ໜັງສັ້ນແນະນຳ

ເປີດໂຕ Vivo iQoo Neo ມືຖື Gaming ສະເປັກສູງແຕ່ລາຄາປະຢັດ ໄຊ້ Snapdragon 845



Vivo ໄດ້ເປີດໂຕໂທລະສັບເກມມິ່ງລຸ້ນໃໝ່ໃນລາຄາປະຫຍັດແຕ່ຍັງຄົງອັດແໜ້ນດ້ວຍສະເປັກທີ່ສູງ ໂດຍໃຊ່ຊື່ວ່າ iQOO Neo ໂດຍໄດ້ຮັບສຽງຮືຮາ ແລະ ຕອບຮັບຫຼາຍສົມຄວນ ເນື່ອງຈາກລາຄາສຸດໂດຍໃຈສາຍເກມມິ່ງທີ່ງົບໜ້ອຍ.

ເປີດໂຕ Vivo iQOO Neo,​ຂ່າວສານໄອທີ, ສາລະເລື່ອງໄອທີ,​ ອັບເດດໄອທີ, ສາລະໄອທີ,  ເປີດໂຕ,  SPVmedia, IT-news


Vivo iQoo Neo ມາພ້ອມໜ້າຈໍແບບ AMOLED ຂະໜາດ 6,38 ນິ້ວ,  ຄວາມລະອຽດ 1080x2340 ພິວເຊວ,​ຮອງຮັບສະແກນນິ້ວມືເທິງໜ້າຈໍ ແລະ ສາມາດປົດລ໋ອກໃບໜ້າໄດ້, ແລະ ໜ້າຈໍມາພ້ອມຕິ່ງແບບຢົດນ້ຳ.

ເປີດໂຕ Vivo iQOO Neo,​ຂ່າວສານໄອທີ, ສາລະເລື່ອງໄອທີ,​ ອັບເດດໄອທີ, ສາລະໄອທີ,  ເປີດໂຕ,  SPVmedia, IT-news


Vivo iQoo Neo ມາພ້ອມລະບົບລະບາຍຄວາມຮ້ອນແບບ Vapor Chamber ທີ່ໃຊ້ແຜ່ນລະບາຍຄວາມຮ້ອນປະກົບກັບແຜ່ນອາລູມີນຽມ ເຊິ່ງທາງຄ້າຍບອກວ່າສາມາດຫຼຸດຄວາມຮ້ອນໄດ້ເຖິງ 3 ອົງສາ ເຊິ່ງສາມາດລະບາຍຄວາມຮ້ອນໄດ້ດີກວ່າມືຖືລຸ້ນອື່ນທີ່ໄຊ້ Snapdragon 845 ຄືກັນ.

ເປີດໂຕ Vivo iQOO Neo,​ຂ່າວສານໄອທີ, ສາລະເລື່ອງໄອທີ,​ ອັບເດດໄອທີ, ສາລະໄອທີ,  ເປີດໂຕ,  SPVmedia, IT-news


ສ່ວນເລື່ອງ Turbo ຕ່າງໆນັ້ນຈັດມາໃຫ້ເຕັມ ສົມມືຖືເກມມິ່ງແນ່ນອນ. ຍັງມີຮູສຽບຫູຟັງ,​ ໜ້າຈໍສະຖອມສາຍຕາ... ກ້ອງຫຼັງ 3 ໂຕ ກ້ອງຫຼັກຄວາມລະອຽດ  12MP (f/1.79) ກ້ອງທີສອງສຳລັບ depth sensor 2MP (f/2.4) ແລະ ກ້ອງທີສາມ  Ultra-wide 8MP (f/2.2).

ເປີດໂຕ Vivo iQOO Neo,​ຂ່າວສານໄອທີ, ສາລະເລື່ອງໄອທີ,​ ອັບເດດໄອທີ, ສາລະໄອທີ,  ເປີດໂຕ,  SPVmedia, IT-news


ສະເປັກທັງໝົດຂອງ Vivo iQOO Neo ມີດັ່ງນີ້:
  • ໜ້າຈໍ:  Super AMOLED  ຂະໜາດ  6,38 ນິ້ວ ຄວາມລະອຽດ 2340 x 1080
  • CPU:Snapdragon 845 (2.8GHz)
  • RAM: 6/8GB 
  • ຄວາມຈຸ:​ 64/128Gb 
  • OS :  Android 9 Pie + Funtouch OS 9
  • ກ້ອງ:    ກ້ອງຫຼັກຄວາມລະອຽດ  12MP (f/1.79) ກ້ອງທີສອງສຳລັບ depth sensor 2MP (f/2.4) ແລະ ກ້ອງທີສາມ  Ultra-wide 8MP (f/2.2). ກ້ອງໜ້າ 12 MP(f/2.0)
  • ແບັດເຕີຣີ: 4500  mAh ຮອງຮັບ Fast charge 22.5 W
  • ການເຊື່ອມຕໍ່:  WiFi 802.11 a/b/g/n/ac, BT 5.0, USB-C
  • ເຊັນເຊີ້: ສະແກນໜ້າຈໍ, Face unlock.
  • ມີ 2 ສີໃຫ້ເລືອກ: 
  • - ສີດຳ (Carbon Black) 
  • - ສີມ່ວງ (Neon Purple)
ເປີດໂຕ Vivo iQOO Neo,​ຂ່າວສານໄອທີ, ສາລະເລື່ອງໄອທີ,​ ອັບເດດໄອທີ, ສາລະໄອທີ,  ເປີດໂຕ,  SPVmedia, IT-news


ລາຄາ:
  • 6GB + 64 GB = 1798 ຢວນ ຫຼື ປະມານ 2,280,000  ກີບ
  • 6GB + 128 GB = 1998 ຢວນ ຫຼື ປະມານ  2,534,000 ກີບ
  • 8GB + 64GB = 2098 ຢວນ ຫຼື ປະມານ  2,661,000 ກີບ
  • 8GB + 128GB = 2298  ຢວນ ຫຼື ປະມານ 2,915,000 ກີບ
ຂໍ້ມູນຈາກ: gsmarena,​ vivo


No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates