1. ຢ່າຝືນໃຈໂຕເອງ
ຍິງຝືນໃຈເທົ່າໃດກະຍິ່ງເຮັດໃຫ້ເຈັບ, ເພາະສຸດທ້າຍແລ້ວ ເຂົາກະບໍ່ເລືອກເຮົາ, ເມື່ອປ່ອຍໄປໄລຍະໜຶ່ງ ເຊື່ອວ່າ ເຈົ້າຈະເຂົ້າໃຈໂຕເອງດີ ວ່າໃຜທີ່ເຮົາຄວນຮັກ.
2. ຍອມຮັບຄວາມສຳພັນທີ່ເປັນຢູ່.
ຖ້າເຂົາບໍ່ໄດ້ຮັກ ກະຄືບໍ່ຮັກ, ແລ້ວຈັ່ງໃດລະ ? ໂລກນີ້ມີແຕ່ເຂົາຄົນດຽວຫວາ ?
3. ອະນຸຍາດໃຫ້ໂຕເອງເສົ້າ ແຕ່ຢ່າດົນ.
ການອົກຫັກມັນເຮັດໃຫ້ເສຍໃຈ ແລະ ຜິດຫວັງ, ຖ້າມັນຢາກໄຫ້ ກະປ່ອຍໃຫ້ນ້ຳຕາມັນໄຫຼໂລດ ແລ້ວເຮົາຈະຮູ້ສຶກດີຂື້ນ ວ່າເຮົາບໍ່ຄວນມາເສຍນ້ຳຕາກັບເລື່ອງແບບນີ້.
4. ຫານັ້ນຫານີ້ເຮັດ.
ຢ່າປ່ອຍໃຫ້ໂຕເອງຈົມຢູ່ກັບເລື່ອງແບບນີ້ ຫານັ້ນຫານີ້ເຮັດ ເຮັດໂຕເອງໃຫ້ດູດີກວ່າເກົ່າ.
ອ່ານແລ້ວ ຢ່າລືມກົດໄລ ກົດແຊສ໌ ເພື່ອເປັນກຳລັງໃຈ ໃຫ້ພວກເຮົາແນ່ເດີ້.
5. ຫາຄົນໃໝ່.
ເອົາງ່າຍໆເລີຍ ຖ້າເຂົາບໍ່ຮັກ ເຮົາກະບໍ່ຕ້ອງໄປສົນ ປ່ຽນຄົນອື່ນແທນ ຈົບ
6. ອອກກຳລັງກາຍ.
ເວລາທີ່ເຮົາເສຍໃຈ ເຮົາອອກກຳລັງກາຍຈະເຮັດໃຫ້ເຮົາດີຂື້ນ ແຖມຍັງສຸຂະພາບດີອີກ
7. ປ່ອຍໄປ
ປ່ອຍເຂົາໄປ ຢ່າໄປດຶງເລີຍ, ເຖິງເຂົາບໍ່ຮັກ ກະຍັງມີຄົນອື່ນທີ່ຮັກເຮົາກະມີ. ເຂົ້າໃຈຄວາມໝາຍບໍ່ ບໍ່ແມ່ນ ກະຄືບໍ່ແມ່ນ.
No comments:
Post a Comment