ໜັງສັ້ນແນະນຳ

ອັບເດດໄອທີ: Huawei ເປີດໂຕ Kirin 990 ຊິບຂະໜາດ 7nm ແລະ ມີໂມເດັບ 5G ໃນໂຕ

ເອີ້ນໄດ້ວ່າເປັນຍຸກ 5G ທີ່ມີການແຂ່ງຂັນກັນສູງຫຼາຍ, ເພາະເທັກໂນໂລຊີຕ່າງໆທີ່ເປີດໂຕໃໝ່ຖ້າບໍ່ມີ 5G ຖືວ່າອາດຈະຕົກຍຸກ ຫຼື ບໍ່ໄດ້ຮັບຄວາມສົນໃຈໄດ້ ຕ້ອງຕິດຕາມເບິ່ງວ່າຕໍ່ຈາກນີ້ແຕ່ລະຄ້າຍຈະເອົາຫັຍງອອກມາງັດກັນອີກແນ່,  ແລະ ຫົວເວີ່ຍກໍ່ບໍ່ພາດ ເປີດໂຕ CPU Kirin 990 ທີ່ມາພ້ອມກັບ ໂມເດັມ 5G ໃນໂຕລຸ້ນທຳອິດຂອງໂລກ.


Kirin 990, kirin 990 5G, new CPU, new Chip, Huawei, ອັບເດດເລື່ອງໄອທີ,  ອັບເດດໄອທີ,​ຂ່າວໄອທີ, ຂ່າວສານເລື່ອງໄອທີ,​ ສາລະໄອທີ, ສາລະເລື່ອງໄອທີ,​ ເປີດໂຕ, it-news, spvmedia

Kirin 990 ເປັນຊິບທີ່ຫົວເວີຍພັດທະນາ ແລະ ຜະລິດຂື້ນມາເອງ ໂດຍຊິບດັ່ງກ່າວມີຂະໜາດ 7 ນາໂນແມັດ, ມີ GPU ແລະ NPU ລຸ້ນອັບເກຣດຈາກ Kirin 980 ພໍສົມຄວນ, ໂດຍສະເພາະການບໍລິຫານຈັດການເລື່ອງການໃຊ້ພະລັງງານໄດ້ຫຼາຍ, ແລະ ມີ AI ທີ່ເຂົ້າມາຈັດການການໃຊ້ພະລັງງານໃນ Kirin 990 5G ນັ້ນທຽບເທົ່າກັບ Kirin 980 ທີ່ເຊື່ອມຕໍ່ລະບົບ 4G ໝາຍຄວາມວ່າ ທຳມະດາແລ້ວໃຊ້ງານ 5G ຈະຕ້ອງໃຊ້ພະລັງງານຫຼາຍກວ່າ 4G ແນ່ນອນ,  ແຕ່ຊິບໂຕນີ້ພັດໃຊ້ພະລັງງານຊ່ຳເກົ່າ.

Kirin 990, kirin 990 5G, new CPU, new Chip, Huawei, ອັບເດດເລື່ອງໄອທີ,  ອັບເດດໄອທີ,​ຂ່າວໄອທີ, ຂ່າວສານເລື່ອງໄອທີ,​ ສາລະໄອທີ, ສາລະເລື່ອງໄອທີ,​ ເປີດໂຕ, it-news, spvmediaKirin 990 ຫົວເວີ່ຍຢືນຢັນວ່າ ມີປະສິດທິພາບການເຮັດວຽກແບບ Single-core ດີກວ່າຊິບ Snapdragon 855 ເຖິງ 10% ແລະ ມີແຜງວົງຈອນ PCB ທີ່ນ້ອຍກວ່າເກົ່າເຖິງ 36% ເນື່ອງຈາກວ່າມັນບໍ່ຈຳເປັນໃຊ້ງານຮ່ວມກັບໂມເດັມແຍກ,  ນອກນີ້ ຊິບດັ່ງກ່າວຍັງເປັນລຸ້ນທຳອິດຂອງໂລກທີ່ມີ Transistor ຈຳນວນຫຼາຍກວ່າ ໝຶ່ນລ້ານໂຕອີກດ້ວຍ.

Kirin 990 ໂມເດັມ 5G ໃນໂຕສາມາດເຮັດຄວາມໄວໃນການດາວໂຫຼດໄດ້ສູງຮອດ 2.3 Gbps/1.25 Gbps ຖ້າທຽບກັບໂມເດັມແຍກ Snapdragon X55 ຖືວ່າເປັນຮອງສົມຄວນເພາະ ໂມເດັມແຍກຂອງຄ້າຍນັ້ນເຮັດໃດ້ເຖິງ 7Gbps/3Gbps. ນອກຈາກນີ້ Kirin 990 ຍັງມີລຸ້ນທຳມະດາສຳລັບມືຖືທີ່ບໍ່ຮອງຮັບ 5G.


Kirin 990  ຍັງປັບປຸງເລື່ອງຄວາມສາມາດໃນການຖ່າຍພາບ, ວີດີໂອ ໂດຍຫົວເວີຍບອກວ່າ ສາມາດຈັດການເລື່ອງ Noise ໄດ້ລະດັບກ້ອງ DSLR ເລີຍວ່າຊັ້ນ.

Kirin 990 ຈະມາພ້ອມກັບມືຖືລຸ່ນ Mate 30 ທີ່ກຳລັງຈະເປີດໂຕໃນວັນທີ 19 ກັນຍາ 2019 ນີ້.
 
ແຫຼ່ງຂ່າວຈາກ: Engadget

No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates