ໜັງສັ້ນແນະນຳ

ຂ່າວໄອທີ: Jony Ive ຫົວໜ້າທີມອອກແບບຂອງ Apple ປະກາດລາອອກແລ້ວ


Apple ໄດ້ອອກຖະແຫຼງຂ່າວວ່າ,  Jony Ive ຫົວໜ້າທີມອອກແບບ ຜູ້ຢູ່ເບື້ອງຫຼັງແຫ່ງຄວາມສຳເລັດຂອງບໍລິສັດມາຍາວນານໄດ້ປະກາດລາອອກຈາກບໍລິສັດແລ້ວ.


jony ive ລາອອກ, ຂ່າວໄອທີ, ສາລະໄອທີ,​ສາລະເລື່ອງໄອທີ,​ ອັບເດດໄອທີ,​IT-news, SPVmedia, SPV media laos





ເຖິງແມ່ນວ່າ ທາງ Apple ຈະບໍ່ລະບຸວັນລາອອກແບບຈະແຈ້ງ,  ແຕ່ທາງສຳນັກຂ່າວແຕ່ລະແຫ່ງຄາດເດົາໄວ້ວ່າ Jony Ive ໜ້າຈະອອກພາຍໃນທ້າຍປີນີ້ ເພື່ອໄປເປີດບໍລິສັດອອກແບບເປັນຂອງຕົນເອງມນຊື່ບໍລິສັດ LoveFrom ແລະ ລູກຄ້າຍລາຍທຳອິດກະໜ້າຈະແມ່ນ Apple ນີ້ລະ.

"ເກືອບ 30 ປີທີ່ຮ່ວມງານກັນ,​ ຂ້ອຍພູມໃຈຫຼາຍທີ່ໄດ້ສ້າງທີມອອກແບບ,  ສ້າງນະວັດຕະກຳ ແລະ ຂັ້ນຕອນເຮັດວຽກຕ່າງໆຂອງ Apple ຂື້ນມາJony Ive ກ່າວ


ທາງດ້ານ Tim Cook  CEO ຂອງ Apple ໄດ້ບອກວ່າ:  "Jony Ive ຄືບຸກຄົນສຳຄັນໃນວົງການອອກແບບຂອງບໍລິສັດ,​ ສາມາດເວົ້າໄດ້ເຕັມປາກວ່າ ເຂົາເປັນໜຶ່ງໃນທີມຜູ້ພິກຟື້ນປະຫວັດສາດຂອງບໍລິສັດ ດ້ວຍການ iMac ລຸ້ນທຳອິດໃນປີ 1998 ຈົນເຖິງຍຸກ iphone ລວມທັງສຳນັກງານໃໝ່ຢ່າງ apple park ເຂົາຖ່າຍທອດຄວາມຮູ້ຄວາມສາມາດ ແລະ ຄວາມກະຕືລືລົ້ນໃຫ້ພະນັກງານຄົນອື່ນໆສະເໝີ"

jony ive ລາອອກ, ຂ່າວໄອທີ, ສາລະໄອທີ,​ສາລະເລື່ອງໄອທີ,​ ອັບເດດໄອທີ,​IT-news, SPVmedia, SPV media laos


ທັງນີ້ທັງນັ້ນ apple ເອງກໍ່ຍັງບໍ່ທັນປະກາດຈະແຈ້ງເຖິງລາຍຊື່ຜູ້ທີ່ຈະມາຮັບຕຳແໜ່ງແທນຄົນເກົ່າ,  ແຕ່ໃນເບື້ອງຕົ້ນທາງ Evans Hankey ທີ່ກຳລັງຢູ່ໃນຕຳແໜ່ງຮອງປະທານຝ່າຍ Industrial Design ແລະ Lan Dye  ຮອງປະທານຝ່າຍ Human Interface Design ຈະເທັກແຄແທນໄປກ່ອນ.


ສ່ວນລາຍລະອຽດກ່ຽວກັບບໍລິສັດທີ່ຕັ້ງໃໝ່ຊື່ LoveFrom ນັ້ນ,​ເປັນບໍລິສັດທີ່ເຮັດຮ່ວມກັບ Marc Newson ໝູ່ສະໜິດທີ່ເປັນ ນັກອອກແບບເກົ່າຂອງ Apple ເຊັ່ນກັນ,  ໂດຍທີ່ພວກເຂົາຈະເນັ້ນໄປທາງອອກແບບໃນອຸສາຫະກຳເທັກໂນໂລຢີກຸ່ມ Wearable ເປັນຫຼັກ.

ຕິດຕາມພວກເຮົາໄດ້ທີ່ www.spvmedia.com ຫຼື  ສາລະເລື່ອງໄອທີ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates