ຫຼັງຈາກເປີດໂຕໄປບໍ່ພໍເທົ່າໃດມື້ ທາງຊ່ຽວມີ ກໍ່ຍິ້ມແຍ້ມແຈ່ມໃສ ເນື່ອງຈາກຍອດຂາຍຖະລົ່ມຖະລາຍ ກັບສາຍຮັດຂໍ້ມື ອັດສະລິຍະ Mi Band 4 ທີ່ມີຍອດຂາຍ 5000 ເຄື່ອງໃນ 1 ຊົ່ວໂມງ ແລະ 1 ລ້ານເຄື່ອງພາຍໃນ 8 ວັນ.
ໂດຍທີ່ Mr. Donovan Sung ໂຄສົກຂອງ Xiaomi ໄດ້ປະກາດອອກມາວ່າ ພາຍໃນ 8 ມື້ໄດ້ຍອດຂາຍກວ່າ 1 ລ້ານເຄື່ອງ ສາມາດເວົ້າໄດ້ວ່າເປັນສິນຄ້າຂອງຊຽວມີ ທີ່ໄດ້ຂາຍໄວທີ່ສຸດເລີຍກໍ່ວ່າໄດ້.
Sharing some great news with our global Mi Fans. 😎— Donovan Sung (@donovansung) June 24, 2019
Our #MiSmartBand4 global shipment volumes crossed 1M units after just 8 days. This is the fastest we've reached this milestone in the history of #MiBand. 🚀🚀
Thank you to all our Mi Fans! ❤️#Xiaomi pic.twitter.com/1H7hAGb0ag
ສຳລັບຈຸດຂາຍຂອງ Mi band 4 ນີ້ຈະເດັ່ນໃນເລື່ອງລາຄາທີ່ແສນຖືກກວ່າຄູ່ແຂ່ງ, ແລະ ຄວາມຄຸ້ມຄ່າສູງ ແລະ ຍັງມີແບັດເຕີຣີທີ່ອຶດທົນເຖິງ 20 ມື້ ພ້ອມໜ້າຈໍສີສົດໃສ, ຈຶ່ງເປັນທີ່ດຶງດູດໃຫ້ຍອດຂາຍຖະລົ່ມຖະລາຍ. ຖ້າໃຜຍັງບໍ່ຮູ້ລາຍລະອຽດສະເປັກ ສາມາດອ່ານຄືນໄດ້ໃນ ທີ່ນີ້ ເປີດໂຕ Mi Band 4 ...
No comments:
Post a Comment