Hornor ຄ້າຍນ້ອງຂອງຫົວເວີ່ຍໄດ້ເປີດໂຕ Honor Band 5 ທີ່ຈັດສະເປັກມາໃຫ້ຄົບ ສຳລັບຄົນຮັກສຸຂະພາບ ບໍ່ວ່າຈະເປັນເຊັນເຊີ້ວັດແທກອັດຕາການເຕັ້ນຂອງຫົວໃຈ, ວັດແທກການນອນຫຼັບ, ເຊັນເຊີ້ວັດແທກລະດັບອ໋ອກຊີເຈນໃນເລືອດ, ກັນນ້ຳໄດ້ 50 ແມັດ ແລະ ຍັງມີຟິວເຈີ້ອື່ນໆອີກໃນລາຄາ 189 ຢວນ ຫຼື 240,000 ກີບຖືກກວ່າ Mi Band 4 ອີກ !!!
Honor Band 5 ມີໜ້າຈໍແບບ AMOLED ຂະໜາດ 0,95 ນີ້ວ, ສະແດງຜົນເປັນສີ, ເຄືອບດ້ວຍແກ້ວ 2.5D ມີຟິວເຈິ້ສຳລັບການອອກກຳລັງກາຍແບບຫຼັກໆ ຄົບ, ເຊັນເຊີ້ການຈັບການວັດແທກຫົວໃຈໄດ້ 24 ຊົ່ວໂມງ, ຕິດຕາມການນອນຫຼັບໄດ້ 6 ແບບ, ການວັນແທກ ແລະ ໂໝດອອກກຳລັງກາຍອີກ 10 ແບບເຊັ່ນ: ການແລ່ນໃນຮົ່ມ, ແລ່ນການແຈ້ງ, ຂີ່ລົດຖີບ, ລອຍນ້ຳ ແລະ ອື່ນໆ.
Honor Band 5 ມີແບັດເຕີຣີ່ທີ່ສາມາດໃຊ້ໄດ້ຍາວນານເຖິງ 14 ວັນ.
Honor Band 5 ຈະເລີ່ມວາງຂາຍໃນວັນທີ 29 ກໍລະກົດນີ້ ມີ 2 ລຸ້ນຄື ລຸ້ນທຳມະດາ ແລະ ລຸ້ນທີ່ມີ NFC ໂດຍລາຄາລຸ້ນທຳມະດາຢູ່ທີ່ 189 ຢວນ ຫຼື 240,000 ກີບ ລຸ້ນທີ່ມີ NFC ປະມານ 219 ຢວນ ຫຼື 278,000 ກີບ ມີ 3 ສີໃຫ້ເລືອກຄື ສີດຳ, ສີຟ້າ ແລະ ສີບົວ.
ເຊັ່ນເຄີຍ ບ້ານເຮົາຈະມີຮ້ານໃດເອົານຳເຂົ້າມາຂາຍ ແລະ ລາຄາທໍ່ໃດນັ້ນ ຕ້ອງຕິດຕາມເບິ່ງອີກ.
No comments:
Post a Comment