ໜັງສັ້ນແນະນຳ

ສະຖິຕິບໍ່ດີ ສາວົກ iPhone ປ່ຽນໃຈໄປໃຊ້ຍີ່ຫໍ້ອື່ນຫຼາຍຂື້ນ


ສື່ຕ່າງປະເທດລາຍງານວ່າ, ຕອນນີ້ລູກຄ້າຂອງ Apple ກຳລັງຫຼຸດລົງ,  ຈາກໂຕເລກສະຖິຕິເປີດເຜີຍໂຕເລກບອກວ່າ ຄວາມຈົງຮັກພັກດີຂອງສາວົກທີ່ມີຕໍ່ແບຣນ Apple ນັ້ນຫຼຸດລົງຕ່ຳສຸດນັບຕັ້ງແຕ່ປີ 2011 ເລີຍ.

ສະຖິຕິບໍ່ດີ, ຄົນປ່ຽນໃຈຈາກ iPhone ໄປຍີ່ຫໍ້ອື່ນ, ຂ່າວໄອທີ, ສາລະໄອທີ,​ ອັບເດດໄອທີ, ຂ່າວສານໄອທີ,​ ອັບເດດເລື່ອງໄອທີ,​IT-news, SPVmedia


CNET ລາຍງານວ່າ: ສະຖິຕິຜູ້ໃຊ້ງານປະມານ 38,000 ຄົນທີ່ຊື້-ຂາຍ iPhone ໃນເດືອນຕຸລາປີ 2018 ມີປະມານ 73% ທີ່ເລືອກຊື້ iPhone ລຸ້ນໃໝ່, ໃນປີ 2017 ນັ້ນເປັນປີທີ່ມີຄວາມຈົງຮັກພັກດີຕໍ່ iPhone ນັ້ນໄດ້ບັນລຸຈຸດສູງສຸດເຖິງ 93% ແລະ ປີຕໍ່ມາກໍ່ຫຼຸດລົງເລື້ອຍໆ, ແລະ ໃນປີນີ້ກໍ່ມີພຽງ 77.8% ຫຼຸດລົງໄປປະມານ 15.2%.  ນອກນີ້ 26 % ຂອງຜູ້ໃຊ້ງານ iPhone X ເລືອກປ່ຽນໄປໃຊ້ຍີ່ຫໍ້ອື່ນແທນ.

ຍົກໂຕຢ່າງ ຜູ້ໃຊ້ຍີ່ຫໍ້ອື່ນຢ່າງ Samsung Galaxy S9 ເລືອກປ່ຽນມາໃຊ້ iPhone 7.7% ໃນຂະນະທີ່ຜູ້ໃຊ້ iPhone ກັບປ່ຽນມາໃຊ້ Samsung ຮອດ 18%

ຈາກໂຕເລກສະຖິຕິດັ່ງກ່າວ, ສາມາດເວົ້າໄດ້ວ່າ  iPhone ນັ້ນມີຄວາມໜ້າສົນໃຈຫຼຸດໜ້ອຍລົງເລື້ອຍໆ  ອາດຈະຍ້ອນເຫດຜົນດ້ານລາຄາ, ການອອກແບບຕ່າງໆ ຫຼື ດ້ານເທັກໂນໂລຊີຕ່າງໆຍັງບໍ່ຖືກໃຈ ເຮັດໃຫ້ສາວົກທີ່ເຄີຍໃຊ້ນັ້ນປ່ຽນໃຈໄປໃຊ້ຍີ່ຫໍ້ອື່ນເພີ່ມຂື້ນ.

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates