ໜັງສັ້ນແນະນຳ

ພຣີວິວໜັງ: 0.0 MHz ຜີຢູ່ໃນຜົມ ໜັງເກົາຫຼີ ທີ່ໄດ້ຮັບສາຍາວ່າເປັນໜັງທີ່ໜ້າຢ້ານທີ່ສຸດຂອງປີ 2019

0.0 MHz movie, ຜີຢູ່ໃນຜົມ, ໜັງຜີ, ໜັງສະຫຍອງຂັວນ,​ ພຣີວິວໜັງ,  ແນະນຳໜັງໃໝ່, ໜັງມາໃໝ່, ໜັງເຂົ້າໃໝ່, spvmedia


0.0 MHz
ຜີຢູ່ໃນຜົມ ເປັນໜັງສະຫຍອງຂວັນ ທີ່ໄດ້ຮັບສາຍາວ່າເປັນໜັງທີ່ໜ້າຢ້ານທີ່ສຸດຂອງປີ 2019 ໃນປະເທດເກົາຫຼີ,​ ໂດຍໜັງດັ່ງກ່າວ ເປັນໜັງເກົາຫຼີ ແລະ ໄດ້ສາຍມາແລ້ວໃນເດືອນ ພຶດສະພາໃນເກົາຫຼີ ແລະ ຫຼາຍຄົນທີ່ໄດ້ໄປຊົມ ກໍ່ເວົ້າຂ້ອນຂ້າງເປັນສຽງດຽວກັນວ່າ ເປັນໜັງທີ່ຫຼອນທີ່ສຸດທີ່ໄດ້ເບິ່ງມາ ໃນປີນີ້.  ແລະ ໃນທີ່ສຸດກໍ່ໄດ້ມີແຜນເຂົ້າສາຍໃນລາວໃນວັນທີ 12 ກັນຍານີ້.


0.0 MHz movie, ຜີຢູ່ໃນຜົມ, ໜັງຜີ, ໜັງສະຫຍອງຂັວນ,​ ພຣີວິວໜັງ,  ແນະນຳໜັງໃໝ່, ໜັງມາໃໝ່, ໜັງເຂົ້າໃໝ່, spvmedia


0.0 MHz ຜີຢູ່ໃນຜົມ ເປັນໜັງເກົາຫຼີ ອີກເລື່ອງທີ່ສ້າງມາຈາກໜັງກາຕູນ ໂດຍນຳສະແດງໂດຍ ສອງສາວວົງ ເຄ ປ໋ອບ ໄອດໍຊື່ດັງ  ຈອງອິນຈີ ຈາກວົງ Apink ແລະ ຊອງຢອລ ຈາກວົງ Infinite, ມີເນື້ອເລື່ອງເວົ້າເຖິງ ກຸ່ມໄວລຸ້ນກຸ່ມໜຶ່ງ ທີ່ໄດ້ເດີນທາງໄປບ້ານຮ້າງແຫ່ງໜຶ່ງ ເພື່ອພິສູດວ່າມັນມີສິ່ງລີ້ລັບ ເຊື່ອງຢູ່ຫຼືບໍ່ ແລະ ແລ້ວພວກເຂົາກໍ່ໄດ້ເຈິກັບເຫດການທີ່ບໍ່ຄາດຄິດເກີດຂື້ນລະຫວ່າງທີ່ຢູ່ນັ້ນ. 


0.0 MHz movie, ຜີຢູ່ໃນຜົມ, ໜັງຜີ, ໜັງສະຫຍອງຂັວນ,​ ພຣີວິວໜັງ,  ແນະນຳໜັງໃໝ່, ໜັງມາໃໝ່, ໜັງເຂົ້າໃໝ່, spvmedia



ໃຜທີ່ເປັນຄໍໜັງ ຜີ ແລະ ໜັງເກົາຫຼີ ທີ່ມັກແບບສະຫຍອງຂວັນແບບນີ້ ບໍ່ຄວນພາດ  ກຽມພ້ອມໄປພິສູດຄວາມໜ້າຢ້ານຂອງໜັງທີ່ເກົາຫຼີບອກວ່າ ເປັນໜັງທີ່ໜ້າຢ້ານທີ່ສຸດປະຈຳປີ 2019 ນີ້ໄດ້ ໃນວັນທີ  12 ກັນຍາ 2019 ນີ້ ທຸກໂຮງຮູບເງົາ.

ສາມາດເບິ່ງໂຕຢ່າງໜັງໃນວີດີໂອລຸ່ມນີ້


No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates