ຫຼາຍຄົນຄືຈະເຄີຍເປັນ, ລົມກັບໃຜກະບໍ່ສົມຫັວງ, ທັງໆທີ່ມີໂອກາດເປັນແຟນ, ທັງໆທີ່ວ່າບາງຄົນໜ່້າຕາກະບໍ່ໄດ້ຂີ້ຮ້າຍ, ຖານະກະພໍມີ, ວຽກງານກະໂອເຄ, ແຕ່ລົມກັບໃຜແລ້ວຄືບໍ່ສົມຫວັງຄືໝູ່, ບໍ່ມີແຟນຈັກເທື່ອ, ບາດໝູ່ລົງເອີຍ ແຕ່ງກັນໄປແລ້ວ.
1. ຍ້ອນໃຝ່ຫາຄວາມຮັກທີ່ສົມບູນແບບ.
ຫຼາຍໆຄົນອາດຈະໄດ້ແຮງບັນດານໃຈຈາກນິຍາຍ, ຈາກໜັງ.. ທີ່ໂຕລະຄອນນັ້ນສົມບູນແບບ, ຄວາມຮັກຫວານຊຶ້ງ, ໂຣແມນຕິກ, ພະເອກເຟີເຟັກ ນາງເອກເລີດເລີ.... ແຕ່ໃນຊີວິດຈິງກັບບໍ່ແມ່ນຄືລະຄອນທີ່ເຮົາເບິ່ງໃດ໋ລະ, ທຸກຄົນກະມີທັງຂໍ້ດີຂໍ້ເສຍໃນໂຕ, ເມື່ອເຮົາວາດຝັນໄວ້ວ່າ ຄົນຮັກຂອງເຮົາຕ້ອງເປັນແບບນັ້ນແບບນີ້, ບາດມາເຈິແລ້ວບໍ່ເປັນຕາມທີ່ຫວັງ ເລີຍເຮັດໃຫ້ໂຕເຈົ້າເອງຢາກຫ່າງອອກມາແລະ ສະແຫວງຫາຄົນໃໝ່. ທາງທີ່ດີຄວນຍອມຮັບຂໍ້ດີຂໍ້ເສຍ ເຊິ່ງກັນແລະກັນຈະດີກວ່າ.
2. ບໍ່ເຄົາລົບພື້ນທີ່ສ່ວນໂຕຂອງຄົນອື່ນ.
ບາງຄົນ ຢາກໃຫ້ຄົນທີ່ຕົນເອງລົມເປັນແນວນັ້ນແນວນີ້, ບໍ່ໃຫ້ນອກໃຈ ບໍ່ໃຫ້ເສຍໃຈ ເລີຍໄປຄວບຄຸມຕະຫຼອດເວລາ, ໂທຫາຕະຫຼອດເວລາ ວ່າຢູ່ໃສ ຢູ່ກັບໃຜ.. ຍິ່ງບາງຄົນແຫ່ງບັງຄັບໃຫ້ຄົນຮັກຕົນຕ້ອງເປັນແບບນັ້ນ, ເຮັດແບບນີ້ ຍິ່ງເຮັດໃຫ້ເຂົາບໍ່ເປັນໂຕຂອງໂຕເອງ ເຮັດໃຫ້ອຶດອັດ ແລະ ຢູ່ຍາກ. ສະນັ້ນ, ບໍ່ຄວນຈະເຮັດແບບນີ້ຫຼາຍເກີນໄປ.
3. ບໍ່ພ້ອມທີ່ຈະມີໃຜ.
ບາງຄົນທີ່ຜ່ານການເຈັບປວດຈາກຄວາມຮັກມາຫຼາຍ ຈະບໍ່ກ້າທີ່ຈະລົງມືຮັກ ເພາະຢ້ານຈະຜິດຫວັງ, ຢ້ານເສຍໃຈອີກ, ເລີຍເຮັດໃຫ້ເວລາມີຄົນເຂົ້າມາ ລະບໍ່ກ້າຮັກເຕັມທີ່, ຈຶ່ງເຮັດໃຫ້ຄວາມຮັກຂາດໆເກີນໆ ຫຼື ບາງຄົນກໍ່ຍັງບໍ່ພ້ອມເລື່ອງຖານະ ການເງີິນເລີຍເຮັດໃຫ້ບໍ່ພ້ອມມີໃຜ.
ອ່ານແລ້ວຢ່າລືມກົດໄລ ກົດ ແຊ ເພື່ອເປັນກຳລັງໃຈແກ່ເພຈເຮົາແນ່ເດິ້. ເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
4. ບໍ່ໃຫ້ອະໄພຄົນອື່ນ.
ບໍ່ມີໃຜດອກທີ່ບໍ່ເຄີຍເຮັດຜິດ, ບາງຄົນ ເມື່ອເຈິຄົນທີ່ຕົນເອງລົມ ເຮັດຜິດພຽງຄັ້ງດຽວ ສອງ ຄັ້ງກໍ່ຍ່າງໜີອອກມາແລ້ວ. ແບບນີ້ກໍ່ຈະເຮັດໃຫ້ຄວາມສຳພັນຈົບລົງ.
5. ສົນໃຈແຕ່ໂຕເອງ.
ອາດຈະຕຳໃຈຄົນທີ່ໂລກສ່ວນໂຕສູງ ຫຼື ຄົນທີ່ບໍ່ສົນໃຈໃຜ, ການທີ່ບໍ່ເປີດໃຈສັງເກດ ແລະ ເບິ່ງໃຈຄົນອື່ນ ຈະເຮັດໃຫ້ເຮົາບໍ່ເຂົ້າໃຈຝ່າຍກົງກັນຂ້າມໄດ້, ແບບນີ້ຈະເຮັດໃຫ້ຄວາມສຳພັນເລີກລາໄດ້ງ່າຍ.
6. ໂທດແຕ່ຢ່າງອື່ນ.
ບາງຄົນເວລາຜິດກັນ ອີ່ຫຍັງໜ້ອຍໜຶ່ງກໍ່ໄປໂທດຄົນອື່ນ ໂດຍທີ່ບໍ່ຄິດວ່າມາຈາກເຮົາບໍ່, ບາງຄົນໄປໂທດບຸນວາດສະໜາ ເນື້ອຄູ່, ໂທດໂຊກຊາຕາ, ໂທດ ສິ່ງອອ້ມຂ້າງ.. ແບບນີ້ບໍ່ເວີກ, ເຮົາຄວນເບິ່ງຫຼາຍໆຈຸດ ຫຼາຍ ບັນຫາ, ເບິ່ງທັງໂຕເຮົາເອງ, ເລື່ອງຄວາມຮັກມັນເລີ່ມຈາກຄົນສອງຄົນ, ຄວນຄ່ອຍໆປັບຈູນເຂົ້າກັນແລ້ວຄ່ອຍເດີນໜ້າເຄຼຍບັນຫາ.
7. ບໍ່ຮັກໂຕເອງ.
ບາງຄົນ ປ່ອຍປະລະເລີຍ ໃຫ້ໂຕເອງບໍ່ມີຄຸນຄ່າ, ອາດຈະຍ້ອນຜິດຫວັງມາຈາກຮັກກ່ອນໆ, ເລີຍເຮັດໃຫ້ບໍ່ໃສ່ໃຈໂຕເອງ ບໍ່ດູແລເບິ່ງແຍງໂຕເອງ, ເຮັດໃຫ້ລາສີໂຕເອງຕ້ອງຈືດຊືດ. ແລ້ວຖ້າຄົນອື່ນມາເຫັນ ເຂົາຈະກ້າມາຮັກເຮົາຫວາ ຂະໜາດເຮົາຍັງຮັກໂຕເອງບໍ່ໄດ້ ?
ທັງໝົດ 7 ຂໍ້ນີ້ເປັນສິ່ງທີ່ແອັດມິນລວບລວມມາຝາກກັນ, ອາດຈະຖືກກັບບາງຄົນ ຫຼື ບໍ່ຖືກກັບບາງຄົນ ກໍ່ເປັນໃດ້ ສະນັ້ນຄວນເບິ່ງຕາມຄວາມເໝາະສົມ. ແລະ ອາດຈະມີຫຼາຍໆສາເຫດກວ່ານີ້ອີກ ຈົ່ງເບິ່ງຕາມຄວາມຈິງທີ່ເຮົາມີ. ໄວ້ເຈິກັນໃໝ່ບົດຄວາມໜ້າ. ສະບາຍດີ.
No comments:
Post a Comment