ພ້ອມແລ້ວ.... ຊຳຊຸງກຽມວາງຂາຍ Samsung Galaxy Fold ຫຼັງຈາກເປີດໂຕ Note 10
ຫຼັງຈາກທີ່ເປີດໂຕກັນໄປຊ່ວງຕົ້ນປີ, ແລະ ທຳອິດມີແຜນວາງຂາຍໃນຊ່ວງເດືອນເມສາທີ່ຜ່ານມາ, ແຕ່ແລ້ວກັບບໍ່ເປັນໄປຕາມທີ່ຫວັງ ເມື່ອມີຂ່າວອອກມາວ່າເຄື່ອງທົດສອບທີ່ຊຳຊຸງໃຫ້ທົດລອງໃຊ້ນັ້ນເກີດອາການໜ້າຈໍມີບັນຫາ ຈົນເຮັດໃຫ້ທາງຊຳຊຸງເລື່ອນມື້ວາງຂາຍໄປຢ່າງບໍ່ມີກຳນົດເພື່ອກວດສອບ ສາເຫດທີ່ເກີດຂື້ນ.
ລ່າສຸດ ມີຂ່າວອອກມາວ່າ, ທາງຊຳຊຸງໄດ້ຮູ້ສາເຫດແລະແກ້ໄຂເປັນທີ່ຮຽບຮ້ອຍແລ້ວ, ແລະ ກຽມຈັດການຖະແຫຼງຂ່າວພາຍໃນທ້າຍເດືອນມິຖຸນານີ້ ເພື່ອລະບຸວັນວາງຂາຍ ພ້ອມກັບບອກສາເຫດຄັ້ງກ່ອນນັ້ນວ່າໜ້າຈໍເພເປັນຍ້ອນຫຍັງ

ແຕ່ແລ້ວກໍ່ມີການເລື່ອນອີກຄັ້ງ, ແລະ ຢືນຢັນວ່າອາດຈະເປັນຫຼັງເປີດໂຕ Note 10
ເຫຼົ່າແຟນໆກໍ່ອົດໃຈລໍຕໍ່ໄປ.
No comments:
Post a Comment