ໜັງສັ້ນແນະນຳ

ເປີດໂຕ Xiaomi Mi Band 4 ກວດຈັບການອອກກຳລັງກາຍໄດ້ດີຂື້ນ ໜ້າຈໍສີ ໃສ່ລອຍນ້ຳໄດ້ ໃນລາຄາສະບາຍກະເປົາ


     ເປີດໂຕກັນຮຽບຮ້ອຍກັບສຸດຍອດສາຍຮັດຂໍ້ມືສຳລັບຄົນທີ່ຮັກສຸຂະພາບຈາກຄ້າຍ Xiaomi ທີ່ຕອນເປີດໂຕ Mi Band 3 ອອກມານັ້ນສາມາດເອີ້ນໄດ້ວ່າເປັນສຸດຍອດນະວັດຕະກຳທີ່ເຮັດໃຫ້ຄົນທົ່ວໂລກຕື່ນຕາຕື່ນໃຈ ດ້ວຍສະເປັກແລະ ລາຄາທີ່ສຸດຄຸ້ມ ແລະ ທີ່ສຳຄັນແບັດເຕີຣີ່ ຖືວ່າເຫຼືອກິນເຫຼືອໃຊ້

mi band 4 by SPV media  IT-SPV media

Mi Band 4 ມີໜ້າຈໍແບບສີໃຫ່ຍຂື້ນກວ່າລຸ້ນກ່ອນເຖິງ 39,9%  ໃຊ້ຈໍ AMOLED ໃນການສະແດງຜົນ ພ້ອມແກ້ວ ນິລະໄພ 2,5D  ແລະ ກັນນ້ຳໄດ້ໃນລະດັບ 5ATM  ຫຼື 50 ແມັດ ສາມາດປ່ຽນສະໄຕ ຂອງໜ້າຈໍໄດ້ຫຼາຍແບບ.

SPV media IT-SPVmedia  SPV news

Mi Band 4 ໄດ້ເພິ່ມເຊັນເຊີ້ການກວດຈັບການເຄື່ອນໃຫວການອອກກຳລັງກາຍໄດ້ເຖິງ 6 ແກນ ເຮັດໃຫ້ກວດຈັບການອອກກຳລັງກາຍໄດ້ດີຂື້ນ,​ ສາມາດໃຊ້ໃນການແລ່ນ,​ ອອກກຳລັງກາຍທົ່ວໄປ,​ ລອຍນ້ຳ, ຂີ່ລົດຖີບ... ໄດ້ສະບາຍ


SPV media   IT-SPVmedia   News-SPVmedia

Mi Band 4 ຍັງໄດ້ເພີ່ມໄມໂຄຣໂຟນເຂົ້າມາ ເພື່ອໄຊ້ຟັງຊັ້ນ voice assistant  ເພື່ອມາຊ່ວຍຟັງຊັ້ນອັດສະລິຍະ ຫຼື  Xiao AI  ທີ່ສາມາດສັ່ງດ້ວຍສຽງໃນການເຊື່ອມຕໍ່ກັນອຸປະກອນ IOT ຕ່າງໆຂອງທາງຄ້າຍ, ແລະ ສາມາດຕັ້ງຄ່າໄດ້ເຊັ່ນ: ເປີດເພັງ, ຕັ້ງເວລານັດໝາຍ ເປັນຕົ້ນ,  ​ ນອກນີ້,​ ຍັງມີລຸ້ນທີ່ມີ NFC ຮອງຮັບການຈ່າຍເງິນຜ່ານລະບົບ Payment ຕ່າງໆທີ່ສັບພອດໄດ້ (ແຕ່ເບິ່ງແລ້ວອາດຈະໄຊ້ໄດ້ໃນແຕ່ຢູ່ຈີນ).



ສ່ວນການກວດຈັບອັດຕາການເຕັ້ນຂອງຫົວໃຈກໍ່ຍັງມີຢູ່ຢ່າງຄົບຖ້ວນ,  ແລະ ຍັງຮອງຮັບ Bluetooth 5.0 ແລະ ແບັດເຕີຣີ່ສາມາດຢູ່ໄດ້ 15 ວັນ,  ແລະ ລຸ້ນ NFC ຈະຢູ່ໄດ້ປະມານ 20 ວັນ.

SPV media   IT-SPVmedia  News-SPVmedia



Mi Band 4 ລາຄາເປີດໂຕລຸ້ນທຳມະດາ ຖືກເງິນກີິບປະມານ  200,000 ກີບ,  ລຸ້ນ NFC ປະມານ 280,000-300,000 ກີບ  ແລະ ລຸ້ນພິເສດ Avengers Limited Edition ປະມານ 380,000 - 400,000 ກີບ.






ສ່ວນວ່າຈະມາລາວຕອນໃດ ຮ້ານໃດນັ້ນ,  ຄົງລໍຖ້າຕິດຕາມກັນອີກຄັ້ງ.

ທີ່ມາຈາກ  www.gizmochina.com



No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates