ໜັງສັ້ນແນະນຳ

ການຮັບມືກັບນ້ຳຖ້ວມ ກຽມໂຕໃຫ້ພ້ອມກ່ອນເກີດເຫດ ແລະ ຫຼັງເກີດເຫດ



ການຮັບມືກັບນ້ຳຖ້ວມ ກຽມໂຕໃຫ້ພ້ອມກ່ອນເກີດເຫດ ແລະ ຫຼັງເກີດເຫດ, ສາລະໜ້າຮູ້, ນ້ຳຖວ້ມ, ຮັບມືນ້ຳຖ້ວມ, ນ້ຳຖ້ວມພາກໄຕ້, ນ້ຳຖ້ວມລາວ, ນ້ຳຖ້ວມ 2019, ບົດຄວາມຈາກທີ່ປຶກສາ, ທີ່ປຶກສາບັນຫາຊີວິດ ຄອບຄົວ ແລະ ຫົວໃຈ, ສາລະໜ້າຮູ້, spvmedia


ປີນີ້ເບິ່ງທ່າທີວ່າຈະແຫ້ງແລ້ງ ຍ້ອນຝົນບໍ່ມາຊ່ວງຕົ້ນຍາມຝົນແຕ່ແລ້ວຊວ່ງກາງ ແລະ ທ້າຍຍາມຝົນພາຍຸເຂົ້າມາແບບລຽນກົ້ນຕໍ່ແຖວກັນມາແບບໜັກໜ່ວງເຮັດໃຫ້ປະຊາຊົນ ໂດຍສະເພາະທາງພາກໃຕ້ເຮົາຕ້ອງເສຍຫາຍໜັກ, ຂໍສົ່ງແຮງໃຈໃຫ້ອ້າຍນ້ອງທະຫານເຮົາທີ່ກຳລັງເຮັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ຊ່ວຍເຫຼືອປະຊາຊົນຈາກນ້ຳຖ້ວມຄັ້ງນີ້ ລວມທັງໜ່ວຍກູ້ໄພ ແລະ ອຳນາດການປົກຄອງຕ່າງໆ ໃຫ້ດຳເນີນໜ້າທີ່ວຽກງານຊ່ວຍເຫຼືອປະຊາຊົນໄດ້ຢ່າງສຳເລັດ ແລະ ປອດໄພທຸກໆຄົນ. ທາງເພຈເຮົາເອງກໍ່ບໍ່ຮູ້ວ່າຈະຊ່ວຍຫຍັງໄດ້ແນ່ນອກຈາກແຮງໃຈ ດັ່ງນັ້ນ ຈຶ່ງຂໍ ຂຽນບົດຄວາມການຮັບມືກັບນ້ຳຖ້ວມມາຝາກ ອາດຈະຊ່ວຍໄດ້ແນ່.  ຕໍ່ໄປນີ້ຄືການກຽມໂຕກ້ອນເກີດເຫດ ແລະ ຫຼັງເກີດເຫດນ້ຳຖ້ວມເຮົາຄວນເຮັດແນວໃດເພື່ອຫຼີກລ່ຽງຄວາມເສຍຫາຍໃຫ້ໄດ້ຫຼາຍທີ່ສຸດ.

ການກຽມໂຕກ່ອນນ້ຳຖ້ວມ.

ເຖິງບາງບ້ານຈະຍັງບໍ່ຖ້ວມຫຼື ກຳລັງເບິ່ງຄືຈະຖ້ວມ ເຮົາຄວນກຽມໂຕພ້ອມໃຫ້ດີ ເຮົາບໍ່ຄວນໄປຄິດວ່າ ມັນບໍ່ຖ້ວມດອກ ເພາະເວລາມັນມາແທ້ໆ ເຮົາຈະບໍ່ມີເວລາໄປກຽມຫຍັງເຮົາຄວນຕັ້ງທ່າກຽມພ້ອມ ແລະ ຕັ້ງຄຳຖາມກັບໂຕເອງ ແລ້ວກຽມສິ່ງນັ້ນໄວ້ ດັ່ງນີ້:
1.   ສະພາບແວດລ້ອມໄກ້ຄຽງຂອງເຮົານ້ຳຖ້ວມບໍ່ ? ຖ້າຖ້ວມແລ້ວຖ້ວມຫຼາຍປານໃດ ? ຖ້າບ້ານເຮົາເຄີຍຖ້ວມ ລ່າສຸດຖ້ວມສູງປານໃດ
2.    ເຮົາສາມາດຄາດຄະເນວ່ານ້ຳຈະໃຊ້ເວລາທໍ່ໃດ ໃນການໄຫຼມາຮອດເຮືອນເຮົາ ເຮົາຄວນມ້ຽນມັດເຄື່ອງເອົາໄວ້ບ່ອນສູງກ່ອນນ້ຳຈະມາ ອີງໃສ່ລະດັບນ້ຳທີ່ເຮົາຄາດການໄວ້ທາງເທິງ
3.   ຊອກກຽມເສັ້ນທາງໄວ້ ວ່າເສັ້ນໃດເຮົາສາມາດໜີອອກຈາກນ້ຳຖ້ວມນີ້ໄດ້ ໄປບ່ອນທີ່ປອດໄພທີ່ສຸດ
4.   ຄາດຄະເນຄວາມເສຍຫາຍທີ່ຈະເກີດຂື້ນກັບຊັບສິນເຮົາ
5.   ກຽມເຄື່ອງມືສືສານເພື່ອຕິດຕໍ່ເວລາທີ່ເກີດເຫດ
6.   ແນ່ນອນນ້ຳຖ້ວມໄຟຟ້າຕ້ອງດັບ, ສະນັ້ນຄວນກຽມໄຟສາຍກຽມອາຫານແຫ້ງ ຫຼື ອຸປະກອນສຸກເສີນໃນການເຮັດອາຫານ, ແລະ ແບັດເຕີຣີ່ສຳຮອງ.
7.   ຖ້າມີເວລາຄວນກຽມສະສອບຊາຍ, ເພື່ອປ້ອງກັນບ້ານເຮືອນບໍ່ໃຫ້ເສຍຫາຍຫຼາຍ
8.   ຍ້າຍລົດ ແລະ ພາຫະນະຕ່າງໆໄປໄວ້ບ່ອນສູງໄວ້
9.   ບັນທຶກເບີໂທສຸກເສີນທີ່ສາມາດຊ່ວຍເຮົາໄດ້ໃນເວລານ້ຳຖ້ວມ.
10. ບັນທຶກຊັບສິນຕ່າງໆໄວ້ບໍ່ວ່າຈະເປັນການຖ່າຍຮູບ ຫຼື ວີດີໂອພາຍໃນເຮືອນໄວ້ ເພື່ອຫຼັງນ້ຳແຫ້ງເຮົາຈະສາມາດເບິ່ງວ່າມີຫຍັງທີ່ຫາຍໄປແນ່.
11.  ຊັບສິນຈຳເປັນເຊັ່ນເງິນຄຳ, ຂອງມີຄ່າອື່ນໆໃຫ້ມ້ຽນໄວ້ບ່ອນປອດໄພ
12. ຖ້າໃຜມີລູກນ້ອຍກໍ່ຄວນກຽມເຄື່ອງລູກນ້ອຍມັດຫໍ່ໄວ້ ຫຼື ຍ້າຍລູກໄປໄວ້ກັບພີ່ນ້ອງບ່ອນປອດໄພ

 

ສິ່ງທີ່ຕ້ອງເຮັດໃນກໍລະນີທີ່ນ້ຳກຳລັງຖ້ວມ
1.   ປີນຂື້ນບ່ອນສູງທີ່ສຸດເທົ່າທີ່ຈະປີນໄດ້
2.   ຢ່າພະຍາຍາມຂົນເຄື່ອງໄປຫຼາຍເກີນໄປ ເພາະຈະເຮັດໃຫ້ເຮົາໄປລຳບາກ ໃຫ້ຄິດວ່າຊີວິດສຳຄັນກວ່າ
3.   ຫ້າມແລ່ນ ຫຼື ຂັບລົດຜ່ານບໍລິເວນເສັ້ນທາງນ້ຳໄຫຼມາແຮງ ເພາະຈະເຮັດໃຫ້ລົດເຮົາເສຍຫຼັກໄດ້
4.   ດຳເນີນການແຜນທີ່ເຮົາກຽມມາທາງເທິງນັ້ນ
5.   ປິດອຸປະກອນໄຟຟ້າ ແລະ ແກັສໄວ້
6.   ປິດທໍ່ນ້ຳເສຍອ່າງລ້າງຈານ ແລະ ຫົວວິດ
7.   ລ໋ອກປະຕູເຮືອນໄວ້ ແລ້ວເປ້ເຄື່ອງທີ່ສຳຄັນທີ່ເຮົາກຽມໄວ້ ພ້ອມດ້ວຍສະມາຊິກຄອບຄົວອອກໄປຢູ່ບ່ອນສູງ
8.   ຫ້າມຍ່າງຜ່ານບ່ອນນ້ຳໄຫຼແຮງກາຍ 15 ຊັງຕີແມັດ ເພາະມັນຈະເຮັດໃຫ້ເຮົາເສຍຫຼັກລົ້ມ ແລະ ຖືກນ້ຳພັດໄປໄດ້ ຖ້ານ້ຳຄ່ອຍໆຈຶ່ງສາມາດໄປໄດ້.
9.   ຫ້າມເຂົ້າໄກ້ບ່ອນທີ່ມີເສົາໄຟແຮງສູງ ບ່ອນທີ່ມີໝໍໄຟຟ້າ
10. ກໍລະນີທີ່ອອກໄປບໍ່ໄດ້ ກໍ່ໃຫ້ປີນຢູ່ບ່ອນສູງໄວ້ແລ້ວໂທຫາເບີສຸກເສີນທີ່ເຮົາກຽມໄວ້ແລ້ວນັ້ນ. 


ກໍລະນີທີ່ເຮືອນມີນ້ຳຖ້ວມໃນປະລິມານໜ້ອຍ:
1.   ປິດໄຟຟ້າໄວ້
2.   ລະວັງອັນຕະລາຍຈາກສັດເຊັ່ນ ງູ, ຂີ້ເຂັບ ອາດໜີເຂົ້າມາລີ້ຢູ່ບ້ານເຮົາໄດ້
3.   ຖ້າບໍ່ຈຳເປັນຫ້າມຍ່າງລຸຍນ້ຳຫຼາຍ, ລະວັງເສດແກ້ວ, ເຫຼັກ, ຕະປູ ທີ່ນ້ຳພັດມາ
4.   ທຸກຢ່າງທີ່ປຽກນ້ຳບໍ່ຄວນນຳມາກິນ ເພາະມັນຈະມີສາຍເຄມີທີ່ໄຫຼຈາກບ່ອນອື່ນມາເຈືອປົນ
5.   ໃຫ້ກິນດື່ມນ້ຳທີ່ສະອາດເທົ່ານັ້ນ
6.   ເບິ່ງແຍງຄົນໃນຄອບຄົວ ເລື່ອງສຸຂະອານາໄມຕ່າງໆ.


ຫຼັງຈາກນ້ຳຖວ້ມ ແລະ ແຫ້ງແລ້ວ.
ແນ່ນອນ ຫຼັງຈາກເກີດເຫດເຈົ້າ ແລະ ຄົນໃນຄອບຄົວ ຈະເກີດຄວາມຊືມເສົ້າກັບສິ່ງທີ່ເກີດຂື້ນ, ມີຄວາມຄຽດ ສະນັ້ນເຮົາຄວນຈັດການດັ່ງນີ້:
ຂັ້ນຕອນທີ່ 1: ເອົາໃຈໃສ່ໂຕເອງ
1.   ໃຫ້ເວລາກັບຄອບຄົວ ໃຫ້ຄວາມອົບອຸ່ນ ໃຫ້ກຳລັງໃຈ
2.   ພັກຜ່ອນແລະກິນອາຫານທີ່ມີປະໂຫຍດເພາະຕອນນ້ຳຖ້ວມເຊື່ອວ່າ ທັງຄວາມຄຽດ ແລະ ຄວາມອິດເມື່ອຍ ຈະເຮັດໃຫ້ເຮົາໂຊມ ແລະ ນອນບໍ່ຫຼັບແນ່ນອນ
3.   ຈັດລຳດັບຄວາມຈຳເປັນທີ່ຕ້ອງເຄຼຍກ່ອນ ແລະ ຄ່ອຍໆເຮັດ
4.   ເບິ່ງແຍງເດັກນ້ອຍໃຫ້ດີດີ ເພາະເດັກນ້ອຍກໍ່ຈະເສຍຂວັນຄືກັນ
5.   ເບິ່ງເລື່ອງສຸກຂະອະນາໄມດີດີ ເພາະຫຼັງນ້ຳຖ້ວມຈະມີສານເຄມີຕ່າງໆເຈືອປົນຕາມພື້ນດິນ

ຂັ້ນຕອນທີ 2: ຈັດການອະນາໄມເຮືອນຊານ.
1.   ເມື່ອໄປຮອດບ້ານບໍ່ຄວນເຂົ້າໄປແບບສຸມສີ່ ສຸມຫ້າ, ຄວນຍ່າງອອ້ມໆເບິ່ງເຮືອນ ກວດກາສາຍໄຟກ່ອນ ເພາະບາງທີອາດມີໄຟຮົ່ວບໍລິເວນນັ້ນໄດ້
2.   ກວດສອບໂຄງສ້າງເຮືອນວ່າມັນຍັງດີບໍ່ ຖ້າເຮືອນສຸ່ມສ່ຽງທີ່ຈະຫຼຸລົງມາກະບໍ່ຄວນເຂົ້າໄປ
3.   ເຂົ້າໄປເຮືອນຢ່າງລະມັດລະວັງ, ລະວັງເສດແກ້ວ ແລະ ອຸປະກອນມີຄົມຕ່າງໆຢູ່ພື້ນ
4.   ກວດເບິ່ງອຸປະກອນຕ່າງໆວ່າຍັງຄົບຕາມທີ່ເຮົາຖ່າຍຮູບໄປກ່ອນໜ້ານີ້ບໍ່.
5.   ຫ້າມເປີດໄຟຟ້າ, ຫ້າມກໍ່ໄຟ ຖ້າເຮືອນໃດໃຊ້ແກັດໃຫ້ໄປກວດເບິ່ງເຕົາແກັດກ່ອນ ວ່າມີການຮົ່ວບໍ່.
6.   ອະນາໄມເຮືອນຊານໂດຍການໄຂຕູອອກໝົດ ແລະ ເລີ່ມອະນາໄມຊ່ວຍກັນ
7.   ແປງສ່ວນທີ່ເສຍຫາຍ
8.   ເມືອເອົາເສດຂີ້ເຫຍື້ອຍຕ່າງໆອອກແລ້ວໃຫ້ລ້າງ ແລະ ຖູໂດຍນ້ຳຢາຂ້າເຊື້ອ ເພາະເຊື້ອໂຣກ ຈະມາຫຼາຍ

ຂັ້ນຕອນທີ 3:  ປະສານງານກັບໜ່ວຍງານທີ່ກ່ຽວຂ້ອງ
ກໍລະນີເກີດຄວາມເສຍຫາຍຫຼາຍ ກໍ່ໃຫ້ແຈ້ງອຳນາດການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ເຂົ້າມາຊ່ວຍ ແລະ ເຮັດແຜນສ້ອມແປງເຮືອນຊານ.









ທັງໝົດນີ້ເປັນພຽງວິທີຂັ້ນພຶ້ນຖານໃນການຮັບມືກັບບັນຫາທີ່ເກີດ, ທັງນີ້ທັງນັ້ນເຮົາຄວນເບິ່ງຕາມຄວາມສະດວກໂຕຈິງ ແລະ ແນ່ນອນ ມັນເກີດມາແລ້ວຈະມາໄວ ແລະ ເອົາຫຍັງບໍ່ທັນ, ສະນັ້ນ ຊ່ວງນ້ຳຈະຂື້ນເຮົາຄວນກະກຽມໄວ້ແຕ່ຫົວທີ ຢ່າຄິດວ່າມັນຈະບໍ່ຖ້ວມ ເພາະທຸກມື້ນີ້ ໄພທຳມະຊາດ ເຮົາຄາດການບໍ່ໄດ້ຢູ່ແລ້ວ ສະນັ້ນ ທຸກຄົນຄວນຢູ່ໃນທ່າກຽມພ້ອມໄວ້ເມື່ອມັນເກີດຂື້ນແລ້ວ ສິ່ງທີ່ຕ້ອງການນອກຈາກວັດຖຸເງິນຄຳແລ້ວ ສິ່ງທີ່ສຳຄັນທີ່ສຸດທີ່ຜູ້ປະສົບໄພຕ້ອງມີນັ້ນແມ່ນກຳລັງໃຈ ຂໍໃຫ້ທຸກຄົນສູ້ໆ ແລະ ພົ້ນຜ່ານມັນໄປໄດ້ໂດຍໄວ.



No comments:

Post a Comment

spv media ທີມງານຖ່າຍທຳວີດີໂອ, ຮູບເງົາ, ໂຄສະນາ ແລະ ສາລະຄະດີຕ່າງໆ Designed by Templateism.com Copyright © 2019

Theme images by Barcin. Powered by Blogger.
Published By Gooyaabi Templates