Sony A7R IV ມີຈຸດໂຟກັສ AF ທັງໝົດ 567 ຈຸດ, ທີ່ຄວບຄຸມພື້ນທີ່ພາບ 74% ໃນໂໝດ full frame ສ່ວນໃນໂໝດ APS-C ນັ້ນມີ 325 ຈຸດຄຸມທຸກພື້ນທີ່ ແລະ ຍັງມີ Real time tracking AF ທີ່ຈັບພາບດວງຕາຄົນ ແລະ ສັດ ໄດ້ອີກດ້ວຍ ນັບໄດ້ວ່າໄດ້ເທັກໂນໂລຢີຂອງລຸ້ນອ້າຍ A9 ມາໃສ່ນຳ.
Sony A7R IV ສາມາດໃຊ້ໂໝດ Multi-shot sensor-shift ເພື່ອສ້າງຮູບຂະໜາດ 240 ລ້ານພິກເຊວ ໂດຍການຖ່າຍພາບ 16 ຄັ້ງແຍກອອກຈາກກັນ ແລ້ວມາຕໍ່ໃສ່ກັນ. ນອກຈາກນີ້ຍັງສາມາດ Crop ພາບໃນເວລາໃຊ້ໂໝດ ເຊັນເຊີ້ແບບ APS-C ເພື່ອໃຊ້ຄວາມລະອຽດ 26 ລ້ານພິກເຊວ, ເຮັດໃຫ້ Sony A7R IV ກາຍເປັນກ້ອງ APS-C ທີ່ມີຄວາມລະອຽດສູງສຸດໃນໂລກ.
Sony A7R IV ໄດ້ປັບປຸງເລື່ອງກັນນ້ຳ ແລະ ສະພາບອາກາດໄດ້ດີຂື້ນ, ໄຊ້ ແບັດເຕີຣີ່ລຸ້ນ NP-FZ100 ສາມາດຖ່າຍໄດ້ເຖິງ 670 ພາບຕໍ່ແບັດເຕີຣີກ້ອນໜຶ່ງ, ຊ່ອງສຽບ SD UHS-II ສອງຊ່ອງ, ພອດເຊື່ອມຕໍ່ເປັນ USB type-C, ຈໍເບິ່ງພາບມີຄວາມລະອຽດ 5.76 ລ້ານພິກເຊວໃຊ້ຈໍ OLED ສີສັນສົດໃສຄືກັບຈໍມືຖືລຸ້ນແພງໆ, ຮອງຮັບ WiFi Dual Band, ມີກັນສັ່ນ IBIS 5 ແກນ ແລະ ໄດ້ປັບປຸງຕຳແໜ່ງເມນູ ຟັງຊັ້ນ ຕ່າງໆໃຫ້ໃຊ້ງານງ່າຍຂື້ນ.
Sony A7R IV ຮອງຮັບການຖ່າຍວີດີໂອ 4K ຮອງຮັບການເຊືອມຕໍ່ແບບ S-Log2 ແລະ S-Log3 ແລະ ເປັນຄັ້ງທຳອິດທີ່ນຳເອົາຟິວເຈີ້ Eye Tracking AF ມາໃຊ້ໃນໂໝດຖ່າຍວີດີໂອ.
Sony A7R IV ກຽມພ້ອມວາງຂາຍໃນເດືອນກັນຍານີ້ ທີ່ ອາເມລິກາ ໃນລາຄາ 3,500 ໂດລາ ສ່ວນປະເທດອື່ນໆ ລໍຖ້າຕິດຕາມຕໍ່ໄປວ່າຈະເປີດໂຕໃນລາຄາທໍ່ໃດ.
No comments:
Post a Comment