ໜັງສັ້ນແນະນຳ

ລໍຖ້າບໍ່ໃຫວ Oppo ເປີດໂຕເທັກໂນໂລຍີໃນອະນາຄົດ ໂດຍການເຊື່ອງກ້ອງໜ້າໄວ້ໃນຈໍມືຖື ໃນງານ MWC Shanghai 2019



Oppo ເປີດໂຕເທັກໂນເລຢີ ເຊື່ອງກ້ອງໜ້າໃນໂທສະສັບຂື້ນໃນງານ MWC Shanghai 2019, ນັບວ່າເປັນງານທີ່ບັນດາຄ້າຍມືຖືພາກັນອວດເທັກໂນໂລຢີທີ່ຕົນເອງດັກຊຸ່ມເຮັດນັ້ນອອກມາໃຫ້ສາຍຕາຊາວໂລກໄດ້ເຫັນ.

Oppo ເປີດເປີດໂຕກ້ອງໜ້າເຊື່ອງໃນຈໍ, ຂ່າວໄອທີ, ສາລະໄອທີ, ສາລະເລື່ອງໄອທີ, ໄອທີອັບເດດ, IT-news spvmedia, SPV media, SPV news, IT-update by SPV


ດັ່ງທີ່ເຮົາຮູ້ກັນ,​ ວ່າຊ່ວງປີທີ່ຜ່ານມາ,​ ບັນດາສະມາດໂຟນພາກັນຫາທາງກຳຈັດກ້ອງໜ້າ, ເພື່ອເຮັດໃຫ້ໜ້າຈໍຂອງຕົນນັ້ນເຕັມຈໍຂື້ນຫຼາຍກົ່ວເກົ່າ, ບໍ່ວ່າຈະເປັນການເຮັດ ເປັນນ໋ອດຄືໄອໂຟນ,​ ເຮັດເປັນຕິ່ງຢົດນ້ຳ,  ເຮັດເປັນກ້ອງເຈາະຮູ ແລະ ແມ້ກະທັ່ງເຮັດກ້ອງປ໋ອບອັບ.  ແຕ່ເຕັກໂນໂລຢີທີ່ເປັນເທຣນຕໍ່ໄປຄືພາກັນຫາທາງເຊື່ອງກ້ອງໃນຈໍ.


Oppo ເປີດເປີດໂຕກ້ອງໜ້າເຊື່ອງໃນຈໍ, ຂ່າວໄອທີ, ສາລະໄອທີ, ສາລະເລື່ອງໄອທີ, ໄອທີອັບເດດ, IT-news spvmedia, SPV media, SPV news, IT-update by SPV



ໃນຂະນະທີ່ຊຳຊຸງເປີດເຜີຍວ່າ ຕົນເອງຍັງກຳລັງພັດທະນາຢູ່ ແລະ ຍັງມີບັນຫາຄືແສງເຂົ້າໄປໃນກ້ອງໜ້ອຍ ແລະ ບໍ່ທັນໄດ້ເປີດໂຕເທື່ອ,  ທາງ Oppo ທີ່ຍັງພັດທະນາຍັງບໍ່ທັນສົມບູນກໍ່ຮູບເປີດໂຕຕັດໜ້າ ຊຳຊຸງໄປ ເຮັດໃຫ້ Oppo ກາຍເປັນບໍລິສັດທຳອິດຂອງໂລກ ທີ່ສາມາດເຮັດກ້ອງຝັງໃນໜ້າຈໍໄດ້.  ທາງບໍລິສັດອະທິບາຍວ່າ ການອອກແບບດັ່ງກ່າວນັ້ນໄດ້ໃຊ້ວັດຖຸໂປ່ງໃສ ແລະ ປັບໂຄງສ້າງດີຊາຍພິກເຊວໃໝ່,  ເຮັດໃຫ້ແສງຜ່ານເຂົ້າໄປໃນກ້ອງໄດ້ຫຼາຍ,​ ເຊິ່ງ ອ໋ອບໂປ ຢືນຢັນວ່າ ເຊັນເຊີ້ກ້ອງໜ້າຈະໃຫ່ຍກວ່າລຸ້ນອື່ນທັງໝົດ ແລະ ອີກຍັງມີຮູຮັບແສງທີ່ກວ້າງຂື້ນ, ແລະ ວັດຖຸທີ່ໂປ່ງໃສທີ່ວ່ານັ້ນ ຍັງຮອງຮັບການສຳພັດໄດ້ປົກກະຕິ ສາມາດເອີ້ນໄດ້ວ່າ ໜ້າຈໍແບບໂປ່ງໃສ.


Oppo ເປີດເປີດໂຕກ້ອງໜ້າເຊື່ອງໃນຈໍ, ຂ່າວໄອທີ, ສາລະໄອທີ, ສາລະເລື່ອງໄອທີ, ໄອທີອັບເດດ, IT-news spvmedia, SPV media, SPV news, IT-update by SPV


ນອກຈາກໜ້າຈໍໂປ່ງໃສທີ່ກ່າວມາແລ້ວ ໜ້າຈໍຍັງຈະຮອງຮັບການສະແດງຜົນແບບ HDR ໄດ້ອີກດ້ວຍ.

Oppo ເປີດເປີດໂຕກ້ອງໜ້າເຊື່ອງໃນຈໍ, ຂ່າວໄອທີ, ສາລະໄອທີ, ສາລະເລື່ອງໄອທີ, ໄອທີອັບເດດ, IT-news spvmedia, SPV media, SPV news, IT-update by SPV


ສ່ວນວ່າຕອນໃດຈະໄດ້ໃຊ້ນັ້ນ,  ຕ້ອງໄດ້ລໍຖ້າກັນໄປອີກ ເພາະເຄື່ອງທີ່ Oppo ເອົາມານັ້ນຍັງເປັນເຄື່ອງຕົ້ນແບບ,​ ແລະ ທາງບໍລິສັດກໍ່ໄດ້ຢືນຢັນວ່າຈະມາໄວໆນີ້.

Oppo ເປີດເປີດໂຕກ້ອງໜ້າເຊື່ອງໃນຈໍ, ຂ່າວໄອທີ, ສາລະໄອທີ, ສາລະເລື່ອງໄອທີ, ໄອທີອັບເດດ, IT-news spvmedia, SPV media, SPV news, IT-update by SPV



ຕິດຕາມພວກເຮົາໄດ້ທີ່ www.spvmedia.com ຫຼື  ສາລະເລື່ອງໄອທີ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates