ປະຈຸບັນຕະຫຼາດກ້ອງ Action Cam ກະມີຫຼາຍລຸ້ນ ແຕ່ເຮົາເຫັນລຸ້ນດັງໆກະມີ GoPro, DJI, MiCam.. ແຕ່ຢູ່ດີດີ ກໍ່ເຮັດໃຫ້ຄົນຕະລຶງເພາະບໍ່ຄິດວ່າ ແຄນນອນ ຍັກໃຫ່່ຍຂອງວົງການກ້ອງ DSLR ຈະມາເອົາກັບເຂົານຳ ໂດຍແຄນນອນ ປະກາດວ່າກຳລັງລະດົມທຶນຜະຫຼິດກ້ອງ Ivy Rec ທີ່ເປັນ Action Cam ທີ່ສາມາດເຮັດກິດຈະກຳແບບລຸຍໆກາງແຈ້ງ, ສາມາດກັນການກະທົບ ແລະ ກັນນ້ຳໄດ້ 1 ແມັດເລີຍ.
ກ້ອງ Ivy Rec ຂອງແຄນນອນທີ່ວ່ານີ້, ໜ້າຕາແຕກຕ່າງຈາກ Action Cam ທົ່ວໄປ, ເພາະມັນກະບໍ່ເຊີງວ່າເປັນ Action Cam ເຕັມໂຕ, ຮູບຮ່າງຂອງມັນຈະເປັນແທ່ງຍາວໆເບິ່ງຄື USB ເລີຍ.
ໂດຍພາຍໃຕ້ແທ່ງຍາວທນັ້ນ, ຈະມີຫູໄວ້ເກາະກັບຕ່ອງສົ້ງ ຫຼື ສາຍກະເປົາ, ໂດຍມີຄວາມສາມາດກັນກະທົບ ສາມາດກັນນ້ຳໄດ້ 1 ແມັດ ເປັນເວລາ 30 ນາທີ.
Ivy Rec ມີຄວາມລະອຽດ 13 ລ້ານພິກເຊວ, ເຊັນເຊີ້ CMOS ຂະໜາດ 1/3 ນິ້ວ ສາມາດຖ່າຍວີດີໂອໄດ້ລະດັບ FHD 60 fps ສາມາດສົ່ງຟາຍວີດີໂອໃຫ້ມືຖືໂດຍຜ່ານ Wifi ແລະ Bluetooth ໄດ້ ນອກນີ້ຍັງມີແອັບ CanonMini Cam ໄວ້ອີກດວ້ຍ.ກ້ອງດັ່ງກ່າວບໍ່ໄດ້ມີໜ້າຈໍໄວ້ຖ່າຍ, ແຕ່ເຮົາສາມາດແນມຜ່ານຊ່ອງ 4 ລ່ຽມນັ້ນໄດ້.
ໂດຍທາງຫຼັງກ້ອງຈະເປັນປຸ່ມປັບໂໝດໃຫ້ເລືອກວ່າຈະຖ່າຍເປັນປຸ່ມປິດ ຫຼື ວີດີໂອ ຫຼື ເປັນຮູບພາບໄດ້. ສະລັບລາຄາຍັງບໍ່ເປີດເຜີຍ, ໃຜທີ່ສົນໃຈສາມາດລົງທະບຽນຜ່ານອີເມວ ໄວ້ໜ້າເວັບ Indiegogo ໄດ້.
ແຫຼ່ງຂ່າວຈາກ: dpreview
No comments:
Post a Comment