ໜັງສັ້ນແນະນຳ

ປ່ຽນດ່ວນ! 7 ນິໄສຮ້າຍໆ ທີ່ອາດເຮັດໃຫ້ຄວາມຮັກຂອງເຈົ້າ "ຈົບລົງ" ໄວຂື້ນ

ເຖິງແມ່ນວ່າຄູ່ຮັກຫຼາຍໆຄູ່ຈະຮັກກັນຫຼາຍ,​ ແຕ່ເຊື່ອວ່າ ຖ້າຫາກຮັບນິໄສກັນບໍ່ໄດ້ ຫຼື ໝົດຄວາມອົດທົນ ມື້ໃດມື້ໜຶ່ງກໍ່ຕ້ອງຈົບກັນຢູ່ດີ.  ດັ່ງນັ້ນເຮົາຄວນປັບໃຫ້ເຂົ້າກັນ. ຕໍ່ໄປນີ້ແມ່ນ 7 ນິໄສ ທີ່ເຮົາຄວນຫຼີກລ່ຽງ ເພື່ອບໍ່ໃຫ້ຄວາມຮັກຂອງເຮົາເດີນທາງມາເຖິງ ຈຸດຈົບ ໄວຂື້ນ.

7 ນິໄສຮ້າຍໆ ທີ່ເຮັດໃຫ້ຄວາມຮັກຂອງເຈົ້າ "ຈົບລົງ", ນິໃສເສຍ, ຄວາມຮັກ, ຊີວິດ,​ ຊີວິດຄູ່, ຄວາມຮັກຈົບລົງ, ເລີກກັນ, ອົກຫັກ, ບົດຄວາມຈາກເພຈທີ່້ປຶກສາ, ບົດຄວາມຈາກທີ່ປຶກສາ, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ, ສາລະໜ້າຮູ້,​ເຄັດລັບ


1. ເອົາແຕ່ໃຈໂຕເອງ.
ເຊື່ອວ່າຂໍ້ນີ້ຫຼາຍຄົນເປັນແນ່ນນອນ,  ຖ້າຫາກຄົນໜຶ່ງເປັນຄົນເອົາ່ໃຈເກັ່ງກະແລ້ວໄປ,​ ແຕ່ຖ້າຫາກທັງສອງນັ້ນຕ່າງຝ່າຍຕ່າງເປັນຄົນເອົາແຕ່ໃຈລະ ? ຈະເປັນແນວໃດ.


2. ຂີ້ຫຶງຈົນເກີນໄປ.
ແມ່ນຢູ່ວ່າຈະຫ້າມໄດ້ຍາກ ກັບການຫຶງຄົນຮັກ, ແຕ່ເຈົ້າຮູ້ບໍ່ ? ການທີ່ເຈົ້າຫຶງນັ້ນບໍ່ໄດ້ເຮັດໃຫ້ອີກຝ່າຍຮັກເຈົ້າເພີ່ມຂື້ນ,​ ມີແຕ່ຈະເຮັດໃຫ້ເຂົາຍິ່ງລຳຄານ ແລະ ອຶດອັດລ້າໆ,​ ເພາະມັນເປັນການບໍ່ເຊື່ອໃຈກັນ.  ສະນັ້ນ ບໍ່ຄວນຫຶງຫຼາຍຈົນເກີນໄປ.

3. ຫູເບົາ.
ຍັງມີຫຼາຍຄົນໃນໂລກນີ້ທີ່ເລີກກັບແຟນຍ້ອນເຫັນໝູ່ມາເວົ້ານັ້ນເວົ້ານີ້ໃຫ້ຟັງ,​ ບາງທີມີຫຍັງແຟນບອກກະບໍ່ເຊື່ອ ບາດໝູ່ບອກ ພັດເຊື່ອ,​ ອັນນີ້ຈະເຮັດໃຫ້ເລີກກັນໄວຂື້ນ.​ ສະນັ້ນ,​ ມີຫຍັງຄວນລົມແຕ່ສອງຄົນ ຫຼື ເລືອກຟັງໝູ່ດ້ວຍເຫດຜົນ,​ ເພາະໝູ່ເຮົາບໍ່ໄດ້ຮູ້ຈັກແຟນເຮົາດີທໍ່ໂຕເຮົາເອງ.


ອ່ານແລ້ວຢ່າລືມກົດໄລ ກົດແຊສ ເພື່ອເປັນກຳລັງໃຈໃຫ້ແອັດມິນແນ່ເດີ້ ຢູ່ໃນເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ


4. ບອກເລີກທຸກເທື່ອທີ່ຖຽງກັນ.
ຄູ່ຮັກທຸກຄູ່ເວລາຢູ່ນຳກັນ ແນ່ນອນ ມັນຕ້ອງມີເລື່ອງທີ່ເຮັດໃຫ້ຜິດໃຈກັນ,​ ແຕ່ກະຄວນໃຊ້ເຫດໃຊ້ຜົນ, ບໍ່ແມ່ນມີຫຍັງ,​ ຄຽດຫຍັງໜ້ອຍໜຶ່ງກະບອກເລີກໄປ,  ເປັນແບບນີ້ ມື້ໜຶ່ງອີກຝ່າຍທົນບໍ່ໃຫວ ຕອບໄປວ່າ ເອີ້!​ ເລີກກະເລີກ..  ແລ້ວເປັນຈັ່ງໃດ ໃຜລະທີ່ເຈັບ ?​ ກະເຈົ້ານີ້ລະ


5. ມັກຕົວະ.
ບໍ່ວ່າຈະເປັນເລື່ອງເລັກເລື່ອງນ້ອຍ ກໍ່ບໍ່ຄວນຕົວະກັນ,  ຖ້າເປັນແຟນກັນຄວນໄວ້ໃຈກັນ,​ ເພາະຖ້າມື້ໜຶ່ງອີກຝ່າຍຈັບໄດ້ວ່າແຟນຕົນມີເລື່ອງປິດບັງ ຫຼື ຂີ້ຕົວະຢູ່ ຈະເຮັດໃຫ້ເຂົາບໍ່ເຊື່ອໃຈ ເປັນທີ່ມາຂອງຄຳວ່າຈົບໃນອະນາຄົດ.


6. ຫຼາຍໃຈ.
ຍັງມີບາງຄົນທີ່ຍັງຄົບກັບຫຼາຍຄົນ,​ ຍັງມ່ວນກັບການຫຼິ້ນ,  ເມື່ອອີກຝ່າຍຮູ້ ແລ້ວໃຜຈະຮັບໄດ້ລະ ? 

7.  ບໍ່ມີເຫດຜົນ.
ເມື່ອອີກຝ່າຍເວົ້າຫຍັງໄປ ກໍ່ຄວນຟັງດ້ວຍເຫດດ້ວຍຜົນ,  ບໍ່ແມ່ນຈະຖຽງເພື່ອຊະນະ,  ຜູ້ໃດເວົ້າມີເຫດຜົນກວ່າກະຄວນເຄົາລົບແນວຄິດອີກຝ່າຍ. ຖ້າເຮົາຍັງເປັນຄົນໃຈແຄບບໍ່ຍອມຮັບກັນ ຈະເຮັດໃຫ້ຄວາມຮັກແຕກຫັກໄດ້ງ່າຍ.



ທັງ 7 ຂໍ້ຜ່ານມານັ້ນ,  ແມ່ນແອັດມິນໄດ້ສັງຄວາມຈຸໃຫ່ຍໆມາຝາກ.  ອາດຈະມີອີກຫຼາຍໆຂໍ້ ຫຼາຍປັດໃຈ ທີ່ສຳຄັນເຮົາຕ້ອງຮຽນຮູ້ທີ່ຈະປັບມັນໃຫ້ເຂົ້າກັນ. ເອົາລະ ໄວ້ເຈິກັນໃໝ່ບົດຄວາມໜ້າ..​.​ ສະບາຍດີ.

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates