ເຄີຍມີຫຼາຍຄົນທີ່ເປັນສາວໂສດ ແບບຫຼົງຮັກຜູ້ບ່າວ ແລ້ວບໍ່ກ້າບອກ ແລະ ສົ່ງມາຖາມແອັດມິນໃນເພຈ ທີ່ປຶກສາ ບັນຫາຊີວິດຄອບຄົວ ແລະ ຫົວໃຈ
ກະເລີຍແນະນຳໄປຫຼາຍອັນ ແຕ່ບໍ່ໄດ້ຂຽນເປັນບົດຄວາມອອກມາຄັກແນ່
ມື້ນີ້ກະເລີຍມານັ່ງຂຽນບົດຄວາມອອກມາໃຫ້ອ່ານ ໄວ້ມີຄົນມາຖາມອີກ ແອັດມິນຈະໄດ້ສົ່ງລິ້ງຂອງບົດຄວາມນີ້ໄປໃຫ້ອ່ານເລີຍ.
ຕໍ່ໄປນີ້ຄືບົດຄວາມສຳລັບ ສາວໆ ທີ່ກຳລັງຫຼົງມັກໃຜຈັກຄົນຢູ່ ແຕ່ບໍ່ກ້າບອກ
ຕໍ່ໄປນີ້ຄືບົດຄວາມສຳລັບ ສາວໆ ທີ່ກຳລັງຫຼົງມັກໃຜຈັກຄົນຢູ່ ແຕ່ບໍ່ກ້າບອກ
ໃນເມື່ອເຮົາບໍ່ກ້າບອກ ເຮົາກໍ່ຕ້ອງໄຊ້ການກະທຳສະແດງອອກມາ
ນີ້ແຫຼະເປັນທີ່ມາຂອງຄຳວ່າ ບອກຮັກ ແບບບໍ່ຕ້ອງເວົ້າ
1. ເຮົາຕ້ອງມີເວລາໃຫ້ເຂົາ
ບໍ່ຈຳເປັນວ່າຕ້ອງມາເຈິກັນຕະຫຼອດ, ເຖິງຈະເມື່ອຍຊ່ຳໃດກະຄວນສົ່ງຂໍ້ຄວາມໄປຫາ ຖາມຂ່າວຄາວ ຕະຫຼອດ ກັບເຂົາ.
2. ແຕ່ງອາຫານໃຫ້ເຂົາກິນ
ອາດຈະເຮັດເຂົ້າໝົມ, ອາຫານ, ຕຳໝາກຮຸ່ງ ຫຼື ຖ່້າເຮັດບໍ່ເປັນກະ ຮູ້ຮ້ານແຊບໆ ກະຊື້ໄປຝາກເຂົາ ໃຫ້ເຂົາຊີມ .
3. ຊ່ວຍເຫຼືອຕະຫຼອດເວລາ
ອາດຈະເປັນເລື່ອງເລັກໆນ້ອຍໆ ກະບໍ່ຄວນຂ້າມ, ເຂົາມີບັນຫາຫຍັງ ກະຍື່ນມືໄປຊ່ວຍ ຕາມທີ່ເຮົາຖະໜັດ.
4. ຮັບຟັງບັນຫາຂອງເຂົາ.
ເວລາເຂົາມີບັນຫາ ຢາກລະບາຍຫຍັງ ກໍ່ໃຫ້ຮັບຟັງເຂົາຕະຫຼອດ, ເວລາເຂົາມີບັນຫາ ເຂົາຈະໄດ້ຄິດເຫັນເຮົາເປັນຄົນທຳອິດ.
ອ່ານແລ້ວ ກົດຕິດຕາມເພຈເຮົາແນ່ເດີ້ ເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
5. ປອບໃຈ ແລະ ໃຫ້ຄຳແນະນຳ.
ຫຼັງຈາກທີ່ຮັບຟັງບັນຫາແລ້ວ, ຖ້າເຂົາມີບັນຫາຄ້າງຄາໃຈ ກໍ່ໃຫ້ປອບໃຈ ຫຼື ໃຫ້ຄຳແນະນຳຫາທາງອອກຊ່ວຍເຂົາໄດ້
6. ສະໜັບສະໜຸນ ສິ່ງທີ່ເຂົາເຮັດ.
ຫຼາຍຄົນອາດຈະເຄີຍເຮັດ, ເວລາທີ່ຄົນທີ່ເຮົາຮັກນັ້ນມັກເຮັດຫຍັງ ເຮົາກໍ່ຈະໄປສຶກສາ ແລະ ມັກເຮັດສິ່ງນັ້ນນຳ, ແມ່ນແລ້ວ ທິດສະດີນີ້ແມ່ນມີຫຼາຍຄົນເຮັດມາແລ້ວ ກະໄດ້ຜົນຢູ່ໃດ, ເມື່ອເຮົາໄປສຶກສາຄວາມຮູ້ມາ ຈຶ່ງຈະລົມກັບເຂົາຮູ້ເລື່ອງ ແລະ ເວລາເຂົາເຮັດຫຍັງເຮົາກໍ່ສະໜັບສະໜູນເຕັມທີ່ ບໍ່ຄວນໄປຂັດກັບສິ່ງທີ່ເຂົາມັກ.
ທັງໝົດນີ້ເປັນພຽງຂັ້ນພື້ນຖານງ່າຍໆ ອາດຈະມີອີກຫຼາຍໆຢ່າງທີ່ເຮົາຄວນຮຽນຮູ້ທີ່ຈະເຮັດ
ທຸກສິ່ງທຸກຢ່າງເກີດຈາກຄວາມສຳພັນລ້ວນໆ ເອົາງ່າຍໆ ເຮັດດີນຳແລ້ວສະບາຍໃຈກະເຮັດໄປໂລດ
ເວລາທີ່ເຂົາລຶ້ງກັບເຮົາຫຼາຍໆ ເວລາມີຫຍັງ ເຂົາຈະຄິດຫາເຮົາເປັນຄົນທຳອິດ
ແລະ ເຮົາກໍ່ມີໂອກາດທີ່ເຂົາກະຮັບຮູ້ວ່າເຮົາຮັກເຂົາ ຄຽງຂ້າງເຂົາຕະຫຼອດເວລາ
ຮອດຕອນນັ້ນ ຄວາມສຳພັນກະອາດຈະສົມຫວັງໄດ້
ເອົາໃຈຊ່ວຍເດີ້ ໄວ້ພົບກັນໃໝ່ບົດຄວາມໜ້າ
ສະບາຍດີ
ຈາກ: ແອັດມິນທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
No comments:
Post a Comment