ວິທີການເຊັກວ່າ Macbook ເຮົາຢູ່ໃນກຸ່ມຖືກເອີ້ນຄືນບໍ່.
ສຳລັບໃຜທີ່ໄຊ້ Macbook 15 ນິ້ວ ຢູ່, ແລະ ບໍ່ໝັ້ນໃຈວ່າເຄື່ອງເຮົາໃຊ້ນັ້ນຖືກເອີ້ນຄືນບໍ່, ວິທີກວດສອບຄືເອົາ Serial number ຫຼື ລະຫັດເຄື່ອງເຮົາໄປກວດສອບໜ້າເວັບຂອງ Apple ໄດ້ທີ່ check your macbook pro battery recall ແລ້ວຕີເລກລະຫັດເຄື່ອງຕົນເອງເຂົ້າທີ່ຊ່ອງແລ້ວກົດ Submit ເພື່ອເບິ່ງວ່າເຄື່ອງເຮົາຖືກເອີ້ນຄືນບໍ່.
ສຳລັບຄົນທີ່ບໍ່ຮູ້ເບິ່ງລະຫັດເຄື່ອງ ຫຼື Serial number ວ່າຢູ່ໃສ
ໃຫ້ກວດເບິ່ງທາງລຸ່ມຂອງເຄື່ອງຕົນເອງຈະມີສະຕິກເກີ້ຕິດຢູ່, ຈາກນັ້ນໃຫ້ເບິ່ງເລກ Serial number ຫຼື ຖ້າໃຜຫຼົງແກະສະຕິກເກີ້ອອກແລ້ວກໍ່ສາມາດເບິ່ງໃນເຄື່ອງໄດ້ຈາກເມນູ About this Mac ກໍ່ຈະເຫັນ.
ເມື່ອຮູ້ວ່າເຄື່ອງທີ່ໃຊ້ຢູ່ມີບັນຫາກໍ່ມີແຕ່ຢຸດໃຊ້, ແລ້ວຕິດຕໍ່ຫາສູນບໍລິການເພື່ອໃຫ້ເຂົາປ່ຽນ ແບັດເຕີຣີ່ໃຫ້ ໂດຍປົກກະຕິຈະໃຊ້ເວລາປະມານ 1-2 ອາທິດ.
ຕິດຕາມພວກເຮົາໄດ້ທີ່ www.spvmedia.com ຫຼື ສາລະເລື່ອງໄອທີ
No comments:
Post a Comment