ເມື່ອວັນທີ 4 ກໍລະກົດທີ່ຜ່ານມາ ທາງການຍີ່ປຸ່ນອອກມາເປີດເຜີຍວ່າ ໄດ້ລະງັບການນຳໃຊ້ ແອັບ ຈ່າຍເງິນຜ່ານມືຖື ທີ່ຫາກະເປີດໂຕໄປໃນວັນທີ 1 ກໍລະກົດ ໃນຊື່ 7pay ພາຍຫຼັງເຈິຈຸດອ່ອນທີ່ເຮັດໃຫ້ແຮັກເກີ້ ສາມາດແຮັກເຂົ້າໄປແກ້ໄຂບັນຊີຜູ້ໃຊ້ໄດ້.
ໂດຍແອັບດັ່ງກ່າວນັ້ນເປັນແອັບທີ່ໃຫ້ຜູ້ໃຊ້ສາມາດສະແກນບາຣ໌ໂຄດ ແລະ ລິ້ງໄປບັດເຄຣດິສ ແຕ່ແລ້ເວກັບມີຜູ້ໃຊ້ແຈ້ງມາວ່າໄດ້ສັງເກດເຫັນຍອດການຈ່າຍຜິດປົກກະຕິ.
Yahoo News Japan ລາຍງານວ່າ ແອັບດັ່ງກ່າວມີຈຸດອ່ອນ ທີ່ Hacker ສາມາດໃຊ້ພຽງວັນເດືອນປີເກີດ, ອີເມວ ແລະ ເບີໂທລະສັບຜູ້ໃຊ້ກໍ່ສາມາດສົ່ງໄປຂໍ reset password ໄປ email ໃໝ່ໄດ້, ແລະ ແອັບດັ່ງກ່າວໄດ້ຕັ້ງວັນເກີດຂອງລູກຄ້າເປັນວັນທີ 1 ມັງກອນ 2019 ເປັນຄ່າເລີ່ມຕົ້ນ ໃນກໍລະນີທີ່ລູກຄ້າບໍ່ໄດ້ຕັ້ງລາຍລະອຽດວັນເດືອນປີເກີດ. ຈຶ່ງເປັນຊ່ອງໃຫ້ບັນດາ ແຮັກເກີ້ ສາມາດເຈາະໄດ້ຢ່າງງ່າຍດາຍ.
ທາງ 7-eleven ຂອງຍີ່ປຸ່ນຍັງລະບຸວ່າ ແຮັກເກີ້ ສາມາດແຮັກໄດ້ທັງໝົດ 900 ຄົນ ແລະ ໄດ້ເງິນໄປ 55 ລ້ານເຢັນ. ຈຶ່ງໄດ້ທຳການລະງັບແອັບດັ່ງກ່າວ, ແລະ ຍັງໄດ້ຢຸດບໍ່ໃຫ້ແອັບນັ້ນ ລິ້ງໄປຫາບັດເຄຣດິສ, ປິດເວັບໃຊ້ເພື່ອການລົງທະບຽນຜູ້ໃຊ້, ແລະ ໄດ້ຊົດເຊີຍ ຄ່າເສຍຫາຍໃຫ້ແກ່ຜູ້ທີ່ຖືກແຮັກ.
No comments:
Post a Comment