ໜັງສັ້ນແນະນຳ

8 ສິ່ງທີ່ຈະເກີດກັບຮ່າງກາຍຂອງເຈົ້າ ເມື່ອເຈົ້າອົກຫັກ - ບົດຄວາມຈາກເພຈທີ່ປຶກສາ

ເຈັບທັງໂຕ ເຈັບທັງໃຈ ເວລາອົກຫັກ,​ ຫຼາຍຄົນຄືຈະເຄີຍຜ່ານມາແລ້ວ ແນ່ນອນມັນເຈັບຫຼາຍ. ບໍ່ແປກໃຈທີ່ຄົນອົກຫັກສ່ວນໃຫ່ຍຈະເຮັດຫຍັງແປກໆ ເພາະເວລາທີ່ເຮົາອົກຫັກ ຈະມີບາງຢ່າງເກີດຂື້ນກັບໂຕເຮົາເອງ ເຮົາມາເບິ່ງກັນດີກວ່າວ່າມີຫຍັງແນ່.

8 ສິ່ງທີ່ຈະເກີດຂື້ນຫຼັງອົກຫັກ,  ອົກຫັກ,​ ເສຍໃຈ,​ ນ້ຳໜັກຫຼຸດ,​ ເສົ້າໃຈ,​ ຊືມເສົ້າ,​ເຫົງາ, ທີ່ປຶືກສາ, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ,  ບົດຄວາມຈາກທີ່ປຶກສາ, ບົດຄວາມຈາກເພຈທີ່ປຶກສາ


1. ເຈັບປວດທັັງຮ່າງກາຍ.
ອ້າວວວວ ກ່ຽວກັນຫວາ ?  ກ່ຽວແທ້.. ເວລາທີ່ເຮົາອົກຫັກ ຈະເຮັດໃຫ້ສະພາບຈິດໃຈເຮົາຮູ້ສຶກບໍ່ດີ ເຮັດໃຫ້ຮ່າງກາຍເຮົາລ່ອຍ,​ ເມື່ອຍ,​ ປວດກ້າມຊີ້ນ, ເປັນຄືຄົນທີ່ບໍ່ມີເຫື່ອມີແຮງຫຍັງ.


2. ນ້ຳໜັກຫຼຸດ.
ເກີດພາວະຄຽດ ບໍ່ກິນເຂົ້າ ບໍ່ກິນນ້ຳ, ນີ້ລະຄືອາການອົກຫັກແທ້ໆ. ເວລາເສົ້າ ຈະເຮັດໃຫ້ກິນເຂົ້າບໍ່ແຊບ ຫຼື ກິນໜ້ອຍລົງ ເຮັດໃຫ້ນ້ຳໜັກຫຼຸດລົງເຊັ່ນກັນ.


3. ຄຽດ.
ຄຽດໃນທີ່ນີ້ໝາຍເຖິງຈິດໃຈບໍ່ດີ,​ ຄຽດໜັກ,​ ແນ່ນອນເປັນໝົດທຸກຄົນ,​ ເຮົາຄວນບໍ່ໃຫ້ມັນດົນເກີດໄປ ຫາຫຍັງຜ່ອນຄາຍໃຫ້ໄວທີ່ສຸດ.


4. ສິວຂື້ນ.
ແນ່ນອນ ຄຽດຫຼາຍກະຮໍໂມນປ່ຽນ,  ຂາດການດູແລໂຕເອງ, ນອນບໍ່ຫຼັບ ເຮັດໃຫ້ມັກມີສິວຂື້ນ.


ອ່ານແລ້ວຢ່າລືມກົດໄລ ກົດແຊສ໌ ໃຫ້ກຳລັງໃຈໃຫ້ເຮົາ ໂດຍການກົດໄລ ເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ


5. ຊືມເສົ້າ.
ເວລາອົກຫັກ ຈະບໍ່ຢາກເຮັດຫຍັງທັງນັ້ນ,  ມັກຈະເກັບໂຕໃນຫ້ອງ,  ຟັງເພງເສົ້າໆ,​ ເຮັດໃຫ້ຈິດໃຈຊຶມເສົ້າ ເຫງົາຊືມ. ລະວັງປະໄວ້ດົນຈະກາຍເປັນຄົນທີ່ຊືມເສົ້າ ຫຼື ໂລກສ່ວນໂຕສູງ.


6. ປ່ອຍໂຕ.
ບາງຄົນພັດປ່ອຍໂຕ ປ່ອຍໃຈ, ຄືຕອນມີແຟນ ຕ້ອງຢູ່ໃນກອບ ເມື່ອອົກຫັກ ກະເລີຍເຮັດປະຊົດ ຫຼື ຕ້ອງການປົດປ່ອຍ, ເລີຍເຮັດໃຫ້ ປ່ອຍໂຕປ່ອຍໃຈ,  ໄປຫຼິ້ນ ໄປກິນ ຫຼາຍຂື້ນ,​ ເຮັດໄປໂລດ ຈິດໃຈຈະໄດ້ດີຂື້ນໄວ. ແຕ່ລະວັງເລື່ອງນ້ຳໜັກຈະຂື້ນແບບບໍ່ຮູ້ໂຕ.


7. ມັກເຮັດ ແລະ ຄິດເຖິງສິ່ງເກົ່າໆ.
ໂຕນີ້ເປັນເລື່ອງທຳມະດາຂອງຄົນອົກຫັກທີ່ຕ້ອງເຈິທຸກຄົນ,  ຍ້ອນເຮົາຍັງລື້ງເຄີຍກັບສິ່ງເກົ່າໆ ຄືຕື່ນມາຕ້ອງສົ່ງຫາເຂົາ,  ນອນກະຕ້ອງສົ່ງບອກ,  ຍ່າງກາຍຮ້ານເກົ່າໆທີ່ເຮົາເຄີຍໄປກະເລີຍມີຄວາມຊົງຈຳເກົ່າໆ ມາຕະຫຼອດ ຍິ່ງຄິດກະຍິ່ງເສຍໃຈ. ເຮົາຄວນຈະຮີບຕື່ນມາຢູ່ກັບປະຈຸບັນໃຫ້ໄວຂື້ນ.

8. ສະບາຍໃຈ.
ເປັນໄລຍະທີ່ຈິດໃຈດີຂື້ນ,  ເວລາທີ່ຜ່ານການໃຊ້ເວລາມາ,  ຈະເຮັດໃຫ້ຈິດໃຈດີຂື້ນ, ຮອດຕອນນັ້ນເຮົາຈະສະບາຍໃຈຂື້ນ ທີ່ບໍ່ມີພາລະຫຍັງຕ່າງໆແລ້ວ,  ລະກະໂສດຂື້ນ ຢູ່ແບບສະບາຍໃຈຫຼາຍຂື້ນ.


ຈາກ: ແອັດມິນເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ.

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates