ໜັງສັ້ນແນະນຳ

Huawei ເປີດໂຕ HarmonyOS ລະບົບປະຕິບັດການໃໝ່ຂອງໂຕເອງ

ເປັນໄປຕາມຄາດ,​ ໃນງານ Huawei Developer Conference (HDC 2019) ໂດຍພາຍໃນງານດັ່ງກ່າວ Richard Yu  CEO ຫົວເວີ່ຍເອງກໍ່ໄດ້ເປີດໂຕລະບົບປະຕິບັດການໃໝ່ບໍ່ແມ່ນ HongmengOS, ບໍ່ແມ່ນ ArkOS.. ແຕ່ມາໃນຊື່ HarmonyOS ທີ່ຫົວເວີ່ຍພັດທະນາຂື້ນມາເອງ.

HarmonyOS, ຫົວເວີ່ຍ,​ ຫົວເວີ່ຍລາວ, Huawei ເປີດໂຕ HarmonyOS, ຂ່າວໄອທີ,​ ອັບເດດໄອທີ,  ສາລະເລື່ອງໄອທີ ເນື້ອຫາໄອທີ,​ ສາລະໄອທີ,​ IT-news, spvmedia

HarmonyOS ບໍ່ແມ່ນສະເພາະແຕ່ເປັນລະບົບປະຕິບັດການຂອງໂທລະສັບມືຖື,  ເພາະມັນສາມາດໃຊ້ໄດ້ກັບອຸປະກອນ IoT ຕ່າງໆໄດ້ໝົດເຊັ່ນ: ໂມງ, ລົດ,​ໂທລະທັດ, ມືຖື,​ຄອມພິວເຕີ້... ທີ່ຈຸດພິເສດເນັ້ນການເຮັດວຽກທີ່ໄວ ແລະ ສາມາດສັບພອດອຸປະກອນທີ່ມີ RAM ຂະໜາດນ້ອຍລະດັບ KB ໄປຈົນເຖິງ  GB.

HarmonyOS, ຫົວເວີ່ຍ,​ ຫົວເວີ່ຍລາວ, Huawei ເປີດໂຕ HarmonyOS, ຂ່າວໄອທີ,​ ອັບເດດໄອທີ,  ສາລະເລື່ອງໄອທີ ເນື້ອຫາໄອທີ,​ ສາລະໄອທີ,​ IT-news, spvmedia

HarmonyOS ສາມາດຮອງຮັບ HTML5,  Linux  ແລະ ແອັບ ທັງໝົດຂອງ Android ໄດ້ ແລະໃນອະນາຄົດ ARK Compiler ທີ່ໄຊ້ຂຽນລະບົບປະຕິບັດການດັ່ງກ່າວນີ້ຍັງຈະຮອງຮັບພາສາ Kotlin, Java, Javascritp, C, C++ ແລະ ອຶ່ນໆອີກດ້ວຍ.

HarmonyOS, ຫົວເວີ່ຍ,​ ຫົວເວີ່ຍລາວ, Huawei ເປີດໂຕ HarmonyOS, ຂ່າວໄອທີ,​ ອັບເດດໄອທີ,  ສາລະເລື່ອງໄອທີ ເນື້ອຫາໄອທີ,​ ສາລະໄອທີ,​ IT-news, spvmedia

HarmonyOS ຍັງເປີດເປັນລະບົບປະຕິບັດການ Open Source ແບບ ແອັນດຣອຍ ເຮັດໃຫ້ນັກພັດທະນາທົ່ວໂລກ ສາມາດເຂົ້າເຖິງ Source code ເພື່ອມາແກ້ໄຂ ແລະ ພັດທະນາໄດ້ອີກດ້ວຍ.

ຈຸດພິເສດຂອງ HarmonyOS ທີ່ພັດທະນາຂື້ນຕາມເປົ້າໝາຍ ດັ່ງນີ້:

  1.  ສາມາດນຳໃຊ້ໄດ້ກັບທຸກອຸປະກອນທີ່ເປັນ IoT
  2. ເຮັດວຽກໄດ້ຢ່າງວ່ອງໄວ ໂດຍນຳເອົາເທັກໂນໂລຢີ Deterministic Latency Engine ແລະ  High-performance IPC ມາໄຊ້.
  3. ຄວາມປອດໄພສູງ ເພາະ HarmonyOS ມີແກນລະບົບໂດຍນຳໃຊ້ MicroKernel 
  4. ນັກພັດທະນາແອັບຕ່າງໆ ຂຽນໂດເທື່ອດຽວ ສາມາດນຳໃຊ້ໄດ້ທຸກອຸປະກອນໂດຍ Multi-device IDE.
HarmonyOS, ຫົວເວີ່ຍ,​ ຫົວເວີ່ຍລາວ, Huawei ເປີດໂຕ HarmonyOS, ຂ່າວໄອທີ,​ ອັບເດດໄອທີ,  ສາລະເລື່ອງໄອທີ ເນື້ອຫາໄອທີ,​ ສາລະໄອທີ,​ IT-news, spvmedia

ເມື່ອມີນັກຂ່າວຖາມວ່າ HarmonyOS ຈະມາແທນ Android ຫຼືບໍ່?​ ທາງ Richard Yu ຕອບວ່າ ສາມາດມາແທນຕອນນີ້ເລີຍກໍ່ໄດ້,  ແຕ່ທາງຫົວເວີຍເອງຍັງຄົງໃຫ້ຄວາມສຳຄັນກັບ ແອັນດຣອຍ ຂອງ ກູໂກລ ຢູ່,​ ແຕ່ຖ້າຫາກມື້ໜຶ່ງເກີດເຫດການແບບບໍ່ຄາດຄິດອີກ, ທາງຫົວເວີຍກໍ່ສາມາດນຳເອົາ HarmonyOS ມາໃຊ້ແທນ ແອັນດຣອຍໄດ້ທັນທີ.


ສຳລັບ HarmonyOS ຈະເລີ່ມໃຊ້ງານກັບ Honor Vision TV ທີ່ເປັນ ສະມາດທີວີ ຂອງບໍລິສັດລູກຫົວເວີ່ຍທີ່ໄດ້ເປີດໂຕໄປຫຼັງງານດັ່ງກ່າວນີ້.

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates