ໜັງສັ້ນແນະນຳ

Apple ຕົກລົງມາຢູ່ອັນດັບ 4 ຫຼັງຈາກ ຍອດຂາຍຕົກລົງຕໍ່ເນື່ອງ



apple ຍອດຂາຍຕົກ ມາຢູ່ອັນດັບ 4, Apple ຖືກ oppo ແຊງ,​ ຍອດຂາຍບໍ່ດີ, ຂ່າວໄອທີ,​ ສາລະໄອທີ, ອັບເດດເລື່ອງໄອທີ,  ອັບເດດໄອທີ,​ IT-news, spvmedia

ຈາກທີ່ເຄີຍເປັນຜູ້ນຳການຕະຫຼາດ,  ມາຊ່ວງຫຼັງໆ ເລີ່ມຂາຍບໍ່ອອກ ແລະ ຖືກຫົວເວີ່ຍແຊງມາເປັນອັນດັບສອງ ແລະ ຕົກມາຢູ່ທີສາມ.  ລ່າສຸດຈາກຂໍ້ມູນການຂາຍໃນ Q2  ຂອງ ປີ 2019 apple ຕົກມາຢູ່ອັນດັບ 4 ແລ້ວ ເນື່ອງຈາກຍອດຂາຍຕົກ ໂດຍຫາຍໄປປະມານ 6 ລ້ານເຄື່ອງເມື່ອທຽບກັບຊ່ວງດຽວກັນຂອງປີກາຍນີ້.

apple ຍອດຂາຍຕົກ ມາຢູ່ອັນດັບ 4, Apple ຖືກ oppo ແຊງ,​ ຍອດຂາຍບໍ່ດີ, ຂ່າວໄອທີ,​ ສາລະໄອທີ, ອັບເດດເລື່ອງໄອທີ,  ອັບເດດໄອທີ,​ IT-news, spvmedia

ຈາກຂໍ້ມູນເຫັນໄດ້ວ່າ ຊຳຊຸງຍັງເປັນອັນດັບ 1 ຂາຍໄດ້ 75,1 ລ້ານເຄື່ອງ,   ອັນດັບສອງ ຍັງເປັນຂອງຫົວເວີ່ຍ ທີ່ຍອດຂາຍບໍ່ຕົກ ໂຕເລກຢູ່ທີ 58,7 ລ້ານເຄື່ອງ,  ອັນດັບ 3 ມາແຮງແຊງທາງໂຄ້ງ ອອບໂປ 36,2 ລ້ານເຄື່ອງ ອັນດັບ 4 ເປັນຂອງ ແອັບໂປ ໄດ້ 35,3 ລ້ານເຄື່ອງ ແລະ ຈີ້ກົ້ນມາຕິດໆຄື ຊຽວມີ 31,9 ລ້ານເຄື່ອງ...  

ເຫັນໄດ້ວ່າ ຖ້າຍອດຂາຍຍັງຕົກຕໍ່ໄປ ຊຽວມີ ມີໂອກາດແຊງໄດ້ ແລະ ຍັງຈະມີວີໂວ ທີ່ຍັງມາແບບຫ່າງໆອີກ. ຕ້ອງເບິ່ງ Q3-Q4  ຫຼັງຈາກ Apple ເປີດໂຕລຸ້ນໃໝ່ ຈະມີຍອດຂາຍດີຂື້ນຫຼືບໍ່ ຖ້າຫາກຍັງບໍ່ດີຂື້ນ ອາການ ກະໜ້າເປັນຫ່ວງ.

ແຫຼ່ງຂ່າວຈາກ  businessinsider.com

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates