ໜັງສັ້ນແນະນຳ

5 ເຫດຜົນ ທີ່ເຮັດໃຫ້ຄູ່ທີ່ຄົບກັນດົນໆ " ໝົດຮັກກັນໄດ້ "


ເຄີຍເຫັນບໍ່ ?  ຄູ່ຮັກບາງຄົນລົມກັນມາດົນໆ ຫຼາຍປີ,​ ຢູ່ດີດີບໍ່ມີຫຍັງກະເບື່ອກັນເອງ,  ຢູ່ໆກະໝົດຮັກ.  ທາງແອັດມິນເລີຍສັງລວມບັນຫາວ່າສ່ວນໃຫ່ຍເກີດຍ້ອນຫຍັງ,  ເພື່ອໃຫ້ແຟນເພຈເຮົາຮັບຮູ້ ແລະ ຈຶ່ງຫາທາງແກ້ໄຂທັນ. ຕໍ່ໄປນີ້ຄື 5 ອັນດັບໃຫ່ຍໆທີ່ສ່ວນໃຫ່ຍເຂົາເລີກກັນ.

5 ເຫດຜົນທີ່ເຮັດໃຫ້ເລີກກັນງ່າຍ, 5 ເຫດຜົນທີ່ເຮັດໃຫ້ໝົດຮັກ,​ ບົດຄວາມຈາກທີ່ປຶກສາ,  ສາລະໜ້າຮູ້,​ ໝົດຮັກ,​ SPVmedia

1. ບໍ່ເປີດໃຈລົມກັນ.
ເວລາມີບັນຫາຫຍັງມັກຈະຕ່າງຄົນຕ່າງມິດ,  ຕ່າງຄົນເຂົ້າໃຈຜິດຕ່າງໆນາໆ ຈາກບັນຫານ້ອຍໆ ກໍ່ເລີ່ມກາຍເປັນເລື່ອງໃຫ່ຍ,​ ທາງທີ່ດີມີຫຍັງກະຄວນເປີດໃຈລົມກັນ.


2. ບໍ່ເຄີຍປັບປຸງນິໃສໂຕເອງ.
ແນ່ນອນວ່າບໍ່ມີໃຜດີ 100 ເປີເຊັນໄດ້.  ແຕ່ລະຄົນ ແຕ່ລະຄູ່ລ້ວນແລ້ວແຕ່ມີຂໍ້ດີຂໍ້ເສຍ ສະນັ້ນ,​ ທັງສອງຄວນປັບຈູນໃຫ້ເຂົ້າກັນ,  ຖ້າຝ່າຍໜຶ່ງປ່ຽນ ແຕ່ອີກຝ່າຍບໍ່ປ່ຽນກະຢາກຍາກ.

3. ມີແຟນກະຄືບໍ່ມີ.
ເຄີຍເປັນບໍ່ ບາງທີມີແຟນກະຄືບໍ່ມີ, ແບບມີບັນຫາຫຍັງ ຢາກລະບາຍ ຢາກເລົ່າໃຫ້ຟັງກັບແຟນບໍ່ຢູ່ຮັບຟັງ,​ ຖ້າປ່ອຍໃຫ້ອີກຝ່າຍຢູ່ຄົນດຽວເລື້ອຍໆ ລະວັງມືທີສາມເຂົ້າມາຊ່ວງທີ່ເໝາະສົມແບບນີ້.


ອ່ານແລ້ວຢ່າລືມກົດຕິດຕາມ ກົດແຊສ໌ ເພຈຂອງພວກເຮົາ ເພື່ອເປັນກຳລັງໃຈແກ່ພວກເຮົາດ້ວຍ


4. ຄວາມຄິດ-ທັດສະນະຄະຕິ ແຕກຕ່າງກັນ.
ເປັນອີກໜຶ່ງເຫດຜົນຫຼັກທີ່ເຮັດໃຫ້ຄົນຮັກຫຼາຍຄູ່ເລີກກັນ,​ ເພາະຄູ່ຮັກຈະຢູ່ນຳກັນໄດ້ ນອກຈາກນິໃສ,​ຄວາມມັກຕ່າງໆ ກະເລື່ອງແນວຄິດ-ທັດສະນະຄະຕິ ນີ້ລະ,​ ຖ້າທັງສອງມີແນວຄິດຕ່າງກັນຈະເຮັດໃຫ້ບໍ່ເຂົ້າກັນ,​ ຄືຂ້ອຍຕ້ອງການແບບນີ້ ເຈົ້າຕ້ອງການແບບນັ້ນ, ແລ້ວກໍ່ຈະເກີດການຜິດກັນຕະຫຼອດ ສຸດທ້າຍກະໄປກັນບໍ່ລອດ.


5. ຄວາມເຊື່ອໃຈ-ຄວາມຊື່ສັດ.
ຄວາມເຊື່ອໃຈເປັນສິ່ງສຳຄັນແກ່ຄູ່ຮັກ,  ຖ້າຕ່າງຝ່າຍຕ່າງເຊື່ອໃຈ ແລະ ຊື່ສັດຕໍ່ກັນ ຈະເຮັດໃຫ້ຮັກກັນໄດ້ດົນ


No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates