ໜັງສັ້ນແນະນຳ

ເອົາແລ້ວ.. CEO Huawei ເຜີຍວ່າ Hongmeng OS ໄວແລະແຮງກວ່າ Android, iOS ແລະ Mac OS



ເຖິງແມ່ນວ່າປະທານາທິບໍດີອາເມລິກາບອກວ່າເປີດໄຟຂຽວໃຫ້ທາງບໍລິສັດໃນອາເມລິກາສາມາດເຮັດການຄ້າກັບຫົວເວີ່້ຍໄດ້ແລ້ວ,  ແຕ່ກະຍັງມີຫຼາຍຢ່າງທີ່ຍັງບໍ່ແນ່ບໍ່ນອນ, ແລະ ຫົວເວີ່ຍກໍ່ຍັງຄົງເດີນໜ້າລຸຍເລື່ອງພັດທະນາ OS ຂອງຕົວເອງເຕັມທີ່,  ລ່າສຸດ ທາງ Ren Zhengfei  CEO ຂອງຫົວເວີ່ຍອອກມາບອກວ່າ Hongmeng OS ຫຼື Ark OS ຂອງທາງຫົວເວີ່ຍພັດທະນານັ້ນ,​ ມີຄວາມໄວ ແລະ ແຮງກວ່າ Android, iOS ແລະ Mac OS.

Hongmeng OS, Ark OS, ຂ່າວໄອທີ, ອັບເດດໄອທີ,​ ສາລະໄອທີ, ສາລະເລື່ອງໄອທີ,​IT-news, SPVmedia

ເມື່ອວັນທີ 4 ກໍລະກົດທີ່ຜ່ານມາ,  Ren Zhengfei ໄດ້ສຳພາດກັບ "Le Point" ວາລະສານຂອງປະເທດຝຣັ່ງ, ເວົ້າເຖິງທິດທາງການເຮັດທຸລະກິດ ແລະ ແນ່ນອນ ຄົງໜີບໍ່ພົ້ນປະເດັນທີ່ກຳລັງຂັດແຍ່ງກັບອາເມລິກາ,  ລວມເຖິງ OS ທີ່ຕົນເອງກຳລັງສ້າງນັ້ນວ່າ:  ລະບົບປະຕິດບັດການດັ່ງກ່າວ ບໍ່ສະເພາະແຕ່ໃຊ້ໃນສະມາດໂຟນເທົ່ານັ້ນ,  ແຕ່ຍັງໄຊ້ໄດ້ກັບອຸປະກອນອື່ນໆອີກເຊັ່ນ: Tablet,  Computer,  Wearable, Network, Data center ແລະ ອຸປະກອນພວກ IoT ຕ່າງໆໄດ້. 
Hongmeng OS, Ark OS, ຂ່າວໄອທີ, ອັບເດດໄອທີ,​ ສາລະໄອທີ, ສາລະເລື່ອງໄອທີ,​IT-news, SPVmedia


Ren Zhengfei ຍັງກ່າວອີກວ່າ,​ ລະບົບປະຕິບັດການ Hongmeng OS ຫຼື Ark OS ນັ້ນເນັ້ນເລື່ອງຄວາມໄວ ແລະ ການປະມວນຜົນ ເພື່ອສາມາດນຳໄປໄຊ້ໄດ້ກັບຫຼາຍອຸປະກອນ,​ ເມື່ອນັກຂ່າວຖາມວ່າ ມັນຈະມີຄວາມໄວ ແລະ ແຮງກວ່າ Android, iOS ແລະ Mac OS ບໍ່?  ທາງ Ren Zhengfei ຕອບໄປວ່າ ມີຄວາມເປັນໄປໄດ້.

Hongmeng OS, Ark OS, ຂ່າວໄອທີ, ອັບເດດໄອທີ,​ ສາລະໄອທີ, ສາລະເລື່ອງໄອທີ,​IT-news, SPVmedia

ລ່າສຸດ ແຫຼ່ງຂ່າວພາຍໃນລະບຸວ່າ ລະບົບປະຕິບັດການ Hongmeng OS ຫຼື Ark OS ນັ້ນກຳລັງທົດສອບຖືກນຳໃຊ້ ກັບອຸປະກອນຫຼາຍໆຢ່າງພາຍໃນປະເທດຈີນ, ແຕ່ບໍ່ໄດ້ເປີດເຜີຍວ່າເປັນອຸປະກອນລຸ້ນໃດ.

ສຸດທ້າຍ ຫົວເວີ່ຍໄດ້ຈັດງານ Huawei Developer Conference (HDC 2019) ໃນວັນທີ 9-11 ສິງຫານີ້ ທີ່ເມືອງ ດົງກວນ (Dongguan) ປະເທດຈີນ,​ ຫຼາຍໆສຳນັກຂ່າວກະກຳລັງຈັບຕາເບິ່ງວ່າ ຈະເປັນການເປີດໂຕລະບົບປະຕິບັດການດັ່ງກ່າວຫຼືບໍ່.

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates