ລ່າສຸດ, Chrome OS version 76 beta ທີ່ກຳລັງປ່ອຍໃຫ້ຜູ້ໃຊ້ງານທົດລອງໄຊ້ນັ້ນ ໄດ້ເປີດ GPU ໃຫ້ກັບບັນດາ app ຂອງ Linux ໄດ້ແລ້ວ ໂດຍການເອີ້ນໃຊ້ງານມີແຕ່ເຂົ້າໄປຕັ້ງຄ່າໃນ ບຣາວເຊີ້ ໂດຍການພິມ Chrome://flags ແລະ ຄົ້ນຫາຄຳວ່າ Crostini GPU Support ແລ້ວເລືອກເປັນ Enable. ຈາກນັ້ນກໍ່ Restart ເຄື່ອງ, ເປັນອັນວ່າໄຊ້ໄດ້ແລ້ວ.
ເຖິງແມ່ນວ່າຈະສາມາດໃຊ້ງານ GPU ໄດ້, ແຕ່ສະເປັກຂອງທາງ Chrome OS ນັ້ນບໍ່ໄດ້ອອກແບບສຳລັບຫຼິ້ນເກມ ຫຼື ໃຊ້ງານ ກຣາບຟິກ ໂຫດໆໄດ້ ແຕ່ກະເຮັດໃຫ້ການສະແດງຜົນຂອງບັນດາແອັບເຫຼົ່ານັ້ນດີຂື້ນ ແລະ ຫຼິ້ນເກມທີ່ບໍ່ໜັກໄດ້ ຖືວ່າເປັນຂ່າວດີ.
ເຊິ່ງໃຜທີ່ມີ Chrome OS ຢູ່ກໍ່ສາມາດລອງໃຊ້ງານເບິ່ງ ຄວາມສາມາດເປັນແນວໃດສາມາຄອມເມັ້ນບອກກັນແນ່.
No comments:
Post a Comment