ໜັງສັ້ນແນະນຳ

ຜູ້ຍິງແບບໃດ ທີ່ຜູ້ຊາຍຫຼາຍຄົນຢາກໄດ້ມາເປັນແມ່ຂອງລູກ ? ບົດຄວາມຈາກທີ່ປຶກສາ



ຫຼາຍຄົນອາດຈະຄິດ ວ່າຜູ້ຊາຍຄືຈະມັກແຕ່ຜູ້ຍິງເຊັກຊີ່,  ງາມ,​ ໜ້າຮັກ,​ ໜ້າເອິກໃຫ່ຍ....  ແຕ່ຂໍບອກເລີຍວ່າ ອັນນັ້ນເປັນພຽງການມັກ,  ສ່ວນຈະຫາຄົນທີ່ມາເປັນຄູ່ຊີວິດນັ້ນ ເປັນອີກຢ່າງໜຶ່ງ. ຕໍ່ໄປນີ້ຄື ບຸກຂະລິກ ລັກສະນະຜູ້ຍິງ ທີ່ຜູ້ຊາຍຫຼາຍໆຄົນຢາກໄດ້ມາເປັນແມ່ຂອງລູກ.


ບົດຄວາມຈາກທີ່ປຶກສາ,  ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ,  ສາລະໜ້າຮູ້, ບົດຄວາມດີດີ,​ ຄວາມຮັກ, ໄວລຸ້ນ, SPV media, ຜູ້ຍິງແບບໃດ ?




1.  ເກັບເງິນເປັນ

ຖ້າສາວໆທ່ານໃດມັກຊ໋ອບປິ້ງ,​ ມັກໃຊ້ຈ່າຍເງິນຟູມເຟືອຍ, ເງິນໝົດແຕ່ຕົ້ນເດືອນ ແບບນັ້ນບໍ່ດີແນ່ນອນ,​ ເພາະຜູ້ຍິງທີ່ຜູ້ຊາຍຫຼາຍຄົນຫວັງປອງ ຄືຄົນທີ່ຮູ້ເກັບເງິນ ເພື່ອໄວ້ສ້າງອະນາຄົດ,  ຖ້າຈ່າຍຟູມເຟືອຍແບບນັ້ນ ອະນາຄົດ ລຳບາກແນ່ນອນ.


2. ຢູ່ຄົນດຽວໄດ້.
ສາວໆຄົນໃດ ທີ່ຕິດແຟນຕະຫຼອດເວລາ ປະເພດແບບວ່າໄປໃສໄປນຳ, ເກາະຕິດປານລູກ,  ແຟນຈະໄປວຽກຕ່າງແຂວງກະຕ້ອງໄປນຳ ຫຼື ແມ້ກະທັ່ງແຟນໄປສ້າງສັນກັບໝູ່ກະຂໍໄປນຳ ຫຼື ໂທຈູ້ຈີ້ຈຸກຈິກ ຮີບປ່ຽນນິໃສດຽວນີ້ ເພາະຜູ້ຊາຍຫຼາຍຄົນຈະບໍ່ມັກ.


3. ເຂົ້າໃຈ ແລະ ເຊື່ອໃຈ
ເປັນສິ່ງທີ່ສຳຄັນທີ່ສຸດໃນຊີວິດຂອງຄວາມສຳພັນ,  ຜູ້ຊາຍຫຼາຍຄົນຈະມັກຜູ້ຍິງທີ່ຮູ້ຈັກຄຳວ່າເຊື່ອໃຈ,  ແລະ ເຂົ້າໃຈທຸກເລື່ອງ ບໍ່ແມ່ນມີແຕ່ຈະຫວາດລະແວງຈ້ອງຈັບຜິດຕະຫຼອດເວລາ.


ສົນໃຈຕິດຕາມ ຫຼື ອ່ານບົດຄວາມໃນເພຈຂອງພວກເຮົາໄດ້ທີ່ ເຟສບຸກ:  ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ


4. ຄິດບວກ.
ມັນຈະມີຄົນບາງກຸ່ມ ທີ່ບໍ່ເຄີຍຄິດບວກ,​ ມີຫຍັງເກັບມາຄິດ ແຕ່ພັດຄິດແຕ່ແງ່ລົບ,  ຄິດວ່າແຟນຕົນເປັນແນວນັ້ນແນວນີ້,  ຄິດວ່າເຂົາຕົວະຈັ່ງຊັ້ນຈັ່ງຊີ້ ບອກເລີຍວ່າຜູ້ຊາຍຫຼາຍຄົນບໍ່ມັກ, ເພາະແທ້ຈິງແລ້ວຜູ້ຊາຍຈະມັກຄົນທີ່ຢູ່ນຳແລ້ວມີຄວາມສຸກ, ເຮັດໃຫ້ຍີ້ມໄດ້,​ ແລະ ຄິດແຕ່ສິ່ງດີດີນຳກັນສະເໝີ.


5. ບໍ່ຂີ້ຄ້ານ.
ຈະມາເຮັດແບບຕອນໂສດ ນອນຕື່ນສວາຍ, ວຽກບ້ານບໍ່ເຮັດ,  ເຮືອນບໍ່ກວາດ,​ ແຕ່ງກິນບໍ່ເປັນ ຫຼື ນອນຖ້າກິນແຕ່ນຳຜົວ ອັນນີ້ ຫຼາຍຄົນກະຮັບບໍ່ໃຫວ.

6. ບໍ່ຫຼາຍໃຈ.
ສະໃໝນີ້ມີຜູ້ຍິງທີ່ຫຼາຍໃຈຫຼາຍ,  ບາງຄົນຄົບຊ້ອນ 2-3 ຄົນກະມີ,​  ຖ້າເຄີຍມີປະຫວັດແບບນັ້ນ ຫຼື ເຄີຍຖືກຈັບໄດ້ລະຢາກຍາກ ທີ່ຫຼາຍຄົນຈະກ້າຮັບມາເປັນຄູ່ຊີວິດ.

6. ຮູ້ຈັກວາງໂຕ.
ຮູ້ຈັກກາລະເທສະ,  ອັນໃດຄວນບໍ່ຄວນ,  ມີຄວາມເປັນຜູ້ໃຫ່ຍ,  ບໍ່ໂວຍວາຍ, ບໍ່ຕ້ອງເຮັດໃຫ້ອັບອາຍຕໍ່ໜ້າຄັນອື່ນ ບໍ່ໂພສຫຍັງໂລເລໃຫ້ຊາວໂລກຮັບຮູ້ຂາຍໜ້າເລື່ອງຕົນເອງ ຜູ້ຍິງແບບນີ້ລະທີ່ຫຼາຍຄົນມັກ.


ທັງໝົັດນີ້ເປັນພຽງການສັງລວມສິ່ງໃຫ່ຍໆມາໃຫ້ອ່ານກັນ,  ອາດຈະມີແບບອື່ນໆອີກ. 

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates