![]() |
ຄິດໃຫ້ດີກ່ອນມີລູກ ຂຽນໂດຍ: ແອັດມິນ ເພຈ ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ |
ປີກາຍນີ້ທາງເຮົາໄດ້ຂຽນບົດຄວາມກ່ຽວກັບ ການກຽມພ້ອມກ່ອນແຕ່ງງານມາຝາກກັນ, ບາດນີ້ກ້າວຂ້າມມາຮອດຂັ້ນຕອນການເອົາທາຍາດ ຫຼື ເອົາລູກ, ຫຼາຍຄູ່ທີ່ແຕ່ງກັນໄປ ກະຍັງບໍ່ທັນກ້າເອົາລູກ, ບາງຄົນແຕ່ງປຸບ ເອົາປັບ ບາດແລ້ວເລີກລາກັນ ຫຼື ເສດຖະກິດບໍ່ດີ ເຮັດໃຫ້ລ້ຽງລູກຕາມມີຕາມເກີດ ຫຼື ລຳບາກ. ບາງຄົນກະບໍ່ຮູ້ຈະກຽມຫຍັງແນ່ໃນການກຽມພ້ອມມີລູກ, ສະນັ້ນ, ມື້ນີ້ທາງແອັດມິນ ເລີຍເອົາຂໍ້ຄິດ ດີດີມາໃຫ້ອ່ານກັນ ເພື່ອຄວາມພ້ອມຂອງເຮົາ.
1. ຮັກ ແລະ ເຂົ້າໃຈກັນຫຼາຍພໍ ຫຼື ຍັງ ?
ບາງຄົນແຕ່ງກັນແລ້ວ ກໍ່ເອົາລູກເລີຍ ທັງໆ ທີ່ຄວາມສຳພັນໂຕເອງກະຍັງບຶດດີ ບຶດຮ້າຍ, ບາງຄົນຍັງບໍ່ທັນປັບຄວາມເຂົ້າໃຈ ຍັງມີບັນຫາກັນຫຼາຍຢ່າງ ຖ້າເອົາລູກມາແລ້ວລ້ຽງທ່າມກາງບັນຫາແນວນີ້ ລະວັງສົ່ງຜົນໃຫ້ສະພາບຈິດໃຈຂອງລູກເຮົາໄດ້.
2. ມີພະຍາດປະຈຳໂຕຫຼືບໍ່ ?
ພະຍາດບາງຊະນິດ ທີ່ເປັນແລ້ວສົ່ງຜົນຕໍ່ການຖືພາ ແລະ ມີລູກໄດ້, ອາດຈະເປັນອັນຕະລາຍຕໍ່ແມ່ ຫຼື ລູກຂອງຕົນເຊັ່ນ: ໂຣກຫົວໃຈ, ໂຣກ ເບົາຫວານ, ຕັນຊົງ, ພະຍາດຕິດຕໍ່ທາງເພດສຳພັນ, ໝາກໄຂ່ຫຼັງ, ພູມແພ້, ຫອບຫືດ, ໂຣກເອດ... ພະຍາດດັ່ງກ່າວ ຈະສົ່ງຜົນໂດຍກົງຕໍ່ລູກນ້ອຍ, ສະນັ້ນຄວນໄປປຶກສາແພດກ່ອນ ເພື່ອປິ່ນປົວ ຫຼື ຫາທາງປ້ອງກັນກ່ອນ.
3. ຄ່າໄຊ້ຈ່າຍທີ່ເພີ່ມຂື້ນ.
ທ້ອນເງິນໄດ້ຊ່ຳໃດລະ ? ການມີລູກຈະເພີ່ມຄ່າໃຊ້ຈ່າຍຂື້ນຫຼາຍກວ່າເກົ່າແນ່ນອນ,ຍັງຈະຄ່າຜ້າອ້ອມ, ຄ່າຢາ, ຄ່ານົມ, ຄ່າອາຫານເສີມ, ຄ່າເສື້ອຜ້າ... ເຮົາຕ້ອງວາງແຜນທ້ອນເງິນດີດີ.
4. ເວລາທີ່ເສຍໄປ.
ຫຼາຍຄົນອາດຈະລື້ງກັບຄວາມໂສດທີ່ເຈິ ເຊັ່ນ: ມີເວລາເບິ່ງໜັງ ຟັງເພງ, ນອນໝົດມື້, ໄປເລາະຫຼິ້ນ..ເວລາເຫຼົ່ານີ້ຈະຫາຍໄປ ເຈົ້າຮັບມັນໄດ້ລະຫວາ ?
5. ຢຸດເລື່ອງກິນເຫຼົ້າ, ສູບຢາໄດ້ລະ ?
ຖ້າຜູ້ເປັນຜົວກິນເຫຼົ້າສູບຢາຫຼາຍ ຈະເຮັດໃຫ້ອະສຸຈິບໍ່ແຂງແຮງ, ສົ່ງຜົນໃຫ້ລູກບໍ່ແຂງແຮງນຳ, ນອກນີ້ຍັງມີຜົນວິໃຈບອກວ່າ ເມື່ອຜົວສູບຢາ ແລ້ວເມຍຖືພາຢູ່ໄກ້ຫາຍໃຈເອົາຄວັນຢາສູບເຂົ້າໄປ ຈະເຮັດໃຫ້ມີຜົນຕໍ່ລູກ ເຮັດໃຫ້ມີໂອກາດເກີດກ່ອນກຳນົດ ແລະ ແທ້ງໄດ້ງ່າຍໆ, ນອກນີ້, ເລື່ອງດື່ມທາດມຶນເມົາຕ່າງໆ ຍັງສົ່ງຜົນຕໍ່ອະສຸຈິ ແລະ ຮັງໄຂ່ ສົ່ງຜົນໃຫ້ມີລູກຍາກ, ຜູ້ຍິງຖືພາຖ້າດື່ມທາດມຶນເມົາຫຼາຍ ຈະເຮັດໃຫ້ລູກໂຕນ້ອຍ, ເກີດກ່ອນກຳນົດ, ມີສະຕິປັນຍາຕ່ຳ, ແລະ ພັດທະນາການຊ້າ ເພາະເຊວສະໝອງຖືກທຳລາຍໄດ້ງ່າຍ.
ອ່ານແລ້ວ ກະລຸນາກົດໄລ ກົດແຊ ເພື່ອເປັນກຳລັງໃຈແກ່ພວກເຮົາໃນການຂຽນບົດຄວາມດີດີອອກມາດ້ວຍ.
6. ໄວທີ່ເໝາະສົມ
ບາງຄົນແຕ່ງກັນໄວ ຫຼື ຊ້າ, ແລະ ກະເອົາລູກເລີຍ ແຕ່ຮູ້ຫຼືບໍ່? ໄວທີ່ເໝາະສົມແກ່ການເອົາລູກນັ້ນຈະຢູ່ຊ່ວງອາຍຸປະມານ 21-30 ປີ, ແຕ່ຫ້າມກາຍ 35 ປີ. ຍິງ່ອາຍຸແກ່ ຍິ່ງເຮັດໃຫ້ລູກບໍ່ແຂງແຮງ. ຖ້າອາຍຸບໍ່ຮອດກະເຊັ່ນດຽວກັນ
7. ມີບ່ອນໃຫ້ປຶກສາຫຼືຍັງ ?
ກ່ອນຈະມີລູກຕ້ອງຫາບອ່ນປຶກສາ ຫຼື ຄົນທີ່ປຶກສາ, ເຊັ່ນມີໝໍດ້ານນີ້ໃຫ້ຄຳປຶກສາ, ຫຼື ຄົນຮູ້ຈັກ ທີ່ມີປະສົບການດ້ານການມີລູກນັ້ນມາໃຫ້ປຶກສາ ແນະນຳເຮົາໃຫ້ຖຶກຕາມຄວາມເໝາະສົມ.
8. ນອນໜ້ອຍລົງ.
ໃຜທີ່ມີລູກນ້ອຍອາດຈະຮູ້ດີ, ສະນັ້ນເຮົາຄວນເຜື່ອໃຈໄວ້ເລີຍ, ເວລາລູກແອ່ວ ລູກໃຫ້ຍາມກາງຄືນ, ຕ້ອງໄດ້ຕື່ນມາ, ເວລາລູກສະບາຍກະຕ້ອງໄດ້ເບິ່ງແຍງດູແລະ ອົດຫຼັບອົດນອນ.
9. ພາລະເພີ່ມຂື້ນ.
ເວລາທີ່ລູກບໍ່ເປັນຫຍັງຍັງມີພາລະຫຼາຍລະ ໂດຍສະເພາະ ພໍ່ແມ່ ຜູ້ທີ່ມີວຽກປະຈຳແຮ່ງໜັກເລີຍ ບາງມື້ບໍ່ໄດ້ນອນ ຍັງຕ້ອງຕື່ນເຊົ້າເອົານົມໃຫ້ລູກແລ້ວ ຕ້ອງໄປວຽກໝົດມື້ອີກ, ຕອນສວາຍກະຕ້ອງໄດ້ຫຼົບມາເບິ່ງລູກ ບາງມື້ລູກບໍ່ສະບາຍແຮ່ງໜັກ.
10. ຄວນມີຄວາມຮອບຄອບຫຼາຍຂື້ນ.
ຕ້ອງໃສ່ໃຈກັບເລື່ອງແບບນີ້, ຕົວຢ່າງເຊັ່ນ: ສອງເດືອນທຳອິດບໍ່ຄວນພາລູກນ້ອຍອອກໄປນອກເຮືອນ, ໄປທ່ຽວ, ເພາະລູກນ້ອຍຍັງບໍ່ມີພູມຕ້ານທານ, ຫາກໃຜເປັນຫວັດກໍ່ບໍ່ຄວນມາໄກ້ລູກ ເພາະລູກຈະຕິດໄດ້ງ່າຍ, ເວລາເປັນຫຍັງ ກະຫ້າມຊື້ຢາມາໃຫ້ລູກກິນເອງ.
11. ເລືຶ່ອງຂອງການໃຊ້ຢາ.
ເວລາທີ່ຖືພາ ເປັນຫຍັງກະບໍ່ຄວນກິນຢາເອງເດັດຂາດ ຕ້ອງໄປປຶກສາໝໍກ່ອນ, ເພາະຢາຫຼາຍຊະນິດ ກະບໍ່ເໝາະສຳລັບຄົນຖືພາ ສະນັ້ນມີຫຍັງກະຄວນໄປຫາໝໍຈະດີທີ່ສຸດ.
ມີບັນຫາຫຍັງ ຄິດບໍ່ອອກ ສາມາດປຶກສາໄດ້ທີ່ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
12. ສັດລ້ຽງ.
ສຳລັບຄົນທີ່ລ້ຽງສັດໃນເຮືອນ ຕັ້ງແຕ່ລູກເກີດ ຫາອາຍຸ 6 ປີ ຄວນຄຳນຶງເຖິງສັດລ້ຽງຕ່າງໆ ອາດຈະເຮັດໃຫ້ລູກແພ້, ແລະ ເວລາປ່ອຍສັດລ້ຽງໄວ້ນຳລູກນ້ອຍນັ້ນ ອັນຕະລາຍເປັນຢ່າງຍິ່ງ ຄວນເບິ່ງດີດີ.
13. ໂລກທີ່ປ່ຽນໄປ.
ຈາກທີ່ທັງສອງເລີຍໃຊ້ຊີວິດແບບສະບາຍສະບາຍ, ຫຼິ້ນໂຊຊ່ຽວ, ຫຼິ້ນໂທລະສັບ, ມັກໄປຫຼິ້ນໄປທ່ຽວນອກບ້ານ, ຈາກທີ່ສົນໃຈເລື່ອງອື່ນໆ ກໍ່ຕ້ອງມາສົນໃຈອ່ານເລື່ອງລູກແທນ, ແລະ ແລກກັບຄວາມລຳບາກ ເຮົາກະໄດ້ເຫັນໂລກໃບນ້ອຍໆ ສາຍເລືອດຂອງເຮົາກຳລັງຮຽນຮູ້ ແລະ ເຕີບໃຫ່ຍໄປເລື້ອຍໆ ພຶດຕິກຳຂອງເຮົາກໍ່ຈະປ່ຽນໄປອີກແບບໜຶ່ງເລີຍ.
ທັງໝົດເປັນສິ່ງທີ່ແອັດມິນລວມມາຝາກ ອາດຈະມີອີກຫຼາຍໆຂໍ້ກ່ວານີ້, ແຕ່ຄືເວົ້າໄປ ແລກກັບຄວາມລຳບາກ ເຮົາຈະໄດ້ເຫັນໂລກໃບນ້ອຍໆ ທີ່ອອກມາຈາກເລືອດ ແລະ DNA ຂອງເຮົາກຳລັງຮຽນຮູ້ ແລະ ເຕີບໃຫ່ຍຂື້ນ ຈະເຮັດໃຫ້ເຮົາເຊົາເມື່ອຍຂື້ນມາທັນທີ, ຮອດເວລານັ້ນ ເຮົາຈະພູມໃຈສຸດໆ ຄອບຄົວ ຈະອົບອຸ່ນຂື້ນມາທັນທີ, ເວລາທີ່ໄປເຮັດວຽກກໍ່ຈະຄິດຮອດໃບໜ້ານ້ອຍໆທີ່ໜ້າຮັກຂອງລູກເຮົາເອງ.
ຂອບໃຈທີ່ອ່ານ
ແອັດມິນທີ່ປຶກສາ ບັນຫາຊີວີິດ ຄອບຄົວ ແລະ ຫົວໃຈ
No comments:
Post a Comment