ໜັງສັ້ນແນະນຳ

ເອົາຈົນໄດ້ Macbook Pro 15 ນິ້ວ ລະເບີດ ກ່ອນການເອີ້ນຄືນ 3 ມື້



ດັ່ງທີ່ເຮົາໄດ້ສະເໜີຂ່າວໄປ,  ວ່າ Apple ເອີ້ນຄືນ Macbook Pro 15 ນິ້ວລຸ້ນປີ 2015-2017 ຫຼັງຈາກພົບບັນຫາ ແບັດເຕີຣີ່ ຮ້ອນເກີນໄປອາດເກີດອັນຕະລາຍໄດ້. ອ່ານຂ່າວໄດ້ທີ່ນີ້.

Macbook Pro ລະເບີດ, ຂ່າວໄອທີ, ສາລະໄອທີ, ຂ່າວສານໄອທີ, ສາລະເລື່ອງໄອທີ, IT-news, SPVmedia


ລ່າສຸດກໍ່ໄດ້ມີຜູ້ໃຊ້ຊື່ Steven Gagne ອາຊີບີນັກອອກແບບຄົນ Pensacola, ທີ່ Florida ໄດ້ໂພສຂໍ້ຄວາມພ້ອມຮູບພາບປະກອບລົງໃນ Facebook ໃນວັນທີ 17 ມິຖຸນາ ກ່ອນການເອີ້ນຄືນຂອງ Apple ພຽງ 3 ວັນ,​ ຫຼື ຍ້ອນເກີດເຫດການແບບນີ້ Apple ຈື່ງອອກມາປະກາດເອີ້ນຄືນກໍ່ເປັນໄດ້.


Steven Gagne ເລົ່າວ່າ:  ໃນຂະນະທີ່ເຂົານອນຢູ່ຕຽງຢູ່,  Macbook Pro ຂອງເຂົາກໍ່ໄດ້ລະເບີດຂື້ນ,​ ມັນມີປະກາຍໄຟນ້ອຍໆອອກມາ ແລ້ວກໍ່ຫຼາຍຂື້ນ,  ຈາກນັ້ນກະມີຄວັນອອກມາ,​ ຂອ້ຍຄິດວ່າເຈົ້າຄົງຈິນຕະນາການອອກວ່າຂ້ອຍໂດດລົງຈາກຕຽງໄວປານໃດ,​ ສຽງລະເບີດຂອງມັນເປັນຕາຢ້ານ ແລະ ມີກິ່ນໃໝ້ອອກມາເຊັ່ນກັນ.

Macbook Pro ລະເບີດ, ຂ່າວໄອທີ, ສາລະໄອທີ, ຂ່າວສານໄອທີ, ສາລະເລື່ອງໄອທີ, IT-news, SPVmedia


Steven Gagne ຍັງໄດ້ເລົ່າອີກວ່າ, ໃນຂະນະທີ່ມັນລະເບີດ,  Macbook Pro ທີ່ວ່ານັ້ນ, ບໍ່ໄດ້ໄຊ້ງານພຽງແຕ່ໜ້ອຍ, ເຂົາພັກມັນໄວ້ໃນໂໝດ Sleep ແລະ ກະບໍ່ໄດ້ສຽບໄຟອີກ, ດີແຕ່ບໍ່ລະເບີດຢູ່ໂຕະເຮັດວຽກ ເພາະປົກກະຕິມັກເອົາໄວ້ໃນກະຕ່າເກັບເອກະການ.

Macbook Pro ລະເບີດ, ຂ່າວໄອທີ, ສາລະໄອທີ, ຂ່າວສານໄອທີ, ສາລະເລື່ອງໄອທີ, IT-news, SPVmedia


ຖ້າໃຜບໍ່ຢາກເກີດເຫດການແບບນີ້, ສາມາດເຂົ້າໄປອ່ານວິທີເຊັກ ວ່າເຄື່ອງເຮົາຕົກຢູ່ໃນເຄື່ອງທີ່ Apple ເອີ້ນຄືນຫຼືບໍ່ນັ້ນ,  ສາມາດອ່ານຂ່າວເກົ່າໄດ້ທີ່ນີ້.

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates