Mobvoi ເປັນບໍລິສັດນ້ອງໃໝ່ແຫ່ງວົງການ Smart Watch ເຊິ່ງປີກາຍນີ້ທາງບໍລິສັດໄດ້ເປີດໂຕສະມາດວອຕ໌ ອອກມາເຮັດໃຫ້ຫຼາຍຄົນໄດ້ເຫັນ, ແລະ ມາປີນີ້ກໍ່ທຳການຕໍ່ຍອດອອກລຸ້ນໃໝ່ມາ.
TicWatch Pro 4G/LTE ຈະມາພ້ອມກັບຄວາມສາມາດເຊື່ອມຕໍ່ 4G/LTE ໄດ້, ແລະ ຍັງສາມາດໃສ່ eSIM ທີ່ກຳລັງເປັນທີ່ນິຍົມ, ມີການກວດຈັບການອອກກຳລັງກາຍ ແລະ ການເຕັ້ນຂອງຫົວໃຈຕະຫຼອດ 24 ຊົ່ວໂມງ ຜ່ານ ແອັບ TicHealth ຂອງທາງບໍລິສັດເອງ.
ຈຸດເດັ່ນຂອງໂມງຄ້າຍນີ້, ຍັງຄົງເປັນຄວາມສາມາດໃນການສະຫຼັບການໃຊ້ງານໄປມາລະຫວ່າງໜ້າຈໍ AMOLED ກັບ LCD ໄດ້, ຈຸດເດັ່ນຂອງການສະຫຼັບມາຈໍ LCD ທີ່ເປັນຂາວດຳນີ້ກໍ່ເພື່ອການປະຢັດໄຟ, ແລະ ຍັງຄົງກວດຈັບການເຕັ້ນຫົວໃຈ ຄຽງຄູ່ກັບການເບິ່ງເວລາໄດ້ເທົ່ານັ້ນ ຈຶ່ງເຮັດໃຫ້ມັນສາມາດຢູ່ໄດ້ເຖິງ 30 ວັນຕໍ່ການສາກ 1 ຄັ້ງ.
ສ່ວນໜ້າຈໍ AMOLED ຈະເອົາໄວ້ໃຊ້ກັບຟິວເຈີ້ອື່ນໆເຊັ່ນ ການສະແດງຜົນໜ້າປັດເປັນສີ, ການແຈ້ງເຕືອນ ຫຼື ຕອບກັບຂໍ້ຄວາມ, ເປີດ GPS,ຟັງເພງ ແລະ ໃຊ້ແອັບອື່ນໆໄດ້ໃນອາຍຸການໃຊ້ງານພຽງ 2 ວັນ.
TicWatch Pro 4G/LTE ຮອງຮັບການກັນນ້ຳກັນຝຸ່ນລະດັບ IP68 ແຖມຍັງໄດ້ຮັບມາດຕະຖານທາງການທະຫານສາມາດກັນຕົກແຕກ, ທົນຕໍ່ອຸນຫະພູມສູງຫຼືຕ່ຳ, ຄວາມຊຸ່ມ, ຂີ້ຊາຍ ແລະ ເກືອຈາກທະເລ
ສະເປັກທັງໝົດຂອງ TicWatch PRo 4G/LTE ມີດັ່ງນີ້:
- ໜ້າຈໍ: Super AMOLED + LCD ຂະໜາດ 1.39 ນິ້ວ ຄວາມລະອຽດ 400 x 400px
- CPU:Snapdragon wear 2100
- RAM: 1 GB
- ຄວາມຈຸ: 4 Gb
- OS : Wear OS
- ການເຊື່ອມຕໍ່: WiFi 802.11 a/b/g/n/ac, BT 4.2, NFC
- ເຊັນເຊີ້: PPG heart rate sensor, accelerometer, gyroscope, e-compass, ambient light sensor, low latecy off-body sensor
- ກັນນນ້ຳມາດຕະຖານ IP68 + ໃສ່ລອຍນ້ຳໄດ້.
ສຳລັບລາຄາເປີດໂຕແມ່ນ 279 ໂດລາ ໃນອາເມລິກາ, ບໍ່ແນ່ໃຈວ່າບ້ານເຮົາຈະມີຄົນເອົາເຂົ້າມາຂາຍບໍ່ ຕ້ອງລໍຖ້າຕິດຕາມ.
ຂ່າວຈາກ mobvoi
No comments:
Post a Comment