເປັນທາງການໃນວັນທີ 10 ກໍລະກົດເປັນຕົ້ນໄປ. ສ່ວນສູນລາວຈະເອົາມາຂາຍຫຼືບໍ່ນັ້ນ ເປັນອີກເລື່ອງໜຶ່ງ ລໍຖ້າຕິດຕາມກັນວ່າຈະເອົາມາຂາຍບໍ່.

ແຫຼ່ງຂ່າວຈາກ: gsmarena




No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates