ໜັງສັ້ນແນະນຳ

4 ເຄັດລັບຮັກສາຄວາມສຳພັນ ສຳລັບຄູ່ຮັກທີ່ຢູ່ໄກກັນ - ບົດຄວາມຈາກທີ່ປຶກສາ

ຫຼາຍຄົນຄົງຈະໄດ້ຍິນມາວ່າ ຮັກແທ້ແພ້ໄລຍະທາງ,  ເວລາທີ່ຢູ່ໄກກັນເຊັ່ນ ຄົນຮັກຢູ່ຄົນລະບ່ອນ ໄປຮຽນຕ່າງປະເທດ ຫຼື ຕ່າງແຂວງ ຕ່າງເຂດ ຍິ່ງມີໂອກາດເຮັດໃຫ້ຄວາມຮັກນັ້ນຈົບລົງໄດ້ງ່າຍ ເພາະອີກຝ່າຍອາດຈະເຈິຄົນທີ່ໄກ້ໂຕມາລົມມາຈີບ ແລະ ເຮັດໃຫ້ຫວັ່ນໃຫວ,​ ຍິ່ງໃຜທີ່ຈິດໃຈບໍ່ທຸ່ນທ່ຽງນີ້ໂອກາດປ່ຽນໃຈມີສູງ.  ຕໍ່ໄປນີ້ເປັນເຄັດລັບທີ່ຮັກສາຄວາມສຳພັນໃຫ້ຢູ່ລອດ ສຳລັບຄູ່ຮັກທີ່ຢູ່ໄກກັນ

4 ເຄັດລັບຮັກສາຄວາມສຳພັນ ສຳລັບຄູ່ຮັກທີ່ຢູ່ໄກກັນ, ເຄັດລັບສຳລັບຮັກທາງໄກ, ຮັກທາງໄກ, ເຄັດລັບ, ໄກກັນ,​ ສາລະຄວາມຮູ້, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ,​ spvmedia

1. ເຊື່ອໃຈ ແລະ ເຂົ້າໃຈກັນໃຫ້ຫຼາຍທີ່ສຸດ.
ເພາະມີບາງຄູ່ນັ້ນບໍ່ເຂົ້າໃຈ,  ຫຼື ບໍ່ເຊື່ອໃຈ ມັກຈະຈັບຜິດ ແລະ ມັກເວົ້າໃສ່ວ່າຄົນຮັກຕົນນັ້ນນອກໃຈ ຫຼື ໄປກັບໃຜ ທັງໆທີ່ບໍ່ມີຫຍັງ,  ຈົນເຮັດໃຫ້ມັກຜິດກັນຕະຫຼອດເວົ້າໃສ່ກັນຕະຫຼອດ ມັນອາດເຮັດໃຫ້ຄວາມສຳພັນແຕກໄດ້ງ່າຍ.


2. ເວົ້າກັນກົງໆໂລດ ບໍ່ມີອອ້ມ.
ເວລາມີຫຍັງຄາໃຈ ບໍ່ຄວນເກັບໄວ້,​ ມີຫຍັງກະຄວນເວົ້າກັນ ລົມກັນເລີຍ,​  ໝັ່ນປຶກສາຫາລືກັນ ເຊັກຄວາມສຳພັນຕະຫຼອດຈະເປັນການດີ.

3.  ຫ້າມງຽບຫາຍໄປ.
ເປັນສິ່ງສຳຄັນສຸດ,  ຄວນຮັກສາຄວາມສຳພັນໃຫ້ຄືເກົ່າ, ຄືເຮົາລົມກັນເວົ້າຫຍັງກັນແຕ່ລະມື້ ກະຄວນລົມກັນແບບເກົ່າ ຈະເຮັດໃຫ້ຄວາມສຳພັນເປັນແບບເກົ່າ.

4. ຢ່າສະໜິດກັບເພດກົງກັນຂ້າມຫຼາຍເກີນໄປ.
ແນ່ນອນ,​ ຈຸດອ່ອນທີ່ເຮັດໃຫ້ຈິດໃຈອ່ອນໃຫວກະຍ້ອນໄປສະໜິດກັບເພດກົງກັນຂ້າມນີ້ລະ,  ສະນັ້ນ,​ ຄວນຄິດສະເໝີວ່າເຮົາມີແຟນແລ້ວ ບໍ່ຄວນປ່ອຍໃຫ້ຄວາມສຳພັນໄປທາງອື່ນເດັດຂາດ ຕ່າງຝ່າຍຕ່າງມີຈັນຍາບັນຫ້າມນອກໃຈ.


ຖ້າມີບັນຫາເລື່ອງອື່ນໆ ສາມາດອິນບ໋ອກມາຫາພວກເຮົາໄດ້ທີ່ ເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ

No comments:

Post a Comment

spv media video production in Laos ທີມຖ່າຍທຳວີດີໂອຄົບວົງຈອນ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates