Sony A6600 ໄດ້ຮອງຮັບວີດີໂອ 4K ພ້ອມມີກັນສັ່ນລະດັບ 5 ແກນທີ່ສາມາດຫຼຸດ speed shutter ໄດ້ຮອດ 5 stop, ມີລະບົບ Real time tracking ທີ່ຊ່ວງໃນການໂຟກັສໄດ້ດີຂື້ນ, ແລະ ມີແບັດເຕີຣີ່ໃໝ່ທີ່ສາມາດຖ່າຍໄດ້ເຖິງ 810 ຮູບຕໍ່ການສາກ 1 ຄັ້ງ.
Sony A6600 ໄດ້ອອກແບບກຣິບຈັບໃໝ່ໃຫ້ໃຫ່ຍຂື້ນເພື່ອຮອງຮັບແບັດເຕີ່ຣີ່ ລຸ້ນໃໝ່ທີ່ໃຫ່ຍກວ່າເກົ່າ ເລີຍສົ່ງຜົນດີເຮັດໃຫ້ເວລາຈັບນັ້ນໄດ້ເຕັມມືດີ.
Sony A6600 ນອກຈາກຈະມາພ້ອມລະບົບ Real-Time-AF-tracking ທີ່ສາມາດຈັບໃບໜ້າຄົນ, ສັດ ແລະ ວັດຖຸຕ່າງໆໄດ້ແລ້ວ ຍັງມາພ້ອມກັບ ລະບົບ Eye-AF-Tracking ທີ່ສາມາດໃຊ້ໃນການຖ່າຍວີດີໂອ ມາເປັນຄັ້ງທຳອິດໃນບັນດາກ້ອງຕະກູນ APS-C ອີກດ້ວຍ. ນອກນີ້ຍັງຮອງຮັບວີດີໂອລະດັບ 4K 30FPS ແລະ slow motion 120 FPS ໃນ FHD ນຳອີກ ແລະ ພິເສດກ່ວານັ້ນຍັງສາມາດຖ່າຍໃນໂປຣຟາຍ S-Log3 ແລະ HLG ທີ່ສ່ວນໃຫ່ຍມານຳກ້ອງລະດັບໂປຣ ທີີ່ຊວ່ຍໃນການເກດສີສະບາຍຂື້ນ.
Sony A6600 ໃນໂໝດຖ່າຍຮູບນັ້ນຍັງມາກັບເຊັນເຊີ້ແບບໂຕເກົ່າຂະໜາດ 24 ລ້ານພິກເຊວ ສາມາດຖ່າຍພາບໄດ້ຕໍ່ເນື່ອງ 11 ພາບ, ແລະ ຖ່າຍ ຕໍ່ເນື່ອງ 9 ພາບໃນໂໝດ Silent Shutter ແລະ ຖ່າຍຕໍ່ເນື່ອງແບບ JPEG ໄດ້ 99 ພາບ ເຊິ່ງໜ້ອຍກ່ວາ A6500 ປະມານ 3 ເທົ່າ
Sony A6600 ມາພ້ອມໜ້າຈໍສຳພັດສາມາດພັບຂື້ນໄດ້ 180 ອົງສາ ສາມາດພັບລົງໄດ້ 74 ອົງສາ ແລະ ຊ່ອງ EVF ຂະໜາດ 0,39 ນິ້ວ ຄວາມລະອຽດ 2,36 ລ້ານພິກເຊວ, ແລະ ບໍ່ມີ Flash ໃນໂຕ ຕ້ອງຕໍ່ແຍກຢ່າງດຽວ.
ສະເປັກທັງໝົດຂອງ Sony A6600 ມີດັ່ງນີ້:
- ເຊັນເຊີ້ຂະໜາດ APS-C Exmor CMOS ພ້ອມ BIONZ X ລູ້ນໃໝ່
- ຄວາມລະອຽດ 24,3 ລ້ານພິກເຊວ
- ມີລະບົບກັນສັ່ນ 5 ແກນ
- ໜ້າຈຳສາມາດພັບຂື້ນໄດ້ 180 ອົງສາ
- ລະບົບໂຟກັສທີ່ໂຊນີ້ບອກວ່າໄວທີ່ສຸດໃນໂລກ 0,02 ວິພ້ອມຈຸດໂຟກັສ 425 ຈຸດ.
- ໂຟກັສບ່ອນແສງໜ້ອຍໄດ້ເຖິງ -2 ຫາ 20EV
- Speed Shutter 1/4000-30 ວິນາທີ
- ISO ສາມາດໃຊ້ໄດ້ຕັ້ງແຕ່ 100-32000 (ຂະຫຍາຍໄດ້ເຖິງ 102400)
- ຮອງຮັບ Real-Time-Eye AF ແລະ Tracking
- ຖ່າຍພາບຕໍ່ເນື່ອງ 11 ພາບຕໍ່ວິນາທີ ແລະ 9 ພາບໃນການເປີດໜ້າຈໍຖ່າຍ (Live View)
- ຮອງຮັບຖ່າຍວີດີໂອ 4K 30fps HDR 100Mbps ແລະ Slowmotion 120fps FHD ພ້ອມວີດີໂອໂປຣຟາຍ S-Log3
- ມີຮູສຽບໄມ ແລະ ສຽບຫູຟັງ
- ປຸ່ມ Custom ສາມາດຕັ້ງໄດ້ 64 ແບບ
- ກັນລະອອງນ້ຳ ແລະ ຝຸ່ນໄດ້
- ມີ WIFI, NFC, micro HDMI
- ແບັດເຕີຣີ່ ລຸ້ນ NP-FZ100 ສາມາດຖ່າຍຮູບໄດ້ເຖິງ 810 ຮູບຕໍ່ການສາກ 1 ຄັ້ງ.
- ນ້ຳໜັກລວມ 503 ກຣາມລວມທັງແບັດເຕີຣີ່.
ສຳລັບລາຄາເປີດໂຕສະເພາະ Body ຢູ່ທີ່ 1,400 USD ແລະ Body + Len kit 18-135 ຢູ່ທີ່ 1,800 USD
No comments:
Post a Comment