1. ໄປທ່ຽວໃຫ້ຈິດໃຈດີຂື້ນກ່ອນ.
ຊ່ວງຖືກຖິ້ມໃໝ່ໆ ຢ່າຟ້າວຢູ່ຄົນດຽວ, ໃຫ້ໄປເລາະໄປທ່ຽວ ໃຫ້ສະບາຍໃຈກ່ອນ, ເພື່ອເຮັດໃຫ້ສະພາບຈິດໃຈດີຂື້ນ..ແລ້ວຈະໄປທ່ຽວໃສລະ ? ໄປໃສກະໄປ ບ່ອນໃດງາມໆ ກະຄັກກະເກັບກະເປົາໄປໂລດ ຊິສົນໃຈໃຜລະ ດີບໍ່ດີ ໄດ້ເຈິຮັກໃໝ່ຕອນໄປທ່ຽວຊ້ຳ.
2. ຖິ້ມສິ່ງຂອງທີ່ເຂົາເຄີຍໃຫ້.
ກ່ອນໄປທ່ຽວ ຫຼື ຫຼັງທ່ຽວກໍ່ຖີ້ມເຄື່ອງ ຖິ້ມຂອງ ທີ່ເຂົາເຄີຍເອົາໃຫ້, ຖ້າເສຍດາຍກະເອົາໄປບໍລິຈາກໃຫ້ຄົນອື່ນ ອາດຈະໄດ້ບຸນ ເພື່ອບໍ່ໃຫ້ເຮົາກັບມາຄິດກັບມັນ.
3. ຕັ້ງໃຈຮຽນ ຫຼື ເຮັດວຽກ.
ອ້າວວວວວ ກ່ຽວຫຍັງກັບເອົາຄືນແຟນເກົ່າລະບາດນິ ? ເອີ້ນ່າ...ຟັງແອັດມິນກ່ອນ, ນີ້ເປັນຂັ້ນເລີ່ມຕົ້ນໃນການປູພື້ນຖານເຮົາ ໃຫ້ເຮົາມີຄວາມສຳເລັດໃນຊີວິດ. ນອກຈາກຈະຮຽນ ຫຼື ເຮັດວຽກດີແລ້ວ ມັນເປັນການໃຫ້ເຮົາລືມຄົນຮັກເກົ່າໄດ້ງ່າຍຂື້ນ.
ອ່ານແລ້ວຢ່າລືມກົດໄລກົດແຊສ໌ ໃຫ້ແອັດມິນແນ່ເດີ້ ດ້ວຍການກົດໄລເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
4. ຫາເງິນໃຫ້ເກັ່ງ.
ຈາກທີ່ເຮົາເຮັດວຽກ ຫຼື ຕັ້ງໃຈຮຽນ ແລ້ວ ຮອດເວລາທີ່ເກັບກ່ຽວຜົນປະໂຫຍດຈາກມັນ, ຕອນນີ້ເຮົາກໍ່ຫາເງິນໃຫ້ເກັ່ງໆ ເພື່ອເຮັດໃຫ້ຊີວິດເຮົາດີຂື້ນ.
5. ເບິ່ງແຍງດູແລ ໂຕເອງໃຫ້ດູດີຂື້ນ.
ນີ້ລະ ເປັນການແກ້ແຄ້ນແຟນເກົ່າທີ່ໄດ້ຜົນທີ່ສຸດທີ່ບັນດາມືໂປຣ ເຂົາເຮັດກັນ, ໝັ່ນອອກກຳລັງກາຍ, ບຳລຸງໜ້າຕາ ຜິວພັນ, ເຮັດໂຕໃຫ້ສະອາດສະອ້າງ, ຈິດໃຈເບີກບານ, ຫາເງິນເກັ່ງ, ສິ່ງໃດໃນຊີວິດຂາດຫາຍໄປກໍ່ພະຍາຍາມຫາສິ່ງນັ້ນມາໃສ່, ເຮັດໃຫ້ຫຼາຍຄົນເຂົ້າມາຈີບເຮົາ ແລ້ວ ແຟນເກົ່າເຮົາຈະຮູ້ສຶກແນວໃດ ?
6. ຖ້າແຟນເກົ່າກັບມາ ກໍ່ບໍ່ຄວນກັບໄປ
6. ຖ້າແຟນເກົ່າກັບມາ ກໍ່ບໍ່ຄວນກັບໄປ
ໃນບາງກໍລະນີ ເມື່ອແຟນເກົ່າເຮົາເຫັນວ່າເຮົາດີຂື້ນ, ກະຢາກກັບມາຫາ, ໃຫ້ຄິດວ່າເຮົາຜ່ານຈຸດນັ້ນມາແລ້ວ ບໍ່ຄວນທີ່ຈະກັບໄປອີກ, ເຊິ່ງວິທີນີ້ ມັນຈະເຮັດໃຫ້ແຟນເກົ່າເຮົາຍິ່ງເຈັບໜັກ.
7. ເປີດໃຈຊອກຫາຄົນທີ່ດີກວ່າ ແລະ ຮັກເຮົາກວ່າ.
ເມື່ອເປີດໃຈ ມັນຈະມີຫຼາຍໆຄົນທີ່ເຂົ້າມາ, ເຮົາຄວນພິຈາລະນາ ແລະ ຊອກຫາຄົນທີ່ດີກວ່າ. ຖ້າໂອເຄກະຄົບໄປໂລດ ແຕ່ບໍ່ຕ້ອງໃຈຮ້ອນຄົບໃຜປະຊົດເດີ້, ໂຕນີ້ຄ່ອຍເປັນຄ່ອຍໄປ. ເມື່ອແຟນເກົ່າມາເຫັນ ຍິ່ງຊ້ຳໃຈເລີຍ ເຮົາທັງພຽບພ້ອມ, ດູດີ,ແລະ ຫາເງິນເກັ່ງ, ແລ້ວແຟນເກົ່າຈະອິີດສາແຟນໃໝ່ເຮົາ.
ທັງໝົດນີ້ເປັນວິທີການທີ່ຄົນເລືອກເຮັດ ແກ້ແຄ້ນແຟນເກົ່າ ໂດຍທີ່ເຮົາໄດ້ປະໂຫຍດເຕັມໆ, ເອົາງ່າຍໆຄືເຮົາເບິ່ງແຍງດີແລໂຕເອງໃຫ້ດີດີ, ເຮັດໃຫ້ແຟນເກົ່າຈະເສຍດາຍທີ່ຖິ້ມເຮົາໄປ. ເມື່ອເວລາມີຄົນມາປຶກສາ ແອັດມິນກໍ່ມັກຈະແນະນຳວິທີນີ້ລະ, ລອງເອົາໄປໃຊ້ເບິ່ງເດີ້ ແຟນເກົ່າກັ້ນໃຈຕາຍແນ່ນອນ. ໄວ້ເຈິກັນໃໝ່ບົດຄວາມໜ້າ ສະບາຍດີ.
No comments:
Post a Comment