ໜັງສັ້ນແນະນຳ

ຂ່າວໄອທີ: Trump ປ່ຽນໃຈ ອະນຸຍາດໃຫ້ບໍລິສັດໃນອາເມລິກາ ສາມາດເຮັດການຄ້າກັບຫົວເວີ່ຍໄດ້



ເປັນປະເດັນຮ້ອນແຮງໃນຫຼາຍອາທິດກ່ອນ,  ທີ່ປະທານາທິບໍດີຂອງສະຫະລັດ ອາເມລິກາ ປະກາດແບນຫົວເວີ່ຍເຂົ້າໃນບັນຊີດຳ ໂດຍບໍ່ໃຫ້ອະນຸຍາດບໍລິສັດໃນປະເທດຕົນເຮັດການຄ້າຮ່ວມກັບຫົວເວີ່ຍ,  ສົ່ງຜົນໃນແງ່ລົບຫຼາຍໆດ້ານ ເຮັດໃຫ້ເສດຖະກິດໂລກປັ່ນປ່ວນ.

Trump ເຊົາແບນຫົວເວີ່ຍແລ້ວ,  ສາລະເລື່ອງໄອທີ, ສາລະໄອທີ,​ຂ່າວໄອທີ,​ IT-News SPV media, SPV media laos


ແຕ່ແລ້ວ, ໃນການຖະແຫຼງຂ່າວໃນການປະຊຸມສຸດຍອດ G20 ທີ່ປະເທດຍີ່ປຸ່ນທີ່ຜ່ານມາ,  ປະທານາທິບໍດີ Donald Trump ພັດເປີດເຜີຍວ່າ ຕົນອະນຸຍາດໃຫ້ບໍລິສັດໃນອາເມລິກາເຮັດການຄ້າກັບຫົວເວີ່ຍໄດ້,  ໂດຍກ່າວວ່າ: "ຂ້ອຍເຫັນດີ ທີ່ຈະອະນຸຍາດໃຫ້ ບໍລິສັດໃນເຄືອອາເມລິກາ ສາມາດຄ້າຂາຍກັບ ຫົວເວີ່ຍໄດ້ "

ໃນການຖະແຫຼງຂ່າວໃນຄັ້ງນີ້ ເຮັດໃຫ້ທຸກຄົນພາກັນງົງໆໄປ, ເນື່ອງຈາກຢູ່ດີດີ ທຣັມກັບປ່ຽນໃຈເວົ້າແບບນີ້ອອກມາ,  ກໍ່ສົ່ງຜົນໃຫ້ ຫົວເວີ່ຍ ລວມທັງຜູ້ໃຊ້ທັງຫຼາຍຍີ້ມອອກໄດ້,​ ຢ່າງໃດກໍຕາມແຕ່, ທາງທຣັມເອງກໍ່ຍັງບໍ່ທັນໄດ້ຖອດລາຍຊື່ຫົວເວີ່ຍ ອອກຈາກບັນຊີດຳເທື່ອ, ໂດຍອ້າງເຫດຜົນວ່າຍັງມີປະເດັນຕ້ອງໄດ້ລົມກັນຢູ່, ແລະ ຍັງຕ້ອງມີຂໍ້ຕົກລົງທາງການຄ້າເພີ່ມອີກດ້ວຍ.

ສຸດທ້າຍບົດສະຫຼຸບຂອງຄູ່ນີ້ຈະເປັນແນວໃດ,​ ຕິດຕາມຕອນຕໍ່ໄປ

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates