ເມື່ອອະທິດທີ່ຜ່ານມາ Facebook ໄດ້ເປີດໂຕ ສະກຸນເງີນທີ່ເອີ້ນວ່າ Libra ຂື້ນ, ເຮັດໃຫ້ວົງການດ້ານການເງີນໂລກ ມີການຈັບຕາເບິ່ງຢ່າງໄກ້ຊິດ ວ່າອະນາຄົດສະກຸນເງິນແຕ່ລະປະເທດຈະເປັນແນວໃດ ເພາະ ສະກຸນເງີນ Digital ນັ້ນສາມາດໃຊ້ໄດ້ທົ່ວໂລກໄດ້.
ແລ້ວສະກຸນເງິນ Libra ສາມາດຊື້ຫຍັງໄດ້ແນ່ ? ກ່ອນອື່ນໝົດເຮົາມາທຳຄວາມເຂົ້າໃຈກັນກ່ອນ.
Libra ແມ່ນຫຍັງ ?
Libra ເປັນພາສາໂຣມັນທີ່ໃຊ້ສຳລັບການສັ່ງນ້ຳໜັກ, ແລະ ເຟສບຸກໃຫ້ນິຍາມຂອງ Libra ແມ່ນ “Global Currency and Financial Infrastructure” ເປັນຊັບສິນໜຶ່ງໃນລະບົບດີຈີຕອລ ທີ່ຖືກສ້າງຂື້ນໂດຍ ເຟສບຸກ, ແລະ ມີ ເທັກໂນໂລຊີ Blockchain ຢູ່ເບື້ອງຫຼັງ (ແບບດຽວກັບທີ່ເຮົາເຄີຍເຫັນໃນຊື່ Bitcoin)
ໃຜສາມາດເບິ່ງແຍງ Libra ໄດ້ ?
ແມ່ນຢູ່ວ່າ Libra ຖືກສ້າງໂດຍເຟສບຸກ, ແຕ່ກໍ່ມີການເບິ່ງແຍງດູແລຮ່ວມກັນກັບບໍລິສັດຕ່າງໆ ເອີ້ນວ່າ “Libra Association” ທີ່ເປັນໜ່ວຍງານອິດສະຫຼະຕັ້ງຢູ່ປະເທດສະວິດເຊີແລນ, ແລະ ມີໜ້າທີ່ສອງຢ່າງຄືກວດສອບທຸລະກຳທາງການເງິນ ແລະ ຄວບຄຸມວົງເງິນສຳຮອງທີ່ຄ້ຳປະກັນ ແລະ ຈັດງົບປະມານຊ່ວຍສັງຄົມ. ໂດຍ Libra ຈະຖືກຄ້ຳເປັນເງິນສຳຮອງຈາກສະກຸນເງິນປະເທດຕ່າງໆ ເພື່ອເຮັດໃຫ້ມັນເກີດມູນຄ່້າຂື້ນໃນໂຕມັນເອງ.
ຕອນນີ້ມີບໍລິສັດໃດແນ່ເຂົ້າຮ່ວມກັບ Libra ?
ຕາມເງື່ອນໄຂຄື ຖ້າບໍລິສັດໃດວາງເງິນຕ່ຳສຸດ 10 ລ້ານຫຼຽນ, ຈະຖືກວາງໃຫ້ເປັນ 1 ໃນສະມາຊິກຜູ້ກໍ່ຕັ້ງ Libra Association ໂດຍຕອນນີ້ມີບໍລິສັດຍັກໃຫ່ຍຫຼາຍໆ ບໍລິສັດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍເຊັ່ນ: PayPal, Ebay, Spotify, Uber, VISA, Mastercard... ລາຍລະອຽດຕາມຮູບຂ້າງລຸ່ມນີ້.
ແລ້ວ Libra ມັນໄຊ້ຫຍັງໄດ້ແນ່ ?
Libra ມັນກະເປັນເງິນດີຈີຕອລ ທີ່ເຮົາເລີ່ມເຫັນທົ່ວໆໄປ ຄ້າຍໆກັບ ເຮົາໄປກິນເຂົ້າແລ້ວບໍ່ໄດ້ເອົາເງິນສົດໄປ ແຕ່ທາງຮ້ານບອກວ່າຮັບຊຳລະຜ່ານ app ຂອງທະນາຄານເຊັ່ນ: bcel one... ກໍ່ສາມາດຈ່າຍໄດ້, ນັ້ນລະ ມັນຈະເປັນປະມານນັ້ນ, ພຽງແຕ່ແອັບຂອງ Libra ມັນສາມາດໄຊ້ໄດ້ທົ່ວໂລກ ຖ້າເຮົາຕ້ອງການເອົາເງິນເຂົ້າໃນແອັບ ເຮົາກະອາດຈະເອົາເງິນເຮົາໄປແລກປ່ຽນຕາມໜ່ວຍບໍລິການທີ່ຮັບຝາກ, ແລ້ວເຂົາກະໂອນເງິນເຂົ້າແອັບຂອງເຮົາ. ຫຼື ບໍ່ມີເງິນສົດຈ່າຍ ແຕ່ມີເງິນໃນ Libra ກໍ່ສາມາດເອົາອອກມາແລກປ່ຽນເປັນເງິນໄດ້.
ແລ້ວມັນຈະປອດໄພບໍ່ ?
ແນ່ນອນເມື່ອມີເທັກໂນໂລຢີ ທາງດ້ານການເງິນເກີດຂື້ນ ມັກກະຕ້ອງມີຄົນທີ່ໃຊ້ຊ່ອງທາງນີ້ໃນການຫາກິນ, ຖ້າໂທລະສັບເຮົາ ຫຼື ລະຫັດເຮົາຖືກແຮັກ ເຮົາກໍ່ມີສິດເສຍເງິນໄດ້, ທັງນີ້ທັງນັ້ນ Libra ເອງກໍ່ມີລະບົບກວດຈັບພຶດຕິກຳທີ່ສ່ຽງຢູ່ເບື້ອງຫຼັງ, ນອກນີ້ຍັງມີທີມງານ Live Support ທີ່ຄອຍເບິ່ງແຍງລູກຄ້າ ຖ້າມີບັນຫາສາມາດຕິດຕໍ່ຫາໄດ້ໂດຍກົງ.
ແລ້ວເວລາໄຊ້ ໄດ້ເສຍຫຍັງເພີ່ມບໍ່ ?
ແນ່ນອນ ຄືຈັ່ງເຮົາໃຊ້ບັດ VISA, Master ນັ້ນລະ ເວລາເຮັດທຸລະກຳມັນກໍ່ຈະຫັກຄ່າທຳນຽມນັ້ນນີ້ອອກ.
Libra ຈະເລີ່ມໃຊ້ຕອນໃດ ?
ຕາມເຟສບຸກແຈ້ງມາບອກວ່າ ປະມານປີ 2020 ຈະສາມາດເລີ່ມໄຊ້ Libra ໄດ້, ຕ້ອງຕິດຕາມຕໍ່ໄປວ່າ ຈະມີຫຼາຍປະເທດນິຍົມບໍ່, ນັບທັງປະເທດເຮົານຳວ່າຈະມີຄົນນິຍົມໄຊ້ຫຼາຍປານໃດ.
ອ່ານແລ້ວຢ່າລືມກົດໄລກົດແຊ ເພື່ອເປັນກຳລັງໃຈແກ່ພວກເຮົາດ້ວຍ.
ເພຈ SPV mediaເພຈ ສາລະເລື່ອງໄອທີ
No comments:
Post a Comment