Philips ໄດ້ເປີດໂຕດອກໄຟປະເພດທີ່ເປັນ IoT ໂດຍໃສ່ຊື່ວ່າ Philips Hue ໂດຍສາມາດຄວບຄຸມດອກໄຟຜ່ານ Bluetooth ໄດ້ໂດຍກົງໂດຍບໍ່ຖ້າງໍ້ Hub ເປັນໂຕເຊື່ອມຕໍ່.
ເຊິ່ງເຮົາສາມາດສັ່ງເປີດປິດ, ປັບຄວາມແຈ້ງ, ແລະ ປັບສີສັນຂອງດອກໄຟໄດ້, ນອກນີ້ ຍັງຮອງຮັບຄຳສັ່ງສຽ=ຈາກ Amazon Echo ໂດຍສະໝັກພຽງຄັ້ງດຽວ ໄຊ້ສັ່ງຜ່ານ Alexa ຫຼື Echo ໄດ້, ແຖມຍັງເປີດຂື້ນມາໃຊ້ວຽກໄດ້ທັນທີ.
ສ່ວນລາຄາເປີດໂຕອອກມາມີດັ່ງນີ້:
- ສີຂາວຢ່າງດຽວ ລາຄາ 14,99 ໂດລາ
- ສີຂາວທີ່ປັບໂທນສີໄດ້ລາຄາ 29,99 ໂດລາ
- ສີຂາວ ແລະ ປ່ຽນໄດ້ທຸກສີ ລາຄາ 49,99 ໂດລາ
ຂໍ້ມູນຈາກ: Signify
No comments:
Post a Comment