ໜັງສັ້ນແນະນຳ

ເຜີຍ google ອາດເສຍລູກຄ້າປະມານ 800 ລ້ານຄົນຫາກ ຫົວເວີ່ຍ ຫັນໄປໄຊ້ OS ໂຕເອງ.



ເຖິງແມ່ນວ່າປະທານາທິບໍດີ ທຣັມ ຈະປະກາດວ່າ ຈະເປີດໃຫ້ບໍລິສັດພາຍໃນ ອາເມລິກາ ສາມາດເຮັດການຄ້າໄດ້ກັບຫົວເວີ່ຍ,  ແຕ່ກໍ່ຍັງບໍ່ທັນປົດຫົວເວີ່ຍອອກຈາກບັນຊີດຳ ກໍ່ຍັງເປັນປະເດັນໃຫ້ຄ້າງຄາໃຈ.

Huawei, google, ຂ່າວສານໄອທີ,  ຂ່າວໄອທີ,  ສາລະເລື່ອງໄອທີ,​ ສາລະໄອທີ,  SPV media, IT-News


ແຕ່ກໍ່ໄດ້ເຮັດໃຫ້ນັກວິເຄາະຫຼາຍໆຝ່າຍຄາດໄວ້ວ່າ ຖ້າທາງອາເມລິກາຫາກແບນຫົວເວີ່ຍແທ້ ກໍ່ຈະມີຜົນເສຍຫຼາຍໆຢ່າງຕາມມາ ຄື google ແລະ ບໍລິສັດອື່ນໆທີ່ເຄີຍຄ້າກັບທາງຫົວເວີ່ຍກໍ່ຈະເສຍຜົນປະໂຫຍດ,​ ແມ້ກະທັງການເຮັດ OS ຂອງຫົວເວີ່ຍເອງກໍ່ອາດຈະມີຊ່ອງໂວ່ ໃຫ້ທາງ ແຮັກເກີ້ໂຈມຕີໄດ້.

ລ່າສຸດທາງ Ren Zhengfei  CEO ແລະ ຜູ້ກໍ່ຕັ້ງຫົວເວີ່ຍ ລະບຸວ່າ ເຂົາໄດ້ຄາດການ ແລະ ຜົນການເຈລະຈາເຫດການຄັ້ງນີ້ໄວ້ແລ້ວ,​ ແລະ ເຂົາກໍ່ຢ້ຳເປັນພິເສດກັບທາງ google ວ່າອາດຈະເສຍລາຍໄດ້ມະຫາສານ ຖ້າຫາກທາງອາເມລິກາຍັງບໍ່ປົດຄຳສັ່ງແບນ.

Huawei, google, ຂ່າວສານໄອທີ,  ຂ່າວໄອທີ,  ສາລະເລື່ອງໄອທີ,​ ສາລະໄອທີ,  SPV media, IT-News

Zhengfei ຍັງໄດ້ປະເມີນວ່າ:  Google ຈະສູນເສຍລູກຄ້າໄປປະມານ 800 ລ້ານຄົນ ຖ້າຫາກຫົວເວີ່ຍຍ້າຍໄປໃຊ້ລະບົບປະຕິບັດການຂອງໂຕເອງ.  ຍິ່ງສະຖານະການຍັງບໍ່ປອດໄພແບບນີ້ຍິ່ງເລັ່ງໃຫ້ຫົວເວີ່ຍ ຮີບພັດທະນາລະບົບປະຕິບັດການນັ້ນອອກມາໄດ້ໄວຂື້ນ.


ໂດຍປະຈຸບັນມີຂ່າວລາຍງານວ່າລະບົບປະຕິບັດການຂອງຫົວເວີ່ຍ ຫຼື Hongmeng OS ນັ້ນໄດ້ຖືກໄປທົດສອບກັບສະມາດໂຟນຈຳນວນ 1 ລ້ານເຄື່ອງ,  ແລະ ຍັງຈົດທະບຽນການຄ້າໄວ້ກັບຫຼາຍປະເທດທົ່ວໂລກ,​ ນອນນີ້ຫົວເວີ່ຍຍັງຈັບມືກັບ Aptoide ເປັນ App store ໂຕເລືອກໃໝ່ທີ່ສາມາດເຮັດວຽກແທນ google play store ໄດ້ເຊັ່ນດຽວກັນ.


Huawei, google, ຂ່າວສານໄອທີ,  ຂ່າວໄອທີ,  ສາລະເລື່ອງໄອທີ,​ ສາລະໄອທີ,  SPV media, IT-News

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates