2-3 ມື້ກ່ອນມີພາບຫຼຸດແກ້ວທາງຫຼັງຂອງໂທລະສັບອອກມາວ່າມີຮູກ້ອງແບບໃໝ່ເປັນວົງມົນໃຫ່ຍ ເຮັດໃຫ້ສາວົກແປກໃຈໄປຫຼາຍເຕີບ ວ່າຫົວເວີ່ຍຈະອອກແບບແນວໃດ.
ແຕ່ລ່າສຸດມີແຫຼ່ງຂ່າວອອກມາວ່າ ຫົວເວີຍໄດ້ທຳການດີໄຊສ໌ ກ້ອງແບບໃໝ່ ໂດຍມີພາບຫຼຸດອອກມາ ເປັນການຈັດວາງກ້ອງກັບແຟຼດ ໃຫ້ກົມກືນກັນ ພາຍໃນວົງມົນ, ເບິ່ງຈາກພາບແລ້ວໜ້າຈະມີ 4 ກ້ອງຫຼັງ ໂດຍກ້ອງຫຼັກນັ້ນຢູ່ກາງ ແລະ ແນ່ນອນ ຍັງຄົງມາກັບໂລໂກ້ LEICA ເຊັ່ນເຄີຍ.
ບໍ່ຮູ້ວ່າການດີໄຊສ໌ ກ້ອງໃໝ່ປະມານນີ້ຈະຖືກໃຈຄົນຫຼາຍປານໃດ, ແຕ່ຕາມຄາດເດົາຄືຈະໄດ້ຮັບການຕອບຮັບດີສົມຄວນເພາະເບິ່ງແລ້ວກໍ່ຖືວ່າເຮັດໄດ້ງາມສຸດໆ ຄົງຖືກໃຈຫຼາຍໆຄົນແນ່ນອນ.
No comments:
Post a Comment