ລ່າສຸດ ໜ່ວຍງານຮັກສາຄວາມປອດໄພ ໃນປະເທດເຢຍລະມັນ CERT-Bund ໄດ້ຄົ້ນພົບຊ່ອວໂຫວ່ ຮ້າຍແຮງລະດັບ 9,8/10 ທີ່ເປັນລະດັບສູງທີ່ສຸດ ໃນໂປຣແກຣມດັ່ງກ່າວ ທີ່ເຮັດໃຫ້ Hacker ສາມາດເຈາະຊ່ອງໂຫວ່ດັ່ງກ່າວນັ້ນ ມາເຂົ້າເຖິງຟາຍຕ່າງໆພາຍໃນຄອມພິວເຕີ້ເຮົາໄດ້. ເຊິ່ງກ່ອນໜ້ານີ້ທາງ VLC ເຄີຍປ່ອຍອັບເດດແພດແກ້ໄຂເລື່ອງຄວາມປອດໄພມາແລ້ວແຕ່ກໍ່ຍັງບໍ່ລອດຢູ່ດີ.
ໂດຍພາຍໃນຊ່ອງໂຫວ່ດັ່ງກ່າວ, ທາງ ແຮັກເກີ້ຍັງສາມາດ ລີໂໝດຄວບຄຸມຈາກບ່ອນອື່ນມາຈັດການຟາຍຕ່າງໆ ທີ່ຢູ່ໃນຄອມພິວເຕີ້ເຮົາໄດ້, ເຊິ່ງຕອນນີ້ຍັງບໍ່ທັນມີລາຍງານຄວາມເສຍຫາຍໃນການໂຈມຕີເທື່ອ, ໂດຍທາງ VideoLan ທີ່ໄດ້ພັດທະນາໂປຣແກຼມດັ່ງກ່າວນັ້ນໄດ້ຮັບຮູ້ເຖິງບັນຫາ ແລະ ກຳລັງແກ້ໄຂໄປເກືອບ 60 ເປີເຊັນແລ້ວ.
ສະລັບໂປຣແກຣມ VLC Media Player ທີ່ວ່ານີ້, ໃນເວີຊັ້ນຂອງ Mac ຍັງປອດໄພຢູ່, ແຕ່ໃນເວີຊັ້ນຂອງ Windows ແນະນຳໃຫ້ຖອນການຕິດຕັ້ງໄປກ່ອນ ແລະ ໄປໃຊ້ໂປຣແກຼມອື່ນຖ້າ ຈົນກ່ວາຈະມີຂ່າວອອກມາວ່າປອດໄພແລ້ວ.
ແຫຼ່ງຂ່າວຈາກ: gizmodo
No comments:
Post a Comment