ຊ່ວງນີ້ນ້ຳຖ້ວມພາກໃຕ້ ສົ່ງຜົນໃຫ້ຫຼາຍຄົນຕ້ອງພົບກັບຄວາມລຳບາກ ນອກຈາກຮ່າງກາຍແລ້ວ ສິ່ງສຳຄັນຄືສະພາບຈິດໃຈ ຈະເຮັດໃຫ້ຕຶງຄຽດ , ຊີວິດລຳບາກ, ຊືມເສົ້າ... ສະນັ້ນ, ເຮົາຕ້ອງຫາວິທີຊ່ວຍໃຫ້ສະພາບຈິດໃຈຂອງບັນດາພີ່ນ້ອງຜູ້ປະສົບໄພ ຫຼື ໂຕເຮົາເອງ ດັ່ງວິທີຫຼັກການຕໍ່ໄປນີ້:
1. ຍອມຮັບໃນສິ່ງທີ່ເກີດຂື້ນ
ບໍ່ມີຫຍັງດີໄປກວ່າການຍອມຮັບສິ່ງທີ່ເກີດຂື້ນ, ເພາະໄພທຳມະຊາດເຮົາບໍ່ຮູ້ວ່າມັນຈະມາຕອນໃດ, ແລະ ບໍ່ແມ່ນເຮົາຄົນດຽວທີ່ເຈິ ຄົນອື່ນໆກໍ່ເປັນແບບດຽວກັນ. ເຮົາເສົ້າໃດ້
ແຕ່ບໍ່ຄວນໝົດຫວັງ ຈົ່ງຫາທາງຟຶ້ນຟູ ສະພາບຄອບຄົວເຮົາເອງໃຫ້ໄວທີ່ສຸດ.
2.
ຕັ້ງສະຕິ ແລະ ຈັດລຳດັບຄວາມສຳຄັນຂອງຊີວິດ.
ຢ່າຈົມກັບຄວາມຫຼັງ
ທີ່ມານັ່ງເບິ່ງນ້ຳໄຫຼຖ້ວມ ແລ້ວຄິດແຕ່ວ່າເຮົາບໍ່ເຫຼືອຫຍັງແລ້ວ, ເຮົາຄວນຮວບຮວມສະຕິປັນຍາທີ່ມີ
ທົບທວນມັນວ່າເກີດຫຍັງຂື້ນ ຈາກນັ້ນກໍ່ຈັດການບັນຫາສຳຄັນກ່ອນເຊັ່ນ: ການເບິ່ງແຍງການຢູ່ການກິນ, ການນອນ
ການຂັບຖ່າຍ ລວມທັງການປ້ອງກັນໂຕເອງຈາກໂຣກທີ່ຈະເກີດຂື້ນຫຼັງນ້ຳຖ້ວມ.
3.
ໝັ່ນໂອ້ລົມກັບຄົນອອ້ມຂ້າງ.
ການທີ່ເຮົາລົມກັບຄົນອອ້ມຂ້າງ
ຈະເປັນການຮັກສາຈິດໃຈເຮົາໄປອີກແບບຄື
ເປັນການລະບາຍຄວາມຮູ້ສຶກທີ່ຄ້າງຄາໃຈເຮົາໄປໄດ້ຫຼາຍ
ອີກທັງຊ່ວຍໃຫ້ເຮົາບໍ່ຮູ້ສຶກວ່າຢູ່ໂດດດ່ຽວ.
4.
ພະຍາຍາມເຂົ້າໃຈຄົນອອ້ມຂ້າງ.
ໃນສະຖານະການທີ່ເປັນຢູ່
ບາງຄົນອາດຄຽດຈົນກາຍໄປເປັນຕຄົນໃໝ່ ທີ່ແປກໄປຈາກເດີມ, ສະນັ້ນ ເຮົາຄວນເບິ່ງແຍງຄົນໃນຄອບຄົວ ແລະ ຄົນອອ້ມຂ້າງນຳ
ຊ່ວຍເທົ່າທີ່ເຮົາຊ່ວຍໄດ້.
5. ລອງເປັນອາສາສະໝັກກູ້ໄພເບິ່ງ.
ວິທີການຮັກສາຈິດໃຈວິທີໜຶ່ງ
ຄືການທີ່ໄປຊ່ວຍຫຼາຍໆຄົນເບິ່ງ ເພາະເຮັດໃຫ້ເຮົາເຫັນບັນຫາໂດຍລວມທີ່ເປັນຢູ່ ແລະ
ຍັງເຮັດໃຫ້ເຮົາຄິດວ່າຍັງມີຄົນອີກຫຼາຍຄົນທີ່ໂຊກຮ້າຍກວ່າເຮົາອີກ.
ອ່ານແລ້ວຢ່າລືມໃຫ້ກຳລັງໃຈພວກເຮົາໂດຍການກົດຕິດຕາມເພຈ ທີ່ປຶກສາ ບັນຫາຊີວິດ ຄອບຄົວ ແລະ ຫົວໃຈ
6. ດູແລຮັກສາສຸຂະພາບໂຕເອງໃຫ້ດີ
ເຮົາຕ້ອງຄຳນຶງເຖິງຮ່າງກາຍຂອງເຮົາເປັນຫຼັກ, ບໍ່ຄວນໄປຄິດແຕ່ແນວອື່ນ ວັດຖຸເງິນຄຳເຮົາອາດຈະຫາໃໝ່ໄດ້
ມີບັນຫາຫຍັງກະເຂົ້າໄປພົບແພດໝໍ ທີ່ມາຊ່ວຍເຫຼືອຕາມຈຸດຕ່າງໆ
7.
ພັກຜ່ອນໃຫ້ພຽງພໍ
ໄລຍະຜ່ານມາທີ່ເຈິບັນຫາ
ເຮົາອາດຈະບໍ່ມີເວລາໄດ້ພັກຜ່ອນເລີຍ, ຄວນຫາທາງພັກຜ່ອນໃຫ້ຫຼາຍ, ຢືດໂຕ ບິດໂຕ
ຜ່ອນຄາຍ.
8.
ຫາຍໃຈເລິກໆ
ມັນເປັນວິທີໃນການເຝິກໃຫ້ເຮົານອນຫຼັບໄດ້, ແລະ ໃຫ້ເຮົາມີສະມາທິ ຈິດໃຈທີ່ດີຂື້ນ
9.
ເຂື່ອນໃຫວຮ່າງກາຍເທົ່າທີ່ຈະເຮັດໄດ້.
ບໍ່ຄວນນັ່ງແລະນອນຢູ່ກັບບ່ອນ
ຄວນອອກໄປຍ່າງເບິ່ງບັນຍາກາດທາງນອກ ເພື່ອຜ່ອນຄາຍ ແລະ ເບິ່ງສະຖານະການ
10.
ເປັນທັງໝໍ ແລະ ຍາມ
ຄວນເບິ່ງແລະສັງເກດເບິ່ງສະພາບແວດລ້ອມອ້ອມຂ້າງເຊັ່ນ:
ເບິ່ງຄົນອອ້ມຂ້າງ ເບິ່ງສະພາບການ ແລະ ເບິ່ງລະດັບໄພຕ່າງໆ
ຖ້າມີຫຍັງມາກໍ່ຄວນບອກຕໍ່ໆກັນ
No comments:
Post a Comment