ໜັງສັ້ນແນະນຳ

5 ວິທີຕັດໃຈ ຈາກຄົນມີເຈົ້າຂອງ ສຳລັບຄົນທີ່ກຳລັງຮັກແຟນຄົນອື່ນ



ເຊື່ອວ່າຫຼາຍຄົນຕ້ອງເຄີຍຫຼົງຮັກແຟນຄົນອື່ນມາແນ່ນອນ, ອາດຈະເຫດຜົນທີ່ບໍ່ຮູ້ ຫຼື ຮູ້ແຕ່ຫ້າມໃຈບໍ່ໄດ້, ແຕ່ສຸດທ້າຍແລ້ວ ຈຸດຈົບຂອງການເປັນມືທີ່ສາມນັ້ນ ກະຄືຜິດຫວັງ,  ຖ້າບໍ່ຜິດຫວັງກະເຮັດໃຫ້ ກາຍເປັນຄົນໄປທຳລາຍຄວາມຮັກຄົນອື່ນ.  ສະນັ້ນ, ເຮົາຄວນເລື່ອກທີ່ຈະຕັດໃຈດີກວ່າ.

5 ວິທີຕັດໃຈ ຈາກຄົນມີເຈົ້າຂອງ, ຮັກແຟນຄົນອື່ນ, ບົດຄວາມຈາກທີ່ປຶກສາ, ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ, spvmedia, SPVmedia


ຕໍ່ໄປນີ້ຄື 5 ວິທີຕັດໃຈຈາກຄົນມີເຈົ້າຂອງ.


1. ຕັດໄຟແຕ່ຕົ້ນລົມ.
ຖ້າເຈົ້າກຳລັງໄປຫຼົງຮັກຄົນມີເຈົ້າຂອງ ໂດຍທີ່ຄິດໃນໃຈວ່າມື້ໜຶ່ງເຂົາອາດຈະເລີກກັບແຟນມາຄົບກັບເຮົາ,  ລົມໄປໂລດ ຄົບໄປໂລດ... ຖ້າເຈົ້າກຳລັງຄິດແບບນີ້ແມ່ນຄິດຜິດແລ້ວແຫຼະ, ເພາະສິ່ງທີ່ເຮົາເຮັດຢູ່ມັນຜິດ, ຢ່າປ່ອຍໃຫ້ເລື່ອງມັນໄປກັນຫຼາຍກວ່ານີ້ ເຈິປຸບຮີບຕັດປັບ ຈະດີກວ່າ.


2. ຄິດເຫັນໃຈເຂົາ ໃຈເຮົາ.
ແມ່ນຢູ່ວ່າເລື່ອງຂອງຄວາມຮັກຄວາມຮັກເຮົາບໍ່ສາມາດຄວບຄຸມໄດ້,​ ຢ່າປ່ອຍໄປຕາມໃຈ, ໃຫ້ຄິດເຫັນຄວາມເປັນຈິງ,  ສົມມຸດງ່າຍໆ ລອງເຮົາມີແຟນຮັກກັນດີ ແລ້ວຢູ່ໆ ມີມືທີສາມພະຍາຍາມມາຍາດແຟນເຮົາ,  ແລ້ວເຮົາຈະຮູ້ສຶກແນວໃດ ?​ ຄວນຄິດເອົາໃຈເຂົາມາໃສ່ໃຈເຮົາແບບນີ້.

ອ່ານແລ້ວ ກະລຸນາກົດໄລ ກົດແຊ ເພື່ອເປັນກຳລັງໃຈແກ່ແອັດມິນ ເພື່ອເຮັດບົດຄວາມດີດີອອກມາໃຫ້ອ່ານອີກເດີ້ ໂດຍການກົດໄລເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

3. ໃຊ້ຊີວິດຕາມປົກກະຕິ.
ຫຼັງຈາກເລີ່ມຕັດເຂົາອອກຈາກໃຈແລ້ວ,  ແນ່ນອນວ່າເຮົາຕ້ອງຮູ້ສຶກເສົ້າ, ອາດຈະເສຍໃຈເຖິງຂັ້ນເສຍນ້ຳຕາ,  ໃຫ້ເຊົາດີກວ່າ, ບໍ່ຄວນຄິດຫຍັງຫຼາຍ ຄິດສາວ່າ ລາວບໍ່ແມ່ນຂອງເຮົາ,  ເຂົາມີແຟນແລ້ວ, ຄົນໂສດກະຍັງມີເຕັມບ້ານເຕັມເມືອງຢູ່ ຈະໄປສົນຫຍັງແຕ່ຄົນດຽວ.

4. ໃຫ້ກຳລັງໃຈໂຕເອງ.
ບາງຄົນເສຍໃຈລະໄປກິນເຫຼົ້າກິນເບຍ,  ຟັງເພງເສົ້າ, ເບິ່ງໜັງອົກຫັກ ແລ້ວໄຫ້...  ເຮັດແນວນີ້ຍິ່ງເຮັດໃຫຮ່າງກາຍໂຕເອງຊຸກໂຊມ,  ເຮົາຄວນຈະຫາຫຍັງເຮັດ, ແລະ ໃຫ້ກຳລັງໃຈໂຕເອງ, ການໃຫ້ກຳລັງໃຈໂຕເອງ ບໍ່ວ່າຈະຈາກເຮົາເອງ ຫຼື ຄົນອອ້ມຂ້າງ, ມັນສາມາດເຮັດໃຫ້ເຮົາເຂັ້ມແຂງຂື້ນໄດ້ໄວ.

5. ເປີດໃຈ.
ບໍ່ຄວນໄປປິດໃຈຍ້ອນອົກຫັກຈາກຄົນມີແຟນແບບນັ້ນ,  ເພາະຍັງມີຄົນໂສດອີກຫຼາຍໆຄົນ ທີ່ຊອກຫາຄູ່ເຊັ່ນກັນ,  ຖ້າມີຄົນເຂົ້າມາເຮົາກະຄວນເປີດໃຈຈະດີກວ່າ.




ທັງໝົດ 5 ຂໍ້ນັ້ນເປັນພຽງບາງສ່ວນບາງວິທີທີ່ທາງແອັດມິນສັງລວມມາໃຫ້ ອາດຈະມີວິທີອື່ນໆອີກ ທັງນີ້ທັງນັ້ນກະຂື້ນນຳຄວາມເປັນຈິງຂອງເຮົາເອງ. ໄວ້ເຈິກັນໃໝ່ບົດຄວາມໜ້າ.  ສະບາຍດີ.

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates