Qualcomm ໄດ້ເປີດໂຕຊິບໃໝ່ຊື່ວ່າ Snapdragon 215 ເພື່ອມາເຈາະຕະຫຼາດສະມາດໂຟນລາຄາປະຫຍັດ ແຂ່ງກັບ MediaTek ແລະ Samsung ແລະ ທັງເປີດເຜີຍວ່າຕົນກຳລັງພັດທະນາຊິບສຳລັບ Smart Watch ອີກດ້ວຍ.
Snapdragon 215 ມາພ້ອມສະຖາປັດແບບ ARM Cortex-A53 ເປັນ Quad-core (core speed 1.3GHz) ແລະ ສາມາດຮອງຮັບກ້ອງຄູ່ ແລະ ຄວາມລະອຽດສູງສຸດທີ່ 13 ລ້ານພິກເຊວໄດ້, ຖ່າຍວີດີໂອແບບ FHD, ໜ້າຈໍHD+, ໄຊ້ງານ VoLTE ໄດ້ທັງສອງຊິມ ແລະ ຍັງຮອງຮັບ Quick Charge ໄດ້ອີກ.
ຕ້ອງລໍຖ້າຕິດຕາມວ່າຈະເປັນມືຖືລຸ້ນໃດທີ່ໄດ້ຊໄຊ້ຊິບໂຕນີ້ເປັນໂຕທຳອິດ, ຄົງຈະເຫັດໃນອີກບໍ່ດົນ.
ສ່ວນຊິບສຳລັບ Smart Watch ທາງ Qualcomm ບອກວ່າກຳລັງຢູ່ໃນຊ່ວງພັດທະນາເຊັ່ນກັນ, ແຕ່ຍັງບໍ່ທັນເປີດເຜີຍລາຍລະອຽດ, ແຕ່ຄາດວ່າຈະມາໃນຊື່ Snapdragon 429 ຜະລິດໃນສະຖາປັດ 12nm, ຮອງຮັບ bluetooth 5.0, ຮອງຮັບ EMMC ແລະ ເຮັດວຽກແບບ 64 bit ອີກ. ຕ້ອງລໍຖ້າຕິດຕາມວ່າ Qualcomm ຈະເປີດໂຕມື້ໃດ, ແລະ ຊິບໃໝ່ນີ້ຈະປະຫຍັດແບັດເຕີຣີ ທີ່ເປັນຈຸດອ່ອນຫຼັກຂອງ Smart Watch ໄດ້ຫຼືບໍ່ ຕ້ອງລໍຖ້າເບິ່ງ.
No comments:
Post a Comment